ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່;

ເພາະວິຕົກວິຈາຣສງົບຣະງັບໄປ ຍ່ອມບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍກາຍ ຍ່ອມບັນລຸຕະຕິຍະຊານ ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸຂ.

ເພາະລະສຸຂແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຍ່ອມບັນລຸຈະຕຸຕຖະຊານ ອັນບໍ່ມີທຸກຂ໌ບໍ່ມີສຸຂ ມີແຕ່ອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີຈິຕຕັ້ງໝັ້ນ ບໍ່ແມ່ນຂອງບຸຄຄົລຜູ້ມີຈິຕບໍ່ຕັ້ງໝັ້ນ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ພິກຂຸໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ມີປັນຍາ ບໍ່ແມ່ນຂອງບຸຄຄົລຜູ້ມີປັນຍາຊາມ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ ເຮົາອາສັຍອັນໃດກ່າວແລ້ວ? ພິກຂຸທັງຫລາຍ ຈິຕຂອງພິກຂຸໃນທັມວິນັຍນີ້ ຍ່ອມແລ່ນໄປ ເຫລື້ອມໃັ້ງໝັ້ນຢູ່ໃນຄວາມດັບກິເລສເຄື່ອງເນີນຊ້າ ຍ່ອມຫລຸດພົ້ນ. ພິກຂຸທັງຫລາຍ! ຂໍ້ທີ່ເຮົາກ່າວວ່າ ທັມນີ້ເປັນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ບໍ່ເນີນຊ້າ ຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ ບໍ່ແມ່ນຂອງບຸຄຄົລຜູ້ຊອບໃຈໃນທັມທີ່ເປັນເຫຕໃຫ້ເນີນຊ້າ ຜູ້ຍິນດີໃນທັມທີ່ເປັນເຫຕໃຫ້ເນີນຊ້າ ດັ່ງນີ້, ເຮົາອາສັຍຂໍ້ນີ້ກ່າວແລ້ວ.

ຄັ້ງນັ້ນແລ ທ່ານພຣະອະນຸຣຸທທະຢູ່ຈຳພັນສາທີ່ວິຫາຣປາຈີນະວັງສະທາຍະວັນ ແຄວ້ນເຈຕິຍະນະຄອຣນັ້ນແລ ຕໍ່ໄປອີກ. ຄັ້ງນັ້ນ ທ່ານພຣະອະນຸຣຸທທະຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງ ໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳ ໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ກໍທ່ານພຣະອະນຸຣຸທທະໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ. ລຳດັບນັ້ນ ທ່ານພຣະອະນຸຣຸທທະບັນລຸອະຣະຫັນຕ໌ແລ້ວ ໄດ້ກ່າວຄາຖານີ້ໃນເວລານັ້ນວ່າ:

ພຣະສາສດາຜູ້ເປັນຢ້ຽມໃນໂລກ ຊົົງຊາບຄວາມປະຣິວິຕົກຂອງເຮົາແລ້ວ ໄດ້ເຂົ້າມາຫາເຮົາດ້ວຍລິທທ໌ທາງພຣະກາຍອັນສຳເຣັຈດ້ວຍພຣະທັຍ ພຣະອົງຄ໌ໄດ້ຊົງສະແດງທັມອັນຍິ່ງກວ່າຄວາມດຳຣິຂອງເຮົາເທົ່າທີ່ດຳຣິໄວ້ ພຣະພຸທທະເຈົ້າຜູ້ຍິນດີແລ້ວໃນທັມທີ່ບໍ່ເນີນຊ້າ ໄດ້ຊົງສະແດງທັມທີ່ບໍ່ເນີນຊ້າ ເຮົາໄດ້ຮູ້ທົ່ວເຖິງທັມຂອງພຣະອົງຄ໌ແລ້ວ ຍິນດີໃນສາສນາຢູ່ ເຮົາໄດ້ບັນລຸວິຊຊາ ໓ ໂດຍລຳດັບ ຄຳສອນຂອງພຣະພຸທທະເຈົ້າເຮົາກະທຳແລ້ວ.

ອັງຄຸຕຕະຣະນິກາຍ ໒໓/໑໗໖/໑໒໐

ທີ່ນັ່ງທີ່ນອນອັນສູງໃຫຍ່ ໓ ຊະນິດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ