ຄຳສອນພຸດທະ - ໜ້າຈໍໂຫລດ

ຄວາມສັນໂດດ

ໜ້າ/ 65

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ພິກຂຸທັງຫລາຍ ຂໍ້ທີ່ພິກຂຸເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳແຣກກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ ນີ້ເປັນທັມທີ່ກະທຳທີ່ເພິ່ງ.

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງເປັນຜູ້ມີທີ່ເພິ່ງຢູ່ເຖີດ ຢ່າເປັນຜູ້ບໍ່ມີທີ່ເພິ່ງຢູ່ເລີຍ ບຸຄຄົລຜູ້ບໍ່ມີທີ່ເພິ່ງຍ່ອມຢູ່ເປັນທຸກຂ໌. ພິກຂຸທັງຫລາຍ ທັມທີ່ກະທຳທີ່ເພິ່ງ ໑໐ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໓-໒໕/໑໗

ຄວາມສັນໂດດດ້ວຍຈີວອຣ ບິນທະບາຕ ເສນາສະນະ ແລະຄິລານະປັຈຈັຍເພສັຊບໍຣິຂາຣ ເປັນໜຶ່ງໃນທັມອັນເປັນທີ່ຕັ້ງແຫ່ງຄວາມເຫລື້ອມໃສ

ສມັຍໜຶ່ງ ເມື່ອພຣະຜູ້ມີພຣະພາຄປະຣິນິພພານແລ້ວບໍ່ນານ ທ່ານພຣະອານົນທ໌ຢູ່ທີ່ພຣະວິຫາຣເວລຸວັນ ອັນເຄີຍເປັນສະຖານທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂຕພຣະນະຄອຣຣາຊະຄຶຫ໌ ສມັຍນັ້ນແລ ພຣະເຈົ້າອະຊາສັຕຕູເວເທຫິບຸຕ ເປັນຣາຊາແຫ່ງແຄວ້ນມະຄົທ ຊົງລະແວງພຣະເຈົ້າປັຊໂຊຕ ຈຶ່ງຕຣັສສັ່ງໃຫ້ສ້ອມແຊມພຣະນະຄອຣຣາຊະຄຶຫ໌.

ຄັ້ງນັ້ນແລ ທ່ານພຣະອານົນທ໌ນຸ່ງສະບົງ ຊົງບາຕແລະຈີວອຣ ເຂົ້າໄປບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ໃນເວລາເຊົ້າ ຂະນະນັ້ນ ທ່ານມີຄວາມດຳຣິຢ່າງນີ້ວ່າ ຍັງເຊົ້າເກີນໄປທີ່ຈະທ່ຽວບິນທະບາຕໃນພຣະນະຄອຣຣາຊະຄຶຫ໌ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປຫາພຣາມນ໌ໂຄປະກະໂມຄຄັລລານະໃນບ່ອນເຮັດວຽກແລະທີ່ຢູ່ເຖີດ.

ຄັນແລ້ວ ທ່ານພຣະອານົນທ໌ຈຶ່ງເຂົ້າໄປຍັງທີ່ນັ້ນ ພຣາມນ໌ໂຄປະກະໂມຄຄັລລານະແລເຫັນທ່ານພຣະອານົນທ໌ເດີນມາແຕ່ໄກ ຈຶ່ງໄດ້ກ່າວກັບທ່ານພຣະອານົນທ໌ດັ່ງນີ້ວ່າ:

ນິມົນເຖີດ ທ່ານພຣະອານົນທ໌ຜູ້ຈະເຣີນ ທ່ານມາດີແລ້ວ ດົນແລ້ວທີ່ທ່ານໄດ້ແວະມາທີ່ນີ້ ນິມົນນັ່ງເຖີດ ນີ້ອາສະນະແຕ່ງຕັ້ງໄວ້ແລ້ວ ທ່ານພຣະອານົນທ໌ນັ່ງເທິງອາສະນະທີ່ແຕ່ງຕັ້ງໄວ້ແລ້ວ ຝ່າຍພຣາມນ໌ໂຄປະກະໂມຄຄັລລານະກໍຖືເອົາອາສະນະຕ່ຳແຫ່ງໜຶ່ງນັ່ງລົງ ພໍນັ່ງຮຽບຮ້ອຍແລ້ວ ພຣາມນ໌ໂຄປະກະໂມຄຄັລລານະໄດ້ກ່າວກັບທ່ານພຣະອານົນທ໌ວ່າ:

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ມີພິກຂຸຈັກອົງຄ໌ໜຶ່ງແດ່ບໍ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະໂຄດົມຜູ້ຈະເຣີນພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ?

ທ່ານພຣະອານົນທ໌ກ່າວວ່າ:

ພຣາມນ໌! ບໍ່ມີເລີຍແມ່ນແຕ່ອົງຄ໌ດຽວ ທີ່ເປັນຜູ້ເຖິງພ້ອມດ້ວຍທັມທຸກໆຂໍ້ ແລະທຸກໆປະກາຣ ເໝືອນດັ່ງທີ່ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ຜູ້ເປັນພຣະອະຣະຫັນຕະສັມມາສັມພຸທທະເຖິງພ້ອມແລ້ວ ເພາະພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນຊົງກະທຳມັຄທີ່ຍັງບໍ່ອຸບັຕ ໃຫ້ອຸບັຕ ທີ່ຍັງບໍ່ເກີດ ໃຫ້ເກີດ ຕຣັສບອກມັຄທີ່ຍັງບໍ່ມີໃຜບອກ ຊົງຊາບມັຄ(ມັຄຄັນຍູ) ຊົງຮູ້ແຈ້ງມັຄ(ມັຄຄະວິທູ) ແລະຊົງສລາດໃນມັຄ(ມັຄຄະໂກວິໂທ) ສ່ວນເຫລົ່າສາວົກໃນບັດນີ້ ເປັນຜູ້ດຳເນີນຕາມມັຄ(ມັຄຄານຸຄາ) ຈຶ່ງເປັນຜູ້ເຖິງພ້ອມໃນພາຍຫລັງຢູ່.

ກໍແລ ຄຳເວົ້າລະຫວ່າງທ່ານພຣະອານົນທ໌ກັບພຣາມນ໌ໂຄປະກະໂມຄຄັລລານະໄດ້ຄ້າງຢູ່ພຽງນີ້.

ຂະນະນັ້ນ ວັສສະກາຣະພຣາມນ໌ ມະຫາອະມາຕຍ໌ແຫ່ງມະຄົທຣັຖ ທ່ຽວກວດຣາຊະກາຣໃນພຣະນະຄອຣຣາຊະຄຶຫ໌ ໄດ້ເຂົ້າໄປຍັງບ່ອນເຮັດວຽກຂອງພຣາມນ໌ໂຄປະກະໂມຄຄັລລານະ ທີ່ມີທ່ານພຣະອານົນທ໌ຢູ່ດ້ວຍ ແລ້ວໄດ້ທັກທາຍປຣາສັຍກັບທ່ານພຣະອານົນທ໌ ຄັນຜ່ານກາຣທັກທາຍປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ໄດ້ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພໍນັ່ງຮຽບຮ້ອຍແລ້ວ ໄດ້ກ່າວກັບທ່ານພຣະອານົນທ໌ດັ່ງນີ້ວ່າ:

ຂ້າແຕ່ທ່ານພຣະອານົນທ໌ຜູ້ຈະເຣີນ! ພຣະຄຸນເຈົ້ານັ່ງສົນທະນາກັນດ້ວຍເຣື່ອງອັນໃດໜໍ ແລະພຣະຄຸນເຈົ້າເວົ້າເຣື່ອງອັນໃດຄ້າງຢູ່ໃນລະຫວ່າງ?

ທ່ານພຣະອານົນທ໌ກ່າວວ່າ:

ພຣາມນ໌! ໃນເຣື່ອງທີີ່ເວົ້າກັນຢູ່ນີ້ ພຣາມນ໌ໂຄປະກະໂມຄຄັລລານະໄດ້ຖາມອາຕະມະພາບວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ