ໜັງສືຈາກພຸດທະພົຈນ໌ ອານາປານະສະຕິ
ໜ້າ/ 41
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈໍາ ຫາຍໃຈອອກ”
ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຫາຍໃຈອອກ”
ເຂົາຍ່ອມເຮັດການຝຶກຫັດສຶກສາວ່າ “ເຮົາເປັນຜູ້ເຫັນ ເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈເຂົ້າ” ວ່າ “ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈໍາ ຫາຍໃຈອອກ”
ອານົນ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ ເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ອານົນ ! ພິກຂຸນັ້ນ ເປັນຜູ້ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ ເພາະເຂົາເຫັນການລະອະພິຊຊາ ແລະໂທມະ ນັດສະທັງຫຼາຍຂອງເຂົານັ້ນດ້ວຍປັນຍາ.
ອານົນ ! ເພາະເຫດນັ້ນໃນເລື່ອງນີ້ ພິກຂຸນັ້ນຍ່ອມຊື່ວ່າເປັນຜູ້ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ນໍາອະພິຊຊາແລະໂທມະນັດສະໃນໂລກອອກເສຍໄດ້.
ພຸດທະວະຈະນະ - ໝວດທັມ
ອານົນ ! ປຽບເໝືອນກອງຂີ້ຝຸ່ນໃຫຍ່ມີຢູ່ທີ່ຫົນທາງໃຫຍ່ ໔ ແຍກ ຖ້າກວຽນຫຼືລົດມາຈາກທາງທິດຕາເວັນອອກ ກໍບົດໝຸ່ນກອງຝຸ່ນນັ້ນ ຖ້າກວຽນຫຼືລົດມາຈາກທາງທິດຕາເວັນຕົກ ກໍບົດໝຸ່ນກອງຝຸ່ນນັ້ນ ຖ້າກວຽນຫຼືລົດມາຈາກທາງທິດເໜືອ ກໍບົດໝຸ່ນກອງຝຸ່ນນັ້ນ ຖ້າກວຽນຫຼືລົດມາຈາກທາງທິດໃຕ້ ກໍບົດໝຸ່ນກອງຝຸ່ນນັ້ນ ນີ້ເຊັ່ນໃດ
ອານົນ ! ເມື່ອບຸກຄົນມີປົກກະຕິເຫັນກາຍໃນກາຍຢູ່ເປັນປະຈໍາ ຍ່ອມກໍາຈັດບາບອະກຸສົນທັມທັງຫຼາຍໂດຍແທ້ ເມື່ອບຸກຄົນມີປົກກະຕິ ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ຍ່ອມກໍາຈັດບາບອະກຸສົນທັມທັງຫຼາຍໂດຍແທ້ ເມື່ອບຸກຄົນມີປົກກະຕິເຫັນຈິຕໃນຈິຕຢູ່ເປັນປະຈໍາ ຍ່ອມກໍາຈັດບາບອະກຸສົນທັມທັງຫຼາຍໂດຍແທ້ ເມື່ອບຸກຄົນມີປົກກະຕິເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ຍ່ອມກໍາຈັດບາບ ອະກຸສົນທັມທັງຫຼາຍໂດຍແທ້ ເຊັ່ນນັ້ນເໝືອນກັນ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິ
ລະໄດ້ເຊິ່ງຄວາມຟຸ້ງຊ້ານ ໑໙
- ບາລີ ສັກກ. ອັງ. ໒໒/໔໙໘/໓໘໖.
ພິກຂຸທັງຫຼາຍ ! ທັມ ໓ ປະການນີ້ ໓ ປະການແນວໃດໜໍ ຄື ຄວາມເປັນຜູ້ວ່າຍາກ ໑ ຄວາມເປັນຜູ້ມີມິຕຊົ່ວ ໑ ຄວາມຟຸ້ງຊ້ານແຫ່ງຈິຕ ໑.
ພິກຂຸທັງຫຼາຍ ! ນີ້ແລທັມ ໓ ປະການ.
ພິກຂຸທັງຫຼາຍ ! ທັມ ໓ ປະການ ອັນພິກຂຸຄວນເຮັດໃຫ້ຈະເລີນເພື່ອລະທັມ ໓ ປະການເຫຼົ່ານີ້ ໓ ປະການແນວໃດໜໍ ? ຄື
(໑) ຄວາມເປັນຜູ້ວ່າງ່າຍ ອັນພິກຂຸຄວນໃຫ້ຈະເລີນເພື່ອລະຄວາມເປັນຜູ້ວ່າຍາກ
(໒) ຄວາມເປັນຜູ້ມີມິຕດີ ອັນພິກຂຸຄວນໃຫ້ຈະເລີນ ເພື່ອລະຄວາມເປັນຜູ້ມີມິຕຊົ່ວ
(໓) ອານາປານະສະຕິ ອັນພິກຂຸຄວນໃຫ້ຈະເລີນ ເພື່ອລະຄວາມຟຸ້ງຊ້ານແຫ່ງຈິຕ.
ພິກຂຸທັງຫຼາຍ ! ນີ້ແລທັມ ໓ ປະການ ອັນພິກຂຸຄວນເຮັດໃຫ້ຈະເລີນ ເພື່ອລະທັມ ໓ ປະການເຫຼົ່ານັ້ນ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ອານາປານະສະຕິ
ອານາປານະສະຕິ
ລະໄດ້ເຊິ່ງຄວາມຄັບແຄ້ນ ໒໐
- ບາລີ ອິຕິວຸ. ຂຸ. ໒໕/໒໙໒-໒໙໓/໒໖໔.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍ
(໑) ຈົ່ງເປັນຜູ້ພິຈາລະນາເຫັນອາຣົມວ່າບໍ່ງາມໃນກາຍຢູ່
(໒) ຈົ່ງເຂົ້າໄປຕັ້ງອານາປານະສະຕິໄວ້ສະເພາະໜ້າ
ໃນພາຍໃນ
(໓) ຈົ່ງພິຈາລະນາເຫັນຄວາມບໍ່ທ່ຽງໃນສັງຂາຣທັງປວງ
ຢູ່ເຖີ້ນ.
ພິກຂຸທັງຫຼາຍ !
(໑) ເມື່ອເຈົ້າທັງຫຼາຍພິຈາລະນາເຫັນອາຣົມວ່າບໍ່ງາມໃນກາຍຢູ່ ຍ່ອມລະຣາຄານຸໄສ ໃນຄວາມເປັນທາດງາມໄດ້
(໒) ເມື່ອເຈົ້າທັງຫຼາຍເຂົ້າໄປຕັ້ງອານາປານະສະຕິໄວ້ສະເພາະໜ້າໃນພາຍໃນ ທັມເປັນທີ່ມານອນແຫ່ງວິຕົກທັງຫຼາຍ (ມິຈສາວິຕົກ) ໃນພາຍນອກ ອັນເປັນໄປໃນຝັກຝ່າຍແຫ່ງຄວາມຄັບແຄ້ນ ຍ່ອມບໍ່ມີ
ພຸດທະວະຈະນະ - ໝວດທັມ








