ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ຄື ຄວາມດໍາຣິໃນການອອກຈາກກາມ ຄວາມດໍາຣິໃນການບໍ່ມຸ່ງຮ້າຍ ຄວາມດໍາຣິໃນການບໍ່ບຽດບຽນ. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາສັງກັປປະ.

ພິກຂຸທັງຫຼາຍ ! ສັມມາວາຈາ (ການເວົ້າຈາຖືກຕ້ອງ) ເປັນແນວໃດໜໍ ?

ຄື ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າບໍ່ຈິງ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າສໍ່ສຽດ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າຄໍາຫຍາບ ເຈຕະນາເປັນເຄື່ອງເວັ້ນຈາກການເວົ້າໂລເລ. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາວາຈາ.

ພິກຂຸທັງຫຼາຍ ! ສັມມາກັມມັນຕະ (ການເຮັດການງານຖືກຕ້ອງ) ເປັນແນວໃດໜໍ ?

ຄື ເຈຕະນາເປັນເຄື່ອງເວັ້ນຈາກການຂ້າ ເຈຕະນາເປັນເຄື່ອງເວັ້ນຈາກການຖືເອົາສິ່ງຂອງ ທີ່ເຈົ້າຂອງບໍ່ໄດ້ໃຫ້ແລ້ວ ເຈຕະນາເປັນເຄື່ອງງົດເວັ້ນຈາກການປະພຶຕຜິດໃນກາມ. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາກັມມັນຕະ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ສັມມາອາຊີວະ (ການລ້ຽງຊີວິຕຖືກຕ້ອງ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນກໍລະນີນີ້ ລະການຫາລ້ຽງຊີວິຕທີ່ຜິດເສຍ ຍ່ອມດໍາຣົງຄວາມເປັນຢູ່ດ້ວຍການລ້ຽງຊີວິຕທີ່ຖືກຕ້ອງ. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາອາຊີວະ.

ພິກຂຸທັງຫຼາຍ ! ສັມມາວາຢາມະ (ຄວາມພຽນຖືກຕ້ອງ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ບັງເກີດແຫ່ງອະກຸສົລທັມ ອັນເປັນບາບທັງຫຼາຍ ທີ່ຍັງບໍ່ໄດ້ບັງເກີດ ; ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕຍ່ອມຕັ້ງຈິຕໄວ້ ເພື່ອການລະເສຍຊຶ່ງອະກຸສົລທັມ ອັນເປັນບາບທັງຫຼາຍ ທີ່ເກີດຂຶ້ນແລ້ວ; ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການບັງເກີດຂຶ້ນແຫ່ງກຸສົລທັມທັງຫຼາຍ ທີ່ຍັງບໍ່ບັງເກີດ ; ຍ່ອມປູກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມຢັ້ງຢືນ ຄວາມບໍ່ລຶບເລືອນ

ສະບັບ : ແກ້ກັມ

ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເລີນ ຄວາມເຕັມຮອບ ແຫ່ງກຸສົລທັມທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາວາຢາມະ.

ພິກຂຸທັງຫຼາຍ ! ສັມມາສະຕິ (ຄວາມລະນຶກຖືກຕ້ອງ) ເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ມີປົກກະຕິ

ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນໍາຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ເປັນຜູ້ມີປົກກະຕິພິຈາຣະນາ ເຫັນເວທະນາໃນເວທະນາທັງຫຼາຍຢູ່ ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນໍາຄວາມພໍໃຈແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ເປັນມີປົກກະຕິຜູ້ພິຈາຣະນາເຫັນຈິຕໃນຈິຕຢູ່ ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນໍາຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ເປັນຜູ້ມີປົກກະຕິພິຈາຣະນາເຫັນທັມໃນທັມທັງຫຼາຍຢູ່ ມີຄວາມພຽນເຄື່ອງເຜົາກິເລສ ມີຄວາມຮູ້ສຶກຕົວທົ່ວພ້ອມ ມີສະຕິ ນໍາຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກອອກເສຍໄດ້. ພິກຂຸທັງຫຼາຍ ! ອັນນີ້ເຮົາກ່າວວ່າ ສັມມາສະຕິ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ສັມມາສະມາທິ (ຄວາມຕັ້ງໃຈໝັ້ນຖືກຕ້ອງ) ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ