ຄຳສອນພຸດທະ - ໜ້າຈໍໂຫລດ

ແກ້ກັມ

ໜ້າ/ 52

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີໂຣຄາພະຍາດໜ້ອຍ ຄື ເປັນຜູ້ມີປົກກະຕິບໍ່ບຽດບຽນສັຕດ້ວຍຝ່າມື ຫຼືກ້ອນດິນ ຫຼືທ່ອນໄມ້ ຫຼືສັດຕຣາ.

ສະບັບ : ແກ້ກັມ

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີຜິວພັນຂີ້ຮ້າຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີຜິວພັນຂີ້ຮ້າຍ ຄື ເປັນຄົນມັກຮ້າຍ ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າເລັກນ້ອຍກໍຂັດໃຈ ໂກດເຄືອງ ພະຍາບາດມາດຮ້າຍ ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ

ພຸດທະວະຈະນະ - ໝວດທັມ

ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນໜ້າເຫຼື້ອມໃສ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມເປັນຜູ້ໜ້າເຫຼື້ອມໃສ ຄື ເປັນຄົນບໍ່ມັກຮ້າຍ ບໍ່ອັ່ງດ້ວຍຄວາມແຄ້ນເຄືອງ ຖືກເຂົາວ່າຫຼາຍກໍບໍ່ຂັດໃຈ ບໍ່ໂກດເຄືອງ ບໍ່ພະຍາບາດ ບໍ່ມາດຮ້າຍ ບໍ່ເຮັດຄວາມຮ້າຍ ແລະຄວາມຄຽດແຄ້ນໃຫ້ປາກົດ.

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ມີໃຈອິຈສາ ຍ່ອມອິຈສາ ມຸ່ງຮ້າຍ ຜູກໃຈອິດສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງອະບາຍ

ທຸຄະຕິ ວິນິບາຕ ນະຣົກ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ

ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດານ້ອຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດານ້ອຍ ນີ້ຄື ມີໃຈອິຈສາ ຍ່ອມອິຈສາ ມຸ່ງຮ້າຍ ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ.

ສະບັບ : ແກ້ກັມ

ມານົບ ! ບຸກຄົນບາງຄົນໃນໂລກນີ້ ຈະເປັນສະຕຣີກໍຕາມ ບຸຣຸສກໍຕາມ ເປັນຜູ້ມີໃຈບໍ່ອິຈສາ ຍ່ອມບໍ່ອິຈສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ ເຂົາຕາຍໄປ ຈະເຂົ້າເຖິງສຸຄະຕິໂລກສະຫວັນ ເພາະກັມນັ້ນ ອັນເຂົາໃຫ້ພຽບພ້ອມ ສະມາທານໄວ້ເຊັ່ນນີ້ ຫາກຕາຍໄປ ບໍ່ເຂົ້າເຖິງສຸຄະຕິໂລກສະຫວັນ ຖ້າມາເປັນມະນຸສ ເກີດ ນະ ບ່ອນໃດໆ ໃນພາຍຫຼັງ ຈະເປັນຄົນມີສັກດາຫຼາຍ.

ມານົບ ! ປະຕິປະທາທີ່ເປັນໄປເພື່ອຄວາມມີສັກດາຫຼາຍນີ້ ຄື ເປັນຜູ້ມີໃຈບໍ່ອິຈສາ ຍ່ອມບໍ່ອິຈສາ ບໍ່ມຸ່ງຮ້າຍ ບໍ່ຜູກໃຈອິຈສາໃນລາບສັກກາຣະ ຄວາມເຄົາລົບ ຄວາມນັບຖື ການໄຫວ້ ແລະການບູຊາຂອງຄົນອື່ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ