ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໓. ຄໍາວ່າ ປະຕິກູລ ທັງສາມຄໍານີ້ ເປັນພາສາທັມ ໝາຍເຖິງພາວະແຫ່ງຄວາມໜ້າກຽດໜ້າຊັງ ທີ່ຈະຕ້ອງເບິ່ງ
ດ້ວຍສະຕິປັນຍາ ບໍ່ແມ່ນເບິ່ງດ້ວຍຕາແບບພາວະປະຕິກູລໃນພາສາຄົນ.
໙໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ນາຄິຕະ ! ຄວາມເປັນຂອງປະຕິກູລໃນຜັສສະ ຍ່ອມປາກົດຂຶ້ນແກ່ບຸຄຄົນຜູ່ຕາມເຫັນຢູ່ຊຶ່ງ ຄວາມບໍ່ທ່ຽງໃນຜັສສາຢະຕະນະຫົກ ; ນັ້ນແຫຼະເປັນຜົລແຫ່ງການເຮັດເຊັ່ນນັ້ນ.
ນາຄິຕະ ! ຄວາມເປັນປະຕິກູລໃນອຸປາທານ ຍ່ອມປາກົດຂຶ້ນແກ່ບຸຄຄົນຜູ່ຕາມເຫັນຢູ່ຊຶ່ງ ຄວາມເກີດຂຶ້ນ ແລະ ຄວາມເສື່ອມໄປ ໃນອຸປາທານຂັນທ໌ ທັງຫ້າຢູ່ ; ນັ້ນແຫຼະເປັນຜົລແຫ່ງການເຮັດເຊັ່ນນັ້ນ.
- ປັນຈກ. ອັງ. ໒໒/໓໒/໓໐.
ໂລກຸຕຕະຣະຜົລ ມີໄດ້ຈາກການຕັ້ງຈິຕໄວ້ຖືກ
ພິກຂຸ ທ. ! ປຽບເໝືອນເດືອຍເມັດເຂົ້າສາລີ ຫຼື ເດືອຍເມັດເຂົ້າຢະວະ ທີ່ມັນຕັ້ງຢູ່ໃນລັກສະນະຜິດປົກກະຕິ ຖືກຢໍ່າເຕັກດ້ວຍມື ຫຼືຕີນແລ້ວ ຈະປັກມື ຫຼືຕີນທີ່ຢໍ່າເຕັກລົງໄປ ຫຼື ຈັກເຮັດໃຫ້ຊໍ້າເລືອດຂຶ້ນມາໄດ້ ນີ້ບໍ່ເປັນຖານະທີ່ມີໄດ້. ຍ້ອນຫຍັງໜໍ ? ຍ້ອນວ່າ ເດືອຍແຫ່ງເມັດເຂົ້າສາລີນັ້ນ ຕັ້ງຢູ່ຜິດລັກສະນະ. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ; ພິກຂຸມີຈິຕຕັ້ງໄວ້ຜິດ ຈັກທໍາລາຍອະວິຊຊາ ຈັກເຮັດໃຫ້ວິຊຊານັ້ນເກີດຂຶ້ນ ຫຼືຈັກເຮັດນິບພານໃຫ້ແຈ້ງໄດ້ ນັ້ນບໍ່ເປັນຖານະທີ່ມີໄດ້. ຍ້ອນຫຍັງໜໍ ? ຍ້ອນວ່າຄວາມທີ່ຕັ້ງຈິຕໄວ້ຜິດແລ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໙໗
ພິກຂຸ ທ. ! ປຽບເໝືືອນເດືອຍເມັດເຂົ້າສາລີ ຫຼື ເດືອຍເມັດເຂົ້າຢະວະ ທີ່ມັນຕັ້ງຢູ່ຖືກລັກສະນະ ຖືກຢໍ່າເຕັກດ້ວຍມື ຫຼືຕີນແລ້ວ ຈະປັກມື ຫຼືຕີນທີ່ເຕັກລົງໄປ ຫຼື ຈັກເຮັດໃຫ້ຊໍ້າເລືອດຂຶ້ນມາໄດ້ ນີ້ເປັນຖານະທີ່ມີໄດ້ ຍ້ອນຫຍັງໜໍ ? ຍ້ອນວ່າ : ເດືອຍແຫ່ງເມັດເຂົ້າສາລີນັ້ນຕັ້ງຢູ່ຖືກລັກສະນະ. ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ; ພິກຂຸມີຈິຕ
ຕັ້ງໄວ້ຖືກ ຈັກທໍາລາຍອະວິຊຊາ ຈັກເຮັດວິຊຊາໃຫ້ເກີດຂຶ້ນ ຫຼື ຈັກເຮັດນິບພານໃຫ້ແຈ້ງໄດ້ ນັ້ນເປັນຖານະທີ່ມີໄດ້. ຍ້ອນຫຍັງໜໍ ? ຍ້ອນວ່າ ຄວາມທີ່ຈິຕຕັ້ງໄວ້ຖືກແລ.
- ເອກ. ອັງ. ໒໐/໙/໔໒ - ໔໓.
ຄວາມແນ່ໃຈຫຼັງຈາກປະຕິບັຕ ເປັນເຄື່ອງຕັດສິນຄວາມຜິດ-ຖືກ
(ນາຍບ້ານຊື່ ປາຕະລິຢະ ແຫ່ງໂກລີຢະນິຄົມ ຊື່ ອຸຕຕະຣະ ມາເຝົ້າພຣະຜູ່ມີພຣະພາຄເຈົ້າ ຂາບທູນເລື່ອງທີ່ເຂົາໄດ້ຟັງສະມະນະພຣາມ ສາສດາຕ່າງໆ ໔ ພວກ : ຈໍາພວກທີ ໑ ສະແດງທິຕຖິວ່າການໃຫ້ບໍ່ມີຜົລ ການບູຊາບໍ່ມີຜົລ ກັມດີກັມຊົ່ວບໍ່ມີຜົລ ໂລກນີ້ໂລກອື່ນບໍ່ມີ ບິດາມານດາບໍ່ມີ ໂອປະປາຕິກະສັຕບໍ່ມີ ສະມະນະພຣາມຜູ່ປະຕິບັຕຖືກຕ້ອງ ຮູ້ແຈ້ງໂລກນີ້ໂລກອື່ນ ແລ້ວປະກາດກໍບໍ່ມີ ; ສະມະນະພຣາມ ສາສດາພວກທີ ໒ ສະແດງທິຕຖິຢ່າງກົງກັນຂ້າມວ່າ : ສິ່ງເຫຼົ່ານີ້ລ້ວນແຕ່ມີ ; ສະມະນະພຣາມພວກທີ ໓ ສະແດງທິຕຖິວ່າ : ການເຮັດທັງຫຼາຍບໍ່ເປັນອັນເຮັດ ແມ່ນວ່າຈັກເຮັດບາບ ເຊັ່ນ : ຂ້າສັຕມີຊີ້ນກອງເຕັມແຜ່ນດິນ ກໍບໍ່ມີບາບ, ເຮັດບຸນຍ໌ເຕັມຝັ່ງແມ່ນໍ້າຄົງຄາ ກໍບໍ່ມີບຸນຍ໌ ; ສ່ວນສະມະນະພຣາມສາສດາພວກທີ ໔ ສະແດງທິຕຖິຢ່າງກົງກັນຂ້າມກັບພວກທີສາມ ຄື ການເຮັດເປັນອັນເຮັດ ຄື : ເຮັດບາບມີຜົລບາບ, ເຮັດບຸນຍ໌ມີຜົລບຸນຍ໌ ; ແລ້ວຂາບທູນພຣະຜູ່ມີພຣະພາຄເຈົ້າຕໍ່ໄປວ່າ :)
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ກັງຂາ ແລະ ວິຈິກິຈສາ ໄດ້ເກີດຂຶ້ນແກ່ຂ້ານ້ອຍວ່າ ໃນບັນດາສະມະນະພຣາມເຫຼົ່ານັ້ນ ສະມະນະພຣາມພວກໃດເວົ້າແທ້ ພວກໃດກ່າວມຸສາ”.
ຄາມະນິ ! ຄວນແລ້ວທີ່ທ່ານຈະມີກັງຂາ ແລະ ວິຈິກິຈສາ ວິຈິກິຈສາໄດ້ເກີດຂຶ້ນແລ້ວໃນຖານະທີ່ຄວນກັງຂາ
໙໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍເຫຼື້ອມໃສແລ້ວ ໃນພຣະຜູ່ມີພຣະພາຄດັ່ງນີ້ວ່າ ພຣະ
ຜູ່ມີພຣະພາຄສາມາດທີ່ຈະສະແດງທັມ ເພື່ອຂ້ານ້ອຍຈະລະທັມ ເປັນທີ່ກັງຂານັ້ນເສຍໄດ້”.
ຄາມະນິ ! ທັມມະສະມາທິ ມີຢູ່ ຖ້າທ່ານໄດ້ຈິຕຕະສະມາທິ ໃນທັມມະສະມາທິນັ້ນແລ້ວ ທ່ານກໍຈະລະທັມເປັນທີ່ກັງຂານັ້ນເສຍໄດ້. ຄາມະນິ ! ທັມມະສະມາທິນັ້ນ ເປັນແນວໃດໜໍ ?








