ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຂໍ້ນັ້ນເພາະເຫຕໃດໜໍ ? ຈຸນທະ ! ເພາະເຫຕວ່າ ກຸສົລກັມມະບົດ ສິບປະການເຫຼົ່ານີ້ ເປັນໂຕຄວາມສະອາດ ແລະເປັນເຄື່ອງເຮັດຄວາມສະອາດ. ຈຸນທະ ! ອີກຢ່າງໜຶ່ງ ເພາະມີການປະກອບດ້ວຍກຸສົລກັມມະບົດທັງສິບປະການ ເຫຼົ່ານີ້ເປັນເຫຕ ພວກ ເທບຈຶ່ງປາກົດ ພວກມະນຸສຈຶ່ງປາກົດ ຫຼືວ່າ ສຸຄະຕິໃດໆ ແມ່ນວ່າອື່ນອີກ ຍ່ອມມີ.

- ທສກ. ອັງ. ໒໔໒໘໓-໒໘໙/໑໖໕.

ຜູ່ບໍ່ສະອາດ ເປັນຜູ່ທີ່ຄືດັ່ງຖືກນໍາໂຕໄປເກັບໄວ້ໃນນະຣົກ

ພິກຂຸ ທ. ! ບຸຄຄົນຜູ່ ປະກອບດ້ວຍທັມ ໑໐ ປະການ ຍ່ອມເປັນຄືດັ່ງບຸຄຄົນຜູ່ຖືກນໍາໂຕໄປເກັບໄວ້ໃນນະຣົກ. ທັມ ໑໐ ປະການແນວໃດໜໍ ? ສິບປະການ ຄື ຄົນບາງຄົນໃນກໍລະນີນີ້ ເປັນ ຜູ່ມີປົກກະຕິເຮັດສັຕມີປານະໃຫ້ມອດມ້ວຍ ຫຍາບຊ້າ ມີຝ່າມືເປື້ອນດ້ວຍໂລຫິຕ ມີແຕ່ການຂ້າ ແລະການທຸບຕີ ບໍ່ມີຄວາມເອັນດູໃນສັຕມີຊີວິຕ ໑ ; (ຕໍ່ໄປນີ້ໄດ້ຕຣັດເຖິງບຸຄຄົນຜູ່ ເຮັດອະທິນນະທານ ເຮັດກາເມສຸມິຈສາຈາຣ ເວົ້າຂີ້ຕົວະ ເວົ້າສັບສໍ່ ເວົ້າຄໍາຫຍາບ ເວົ້າໂລເລ ອັ່ງດ້ວຍອະພິຊຊາ ມີພະຍາບາດ ເປັນມິຈສາທິຕຖິ ; ຊຶ່ງແຕ່ລະຢ່າງໆ ມີລາຍລະອຽດຫາເບິ່ງໄດ້ຈາກຫົວຂໍ້ວ່າ “ລັກສະນະຄວາມສະອາດ - ບໍ່ສະອາດ ໃນອະຣິຍະວິນັຍ” ສະເພາະຝ່າຍຊົ່ວ ຫຼືຝ່າຍຄວາມບໍ່ສະອາດ ຢູ່ໜ້າ ໑໕໖໕-໖ ໃນໜັງສືເຫຼັ້ມນີ້ ; ແລ້ວຕຣັດຈົບລົງດ້ວຍຄໍາວ່າ : - )

ພາກເພີ່ມຕື່ມ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໗໑

ພິກຂຸ ທ. ! ບຸຄຄົນຜູ່ ປະກອບດ້ວຍທັມ ໑໐ ປະການ ເຫຼົ່ານີ້ແລ ຍ່ອມເປັນຄືດັ່ງບຸຄຄົນ ຜູ່ຖືກນໍາໂຕໄປເກັບໄວ້ໃນນະຣົກ.

- ທສກ. ອັງ. ໒໔/໓໐໕/໑໘໙.

ຜູ່ສະອາດ ເປັນຜູ່ທີ່ຄືດັ່ງຖືກນໍາໂຕໄປເກັບໄວ້ໃນສະຫວັນ

ພິກຂຸ ທ. ! ບຸຄຄົນຜູ່ ປະກອບດ້ວຍທັມ ໑໐ ປະການ ຍ່ອມເປັນເໝືອນບຸຄຄົນຜູ່ຖືກນໍາໂຕ ໄປເກັບໄວ້ເທິງສະຫວັນ. ທັມ ໑໐ ປະການ ແນວໃດໜໍ ? ສິບປະການຄື ບຸຄຄົນບາງຄົນໃນກໍລະນີນີ້ ຢຸດການເຮັດສັຕມີປານະໃຫ້ມອດມ້ວຍ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍຢູ່ ໑ ; (ຕໍ່ໄປນີ້ໄດ້ຕຣັດເຖິງບຸຄຄົນຜູ່ ເວັ້ນຈາກອະທິນນາທານ ເວັ້ນຈາກກາເມສຸມິຈສາຈາຣ ເວັ້ນຈາກການເວົ້າຂີ້ຕົວະ ເວັ້ນຈາກການເວົ້າສັບສໍ່ ເວັ້ນຈາກການເວົ້າຄໍາຫຍາບ ເວັ້ນຈາກການເວົ້າໂລເລ ບໍ່ອັ່ງດ້ວຍອະພິຊຊາ ບໍ່ມີພະຍາບາດ ເປັນສັມມາທິຕຖິ ; ຊຶ່ງແຕ່ລະຢ່າງໆ ມີລາຍລະອຽດຫາເບິ່ງໄດ້ຈາກຫົວຂໍ້ວ່າ “ລັກສະນະຄວາມສະອາດ - ບໍ່ສະອາດ ໃນອະຣິຍະວິນັຍ” ສະເພາະຝ່າຍດີ ຢູ່ໜ້າ ໑໕໖໘ - ໙ ໃນໜັງສືເຫຼັ້ມນີ້ ; ແລ້ວຕຣັດຈົບລົງດ້ວຍຄໍາວ່າ : -)

ພິກຂຸ ທ. ! ບຸຄຄົນຜູ່ ປະກອບດ້ວຍທັມ ໑໐ ປະການ ເຫຼົ່ານີ້ແລ ຍ່ອມເປັນຄືດັ່ງບຸຄຄົນ ຜູ່ຖືກນໍາໂຕໄປເກັບໄວ້ເທິງສະຫວັນ.

- ທສກ. ອັງ. ໒໔/໓໐໖/໑໘໙.

(ໃນສູຕອື່ນ ແທນທີ່ຈະເອີ້ນຜູ່ເປັນເຈົ້າຂອງກໍລະນີວ່າ ບຸຄຄົນ ແຕ່ໄປຊົງເອີ້ນເສຍວ່າ ມາຕຸຄາມ ກໍມີ ອຸປາສິກາ ກໍມີ. - ໒໔/໓໐໘/໑໙໐-໑໙໑.

ສູຕອື່ນໆ ແທນທີ່ຈະນັບຈໍານວນກັມມະບົດມີ ສິບ ໄດ້ຊົງຂະຫຍາຍອອກເປັນ ໒໐ ຄື ເຮັດເອງສິບ ຊັກຊວນຜູ່ອື່ນໃຫ້ເຮັດສິບ, ແລະຊົງຂະຫຍາຍອອກເປັນ ໓໐ ຄື ເຮັດເອງສິບ ຊັກຊວນຜູ່ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ, ແລະຊົງຂະຫຍາຍອອກເປັນ ໔໐ ເຮັດເອງສິບ ຊັກຊວນຜູ່ອື່ນໃຫ້ເຮັດສິບ ຍິນດີເມື່ອເຂົາເຮັດສິບ ສັນລະເສີນຜູ່ເຮັດສິບ ; ຈຶ່ງມີກັມມະບົດ ສິບ ຊາວ ສາມສິບ ສີ່ສິບ. - ໒໔/໓໕໒-໓໖໒/໓໓໘-໒໐໑.

໑໕໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ໃນສູຕອື່ນ ສະແດງຜົລແຫ່ງການເຮັດຕ່າງອອກໄປ ຈາກຄໍາວ່າ ຄືດັ່ງຖືກນໍາໄຕໄປເກັບໄວ້ໃນນະຣົກ ເປັນວ່າ “ເປັນຜູ່ຂຸດຮາກຕົນເອງ” ກໍມີ “ຕາຍແລ້ວໄປທຸຄະຕິ” ກໍມີ “ເປັນພາລ” ກໍມີ ; ສ່ວນຜູ່ທີ່ຄືດັ່ງ ຖືກນໍາໂຕໄປເກັບໄວ້ໃນສະຫວັນນັ້ນ ຊົງສະແດງດ້ວຍຄໍາວ່າ “ຜູ່ບໍ່ຂຸດຮາກຕົນເອງ” ກໍມີ “ຕາຍແລ້ວໄປສຸຄະຕິ” ກໍມີ “ເປັນບັນດິຕ” ກໍມີ - ໒໔/໓໓໒-໓໓໓/໒໐໒-໒໐໓.

ພາກຜະນວກ

ວ່າດ້ວຍເລື່ອງນໍາມາຜະນວກ ເພື່ອຄວາມສະດວກແກ່ການອ້າງອີງ

ສໍາລັບ ເລື່ອງທີ່ຕຣັສຊໍ້າໆ ເລື້ອຍໆ

ຈົບ

ອະຣິຍະສັຈຈ໌ຈາກພຣະໂອຖະ

ຈົບ

໑໕໗໓

ປະທານານຸກົມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ