ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຈຸນທະ ! ຄວາມສະອາດທາງວາຈາ ມີ ໔ ຢ່າງ ນັ້ນເປັນແນວໃດໜໍ ? ຈຸນທະ ! ບຸຄຄົນບາງຄົນໃນກໍລະນີນີ້ ຢຸດມຸສາວາດ ເວັ້ນຂາດຈາກມຸສາວາດ ໄປສູ່ສະພາກໍດີ ໄປສູ່ບໍລິສັດກໍດີ ໄປສູ່ທ່າມກາງໝູ່ພີ່ນ້ອງກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່ທ່າມກາງຣາຊະສະກຸລກໍດີ ອັນເຂົານໍາເອົາໄປເປັນພະຍານ ຖາມວ່າ “ບຸຣຸສຜູ່ຈະເຣີນ ! ທ່ານຮູ້ແນວໃດ ທ່ານຈົ່ງກ່າວໄປຕາມນັ້ນ” ດັ່ງນີ້, ບຸຣຸສນັ້ນເມື່ອບໍ່ຮູ້ກໍກ່າວວ່າບໍ່ຮູ້ ເມື່ອຮູ້ກໍກ່າວວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ ເມື່ອເຫັນກໍກ່າວວ່າເຫັນ, ເພາະເຫຕຕົນເອງ ເພາະເຫຕຜູ່ອື່ນ ຫຼືເພາະເຫຕເຫັນແກ່ອາມິສໃດໆ ກໍບໍ່ເປັນຜູ່ກ່າວຂີ້ຕົວະທັງທີ່ຮູ້ຢູ່ ; ຢຸດຄໍາສັບສໍ່ ເວັ້ນຂາດຈາກຄໍາສັບສໍ່ ໄດ້ຟັງຈາກຝ່າຍນີ້ແລ້ວບໍ່ເກັບໄປບອກຝ່າຍນັ້ນ ເພື່ອແຕກຈາກຝ່າຍນີ້ ຫຼືໄດ້ຟັງຈາກຝ່າຍນັ້ນແລ້ວບໍ່ເກັບໄປບອກຝ່າຍນີ້ ເພື່ອແຕກຈາກຝ່າຍນັ້ນ ແຕ່ຈະສະໝານຄົນທີ່ແຕກກັນແລ້ວໃຫ້ກັບພ້ອມພຽງກັນ ອຸດໜູນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຄົນມັກໃນການພ້ອມພຽງ ເປັນຄົນຍິນດີໃນການພ້ອມພຽງ ເປັນຄົນພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ ;
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໖໙
ຢຸດການກ່າວຄໍາຫຍາບເສຍ ເວັ້ນຂາດຈາກການກ່າວຄໍາຫຍາບ ກ່າວແຕ່ວາຈາທີ່ບໍ່ມີໂທດ ມ່ວນໂສຕະໃຫ້ເກີດຄວາມຮັກ ເປັນຄໍາຟູໃຈ ເປັນຄໍາສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນບ່ອນໄຄ່ທີ່ພໍໃຈຂອງມະຫາຊົນ ກ່າວແຕ່ວາຈາເຊັ່ນນັ້ນຢູ່ ; ຢຸດຄໍາເວົ້າໂລເລ ເວັ້ນຂາດຈາກຄໍາເວົ້າໂລເລ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ ກ່າວແຕ່ວາຈາທີ່ມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍປະໂຍຊນ໌ ສົມຄວນແກ່ເວລາ. ຈຸນທະ ! ເຊັ່ນນີ້ແລ ເປັນຄວາມສະອາດທາງວາຈາ ໔ ຢ່າງ.
ຈຸນທະ ! ຄວາມສະອາດທາງໃຈ ມີ ໓ ຢ່າງ ນັ້ນເປັນແນວໃດໜໍ ? ຈຸນທະ ! ບຸຄຄົນບາງຄົນໃນກໍລະນີນີ້ ເປັນຜູ່ ບໍ່ອັ່ງດ້ວຍອະພິຊຊາ ຄືເປັນຜູ່ບໍ່ໂລບ ເພັ່ງເລັງວັຕຖຸອຸປະກອນແຫ່ງຊັບຂອງຜູ່ອື່ນ ວ່າ “ສິ່ງໃດເປັນຂອງຜູ່ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ” ດັ່ງນີ້ ; ເປັນຜູ່ ບໍ່ມີຈິຕພະຍາບາດ ມີຄວາມດໍາຣິແຫ່ງໃຈອັນບໍ່ປອງຮ້າຍ ວ່າ “ສັຕທັງຫຼາຍເຫຼົ່ານີ້ ຈົ່ງເປັນຜູ່ບໍ່ມີເວຣ ບໍ່ມີຄວາມບຽດບຽນ ບໍ່ມີທຸກຂ໌ ມີສຸຂ ບໍລິຫານຕົນຢູ່ເຖີ້ນ” ດັ່ງນີ້ເປັນຕົ້ນ ; ເປັນຜູ່ ມີຄວາມເຫັນຖືກຕ້ອງ ມີທັສສະນະບໍ່ວິປະຣິຕ ວ່າ “ທ່ານທີ່ໃຫ້ແລ້ວມີ (ຜົລ), ຍັນທີ່ບູຊາແລ້ວມີ (ຜົລ), ການບູຊາທີ່ບູຊາແລ້ວມີ (ຜົລ), ຜົລວິບາກແຫ່ງກັມ ທີ່ສັຕເຮັດດີເຮັດຊົ່ວມີ, ໂລກນີ້ມີ, ໂລກອື່ນມີ, ມານດາມີ, ບິດາມີ, ໂອປະປາຕິກະສັຕມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ເຖິງກັບເຮັດໃຫ້ແຈ້ງໂລກນີ້ ແລະໂລກອື່ນດ້ວຍປັນຍາໂດຍຖືກຕ້ອງເອງ ແລ້ວປະກາດໃຫ້ຜູ່ອື່ນຮູ້ ກໍມີ” ດັ່ງນີ້ ; ຈຸນທະ ! ເຊັ່ນນີ້ແລ ເປັນຄວາມສະອາດທາງໃຈ ໓ ຢ່າງ.
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ກຸສົລກັມມະບົດສິບ.
໑໕໗໐ ອະຣິຍະສັຈຈ໌ຈາກພະໂອຖະ
ຈຸນທະ ! ບຸຄຄົນປະກອບດ້ວຍກຸສົລກັມມະບົດ ສິບປະການເຫຼົ່ານີ້ ລຸກຈາກບ່ອນນອນ ຕາມເວລາແຫ່ງຕົນແລ້ວ ແມ່ນວ່າຈະລູບແຜ່ນດິນກໍເປັນຄົນສະອາດ, ແມ່ນວ່າຈະບໍ່ລູບແຜ່ນດິນກໍເປັນຄົນສະອາດ ; ແມ່ນວ່າຈະຈັບຂີ້ງົວສົດກໍເປັນຄົນສະອາດ, ແມ່ນວ່າຈະບໍ່ຈັບຂີ້ງົວສົດກໍເປັນຄົນສະອາດ ; ແມ່ນວ່າຈະຈັບຫຍ້າຂຽວກໍເປັນຄົນສະອາດ, ແມ່ນວ່າຈະບໍ່ຈັບຫຍ້າຂຽວກໍເປັນຄົນສະອາດ ; ແມ່ນວ່າຈະບໍາເລີໄຟກໍເປັນຄົນສະອາດ, ແມ່ນວ່າຈະບໍ່ບໍາເລີໄຟກໍເປັນຄົນສະອາດ ; ແມ່ນວ່າຈະໄຫວ້ດວງອາທິຕກໍເປັນຄົນສະອາດ, ແມ່ນວ່າຈະບໍ່ໄຫວ້ດວງອາທິຕກໍເປັນຄົນສະອາດ ; ແມ່ນວ່າຈະລົງນໍ້າໃນເວລາແລງເປັນຄັ້ງທີສາມກໍເປັນຄົນສະອາດ, ແມ່ນວ່າຈະບໍ່ລົງນໍ້າໃນແວລາແລງເປັນຄັ້ງທີສາມກໍເປັນຄົນສະອາດ.








