ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ກຸລະບຸຕນັ້ນ ເມື່ອບວດແລ້ວເຊັ່ນນີ້ ເປັນຜູ່ ສັງລວມແລ້ວດ້ວຍການສັງລວມໃນປາຕິໂມກຂ໌ຢູ່ ເຖິງພ້ອມມາຣະຍາດ ແລະໂຄຈອຣ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງຈະມີປະລິມານເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ ປະກອບດ້ວຍ ກາຢະກັມ ວະຈີກັມ ອັນເປັນກຸສົລ ມີອາຊີວະບໍຣິສຸດ ເຖິງພ້ອມດ້ວຍສີລ ມີທະວາຣອັນຄຸ້ມຄອງແລ້ວ ໃນອິນຊີທັງຫຼາຍ ປະກອບດ້ວຍສະຕິສັມປະຊັນຍະ ເປັນຜູ່ສັນໂດດ.
ກ. ອາການທີ່ເຖິງພ້ອມດ້ວຍສີລ (ຂັ້ນຈຸລະສີລ)
ມານົບ ! ພິກຂຸເປັນຜູ່ເຖິງພ້ອມດ້ວຍສີລ ເປັນແນວໃດໜໍ ? ມານົບ ! ພິກຂຸໃນກໍລະນີນີ້ ເປັນຜູ່ຢຸດປານາຕິບາຕ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ແລະສັສຕຣາເສຍແລ້ວ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ຫວັງປະໂຍຊນ໌ເກື້ອກູນໃນບັນດາສັຕທັງຫຼາຍຢູ່ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. ເປັນຜູ່ຢຸດອະທິນນາທານ ເວັ້ນຂາດຈາກອະທິນນາທານ ຖືເອົາແຕ່ເຄື່ອງທີ່ເຂົາໃຫ້ແລ້ວ ຫວັງຢູ່ແຕ່ເຄື່ອງທີ່ເຂົາໃຫ້ ເປັນຄົນສະອາດ ບໍ່ເປັນຂີ້ລັກຢູ່ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. ເປັນຜູ່ຢຸດກັມອັນບໍ່ແມ່ນພຣົມມະຈັນຣຍ໌ ປະພຶຕພຣົມມະຈັນຣຍ໌ໂດຍປົກກະຕິ ປະພຶຕຫ່າງໄກ ເວັ້ນຂາດຈາກການເສບເມຖຸນອັນເປັນຂອງຊາວບ້ານ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. ເປັນຜູ່ຢຸດມຸສາວາດ ເວັ້ນຂາດຈາກມຸສາວາດ ເວົ້າແຕ່ຄວາມຈິງ ຮັກສາຄໍາສັຈ ໝັ້ນຄົງໃນຄໍາເວົ້າຄວນເຊື່ອຖືໄດ້ ບໍ່ແກ້ງກ່າວໃຫ້ຜິດຕໍ່ໂລກ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. ເປັນຜູ່ລະຄໍາສັບສໍ່ ເວັ້ນຂາດຈາກຄໍາສັບສໍ່ ໄດ້ຟັງຈາກຝ່າຍນີ້ແລ້ວ ບໍ່ເກັບໄປບອກຝ່າຍນັ້ນ ເພື່ອໃຫ້ຝ່າຍນີ້ແຕກແຍກກັນ ຫຼືໄດ້ຟັງຈາກຝ່າຍນັ້ນແລ້ວ ບໍ່ເອົາມາບອກແກ່ຝ່າຍນີ້ ເພື່ອໃຫ້ຝ່າຍນັ້ນແຕກແຍກກັນ ແຕ່ຈະສະໝານຄົນທີ່ແຕກກັນແລ້ວ ໃຫ້ກັບພ້ອມພຽງກັນ ອຸດໜູນຄົນທີ່ພ້ອມພຽງກັນຢູ່ ໃຫ້ພ້ອມພຽງກັນຍິ່ງຂຶ້ນ ເປັນຄົນມັກໃນການພ້ອມພຽງ ເປັນຄົນຍິນດີໃນການພ້ອມພຽງ ເປັນຄົນພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.
໑໕໔໒ ອະຣິຍະສັຈຈ໌ຈາກພະໂອຖະ
ເປັນຜູ່ລະການກ່າວຄໍາຫຍາບເສຍ ເວັ້ນຂາດຈາກການກ່າວຄໍາຫຍາບ ກ່າວແຕ່ວາຈາທີ່ບໍ່ມີໂທດ ສະເນາະໂສດ ໃຫ້ເກີດຄວາມຮັກ ເປັນຄໍາຊູໃຈ ເປັນຄໍາສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນບ່ອນໄຄ່ທີ່ພໍໃຈຂອງມະຫາຊົນ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ. ເປັນຜູ່ລະຄໍາເວົ້າທີ່ຫວ່ານປະໂຍຊນ໌ຖິ້ມເສຍ ເວັ້ນຂາດຈາກການເວົ້າໂລເລ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຍຊນ໌ ເປັນທັມ ເປັນວິນັຍ ກ່າວແຕ່ວາຈາທີ່ມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍປະໂຍຊນ໌ ສົມຄວນແກ່ແວລາ ; ແມ່ນວ່ານີ້ກໍເປັນສີລຂອງເຂົາອີກຂໍ້ໜຶ່ງ.








