ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ວ່າດ້ວຍຄວາມສະຫຼຸບທ້າຍ ກ່ຽວກັບຈະຕຸຣາຣິຍະສັຈຈ໌
ຈົບ
໑໕໓໕
ຄໍາຊີ້ຊວນວິງວອນ
ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶຕ ເພື່ອໃຫ້ຮູ້ວ່າ
“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.”
ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິບພານະຄາມິມັຄໂຄ
ນິບພານ ເຮົາໄດ້ສະແດງແລ້ວ,
ທາງໃຫ້ເຖິງນິບພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.
ກິຈຈ໌ໃດ ທີ່ສາສດາຜູ່ເອັນດູ ສະແຫວງຫາປະໂຍຊນ໌ເກື້ອກູນ
ອາໄສຄວາມເອັນດູແລ້ວ ຈະຕ້ອງເຮັດແກ່ສາວົກທັງຫຼາຍ,
ກິຈຈ໌ນັ້ນ ເຮົາໄດ້ເຮັດແລ້ວ ແກ່ພວກເຈົ້າ.
ນັ້ນເຫງົ້າໄມ້ ; ນັ້ນເຮືອນວ່າງ.
ພວກເຈົ້າຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,
ຢ່າເປັນຜູ່ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.
ອະຢັງ ໂວ ອັມຫາກັງ ອະນຸສາສນີ
ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.
(ມຫາວາຣ. ສັງ. - ສະລາ. ສັງ.)
໑໕໓໖ ອະຣິຍະສັຈຈ໌ຈາກພະໂອຖະ
໑໕໓໗
ພາກຜະນວກ (ຕື່ມ)
ວ່າດ້ວຍ
ເລື່ອງນໍາເອົາມາຜະນວກເພື່ອຄວາມສະດວກແກ່ການອ້າງອີງ
ສໍາລັບເລື່ອງທີ່ຕຣັສຊໍ້າໆ ເລື້ອຍໆ
໑໕໓໘ ອະຣິຍະສັຈຈ໌ຈາກພະໂອຖະ
ພາກຜະນວກ
ມີເລື່ອງ ໒ ຫົວຂໍ້ :-
໑. ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ
໒. ລັກສະນະຄວາມສະອາດ - ບໍ່ສະອາດໃນອະຣິຍະວິນັຍ
໑໕໓໙
ພາກຜະນວກ
ວ່າດ້ວຍ
ເລື່ອງນໍາເອົາມາຜະນວກເພື່ອຄວາມສະດວກແກ່ການອາງອີງ
ສໍາລັບເລື່ອງທີ່ຕຣັດຊໍ້າໆ ເລື້ອຍໆ
(ມີ ໒ ຫົວຂໍ້)
ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ
(ທີ່ສະແດງໄວ້ໂດຍຂັນທ໌ສາມ)
(ຂໍ້ຄວາມຕໍ່ໄປນີ້ ເປັນຄໍາຂອງພຣະອານົນທ໌ ແຕ່ກໍກົງເປັນອັນດຽວກັນກັບພຣະພຸດທະພາສິຕ ດັ່ງທີ່ຊົງສະແດງໄວ້ໃນສາມັນຍະຜະລະສູຕ ອັມພັຕຖະສູຕ ໂສນະທັນດະສູຕ ເປັນຕົ້ນ ຈຶ່ງຖືວ່າມີຄ່າ ທໍ່ກັບພຣະພຸດທະພາສິຕ ແລະນໍາເອົາມາລວມໄວ້ໃນເລື່ອງຈາກພຣະໂອຖ ; ຫາກແຕ່ຖ້ອຍຄໍາຂອງພຣະອານົນທ໌ ຮຽບຮຽງໄວ້ຢ່າງສະດວກ ງ່າຍດາຍແກ່ການອ້າງອີງຍິ່ງກວ່າ ຈຶ່ງຍົກເອົາສໍານວນີ້ມາໃຊ້ໃນການອ້າງອີງ :- )
໑. ສີລະຂັນທ໌
“ທ່ານອານົນທ໌ຜູ່ຈະເຣີນ ! ອະຣິຢະສີລະຂັນທ໌ ນັ້ນເປັນແນວໃດໜໍ ທີ່ພຣະສະມະນະໂຄດົມ ຊົງສັນລະເສີນ ແລະຊົງຊັກຊວນມະຫາຊົນນີ້ ໃຫ້ສະມາທານ ໃຫ້ເຂົ້າໄປຢູ່ ໃຫ້ຕັ້ງໄວ້ສະເພາະ ?”
໑໕໔໐ ອະຣິຍະສັຈຈ໌ຈາກພະໂອຖະ
ຕະຖາຄົຕເກີດຂຶ້ນໃນໂລກສະແດງທັມ
ມານົບ ! ຕະຖາຄົຕເກີດຂຶ້ນໃນໂລກນີ້ ເປັນພຣະອໍຣະຫັນຕ໌ ຕຣັສຮູ້ຖືກຕ້ອງເອງ ສົມບູນດ້ວຍວິຊຊາ ແລະຈະຣະນະ ດໍາເນີນໄປດີ ຮູ້ແຈ້ງໂລກ ເປັນສາຣະຖີຝຶກຄົນຄວນຝຶກ ບໍ່ມີໃຜຫຍິ່ງໄປກວ່າ ເປັນຄູຂອງເທວະດາ ແລະ ມະນຸສສ໌ ເປັນຜູ່ເບີກບານແລ້ວ ຈໍາແນກທັມອອກສອນສັດ. ຕະຖາຄົຕນັ້ນ ເຮັດໃຫ້ແຈ້ງຊຶ່ງໂລກນີ້ ກັບທັງເທວະດາ ທາຣ ພຣົມ ໝູ່ສັດພ້ອມທັງສະມະນະພຣາມ ເທວະດາພ້ອມທັງມະນຸສສ໌ ດ້ວຍປັນຍາອັນຫຍິ່ງເອງແລ້ວ ສອນຜູ່ອື່ນໃຫ້ຮູ້ແຈ້ງຕາມ. ຕະຖາຄົຕນັ້ນ ສະແດງທັມໄພເລາະໃນເບື້ອງຕົ້ນ ທ່າມກາງ ທີ່ສຸດ, ປະກາດພຣົມມະຈັນຣຍ໌ ພ້ອມທັງອັຕຖະ ແລະ ພະຍັນຊະນະ ບໍຣິສຸດບໍລິບູນຊິ້ນເຊີງ.
ກຸລະບຸຕຟັງທັມອອກບວດ
ຄະຫະບໍດີ ຫຼືບຸຕຄະຫະບໍດີ ຫຼືຜູ່ເກີດໃນຕະກູນໃດຕະກູນໜຶ່ງໃນພາຍຫຼັງ ກໍດີ ໄດ້ຟັງທັມນັ້ນແລ້ວ ເກີດສັດທາໃນຕະຖາຄົຕ. ເຂົາຜູ່ປະກອບດ້ວຍສັດທາ ຍ່ອມພິຈາຣະນາເຫັນວ່າ “ຄາລະວາດຄັບແຄບ ເປັນທາງມາແຫ່ງທຸລີ, ບັນພະຊາເປັນໂອກາດ (ຄືບ່ອນໂປ່ງໂລ່ງ) ອັນຍິ່ງ ; ການທີ່ຄົນຢູ່ຄອງເຮືອນ ຈະປະພຶຕພຣົມມະຈັນຣຍ໌ໃຫ້ບໍຣິສຸດບໍຣິບູນໂດຍສ່ວນດຽວ ເໝືອນສັງທີ່ເຂົາຂັດແລ້ວນັ້ນ ບໍ່ເຮັດໄດ້ໂດຍງ່າຍ. ຖ້າຈັ່ງໃດ ເຮົາຈະໂກນຜົມ ແລະໜວດ ຄອງຜ້າກາສາຍະ ອອກຈາກເຮືອນບວດ ເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນເຖີ້ນ”, ດັ່ງນີ້.
ໂດຍສະໄໝອື່ນຕໍ່ມາ ເຂົາ ລະກອງສົມບັດນ້ອຍໃຫຍ່ ແລະວົງຍາດນ້ອຍໃຫຍ່ ໂກນງຜົມ ແລະໜວດ ອອກຈາກເຮືອນ ບວດເປັນຜູ່ບໍ່ກ່ຽວຂ້ອງດ້ວຍເຮືອນແລ້ວ.
ພາກຜະນວກ - ເລື່ອງນໍາເອົາມາຕື່ມໃສ່ເພື່ອສະດວກແກ່ການອ້າງອີງ ໑໕໔໑
ແນວທາງປະຕິບັຕສໍາລັບຜູ່ບວດໃໝ່








