ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ກາລາມະ ທ. ! ເມື່ອໃດທ່ານທັງຫຼາຍ ຮູ້ດ້ວຍຕົນວ່າ “ທັມເຫຼົ່ານີ້ເປັນກຸສົລ, ທັມເຫຼົ່ານີ້ບໍ່ມີໂທດ, ທັມເຫຼົ່ານີ້ວິນຍູຊົນສັນລະເສີນ, ທັມເຫຼົ່ານີ້ເຮັດເຖິງມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມສຸຂ ເປັນປະໂຍຊນ໌ເກື້ອກູນ,” ດັ່ງນີ້ແລ້ວ ; ເມື່ອນັ້ນທ່ານ ຈົ່ງເຂົ້າເຖິງທັມເຫຼົ່ານັ້ນ ແລ້ວແລຢູ່ເຖີ້ນ.

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໐໗

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ຄວາມບໍ່ໂລບ ເກີດຂຶ້ນໃນບຸຄຄົນນັ້ນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນບໍ່ໂລບແລ້ວ ຄວາມໂລບບໍ່ຄອບງໍາແລ້ວ ຄວາມໂລບບໍ່ປຸ້ມລຸມຈິຕແລ້ວ ເຂົາຍ່ອມບໍ່ຂ້າສັຕ ບໍ່ລັກຊັບ ບໍ່ລ່ວງເກີນພັນລະຍາຜູ່ອື່ນ ບໍ່ເວົ້າຂີ້ຕົວະ ບໍ່ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນ ຊຶ່ງເປັນການເຮັດເພື່ອຄວາມສຸຂ ເປັນປະໂຍຊນ໌ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ອະໂທສະ ເກີດຂຶ້ນໃນບຸຄຄົນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນບໍ່ມີໂທສະແລ້ວ ໂທສະບໍ່ຄອບງໍາແລ້ວ ໂທສະບໍ່ປຸ້ມລຸມຈິຕແລ້ວ ເຂົາຍ່ອມບໍ່ຂ້າສັຕ ບໍ່ລັກຊັບ ບໍ່ລ່ວງເກີນພັນລະຍາຜູ່ອື່ນ ບໍ່ເວົ້າຂີ້ຕົວະ ບໍ່ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນ ຊຶ່ງເປັນການເຮັດເພື່ອຄວາມສຸຂ ເປັນປະໂຍຊນ໌ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ອະໂມຫະ ເກີດຂຶ້ນໃນບຸຄຄົນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນບໍ່ມີໂມຫແລ້ວ ໂມຫະບໍ່ຄອບງໍາແລ້ວ ໂມຫະບໍ່ປຸ້ມລຸມຈິຕແລ້ວ ເຂົາຍ່ອມບໍ່ຂ້າສັຕ ບໍ່ລັກຊັບ ບໍ່ລ່ວງເກີນພັນລະຍາຜູ່ອື່ນ ບໍ່ເວົ້າຂີ້ຕົວະ ບໍ່ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນ ຊຶ່ງເປັນການເຮັດເພື່ອຄວາມສຸຂ ເປັນປະໂຍຊນ໌ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”

໑໕໐໘ ອະຣິຍະສັຈຈ໌ຈາກພະໂອຖະ

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ທັມທັງຫຼາຍ (ຕາມທີ່ກ່າວມາ) ເຫຼົ່ານີ້ ເປັນກຸສົລ ຫຼືເປັນອະກຸສົລ ? “ເປັນກຸສົລ ຂ້ານ້ອຍ !” ມີໂທດ ຫຼື ບໍ່ມີໂທດ? “ບໍ່ມີໂທດ ຂ້ານ້ອຍ !” ວິນຍູຊົນຕິຕຽນ ຫຼືວິນຍູຊົນສັນລະເສີນ ? “ວິນຍູຊົນສັນລະເສີນ ຂ້ານ້ອຍ !” ເມື່ອປະພຶຕເຮັດເຕັມຕາມມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມສຸຂ ເປັນປະໂຍຊນ໌ເກື້ອກູນ ຫຼື ບໍ່? ຫຼືວ່າໃນເລື່ອງນີ້ທ່ານມີຄວາມເຫັນແນວໃດ ? “ເມື່ອປະພຶຕເຮັດເຕັມຕາມມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມສຸຂ ເປັນໄປປະໂຍຊນ໌ເກື້ອກູນ ໃນເລື່ອງພວກນີ້ຂ້ານ້ອຍມີຄວາມເຫັນແນວນີ້ ຂ້ານ້ອຍ !”

ກາລາມະ ທ. ! ເຮົາ (ອາໄສເຫຕຜົລດັ່ງກ່າວມາແລ້ວເບ້ອງເທິງທັງໝົດນັ້ນ) ຈຶ່ງກ່າວຂໍ້ຄວາມທີ່ກ່າວວ່າ “ກາລາມະທັງຫຼາຍເອີຍ ! ມາ (ເວົ້າກັນ) ເຖີ້ນ ທ່ານທັງຫຼາຍ : -

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງຕາມໆກັນມາ (ອະນຸສສະວະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຮັດຕາມໆກັນມາ (ປະຣັມປະຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຫຼົ່າລືກັນຢູ່ (ອິຕິກິຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ມີບ່ອນອ້າງໃນປິດົກ (ປີຕິກະສັມປະທານະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງຕັກກະ (ຕັກກະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງໄນຍະ (ນະຢະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການຕຶກຕາມອາການ (ອາກາຣະປະຣິ

ວິຕັກກະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ທົນຕໍ່ການເພັ່ງແຫ່ງທິຕຖິ (ທິຕຖິນິຊຊາ

ນັກຂັນຕິ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງເບິ່ງໜ້າເຊື່ອ (ພັບພະຣູປະຕາ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ສະມະນະຜູ່ເວົ້າເປັນຄູຂອງຕົນ (ສະມະໂນ

ໂນ ຄຣຸ) ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ