ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ໂມຫະ ເກີດຂຶ້ນໃນບຸຄຄົນແລ້ວ ເກີດເພື່ອປະໂຍຊນ໌ເກື້ອກູນ ຫຼືບໍ່ໄດ້ເພື່ອປະໂຍຊນ໌ເກື້ອກູນ ? “ເພື່ອ ບໍ່ແມ່ນປະໂຍຊນ໌ເກື້ອກູນ ຂ້ານ້ອຍ !” ບຸຄຄົນນັ້ນມີໂມຫະແລ້ວ ໂມຫະຄອບງໍາແລ້ວ ໂມຫະປຸ້ມລຸມຈິຕແລ້ວ ຍ່ອມຂ້າສັຕແດ່ ຍ່ອມລັກຊັບແດ່ ຍ່ອມລ່ວງເກີນພັນລະຍາຜູ່ອື່ນແດ່ ເວົ້າຂີ້ຕົວະແດ່ ຊັກຊວນຜູ່ອື່ນໃນການເຮັດເຊັ່ນນັ້ນແດ່ ຊຶ່ງເປັນການເຮັດເພື່ອຄວາມທຸກຂ໌ ບໍ່ເກື້ອກູນຕະຫຼອດກາລະນານ ບໍ່ແມ່ນບໍ່ ? “ແນວນັ້ນ ຂ້ານ້ອຍ !”

ກາລາມະ ທ. ! ທ່ານຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ທັມທັງຫຼາຍ (ຕາມທີ່ກ່າວມາ) ເຫຼົ່ານີ້ ເປັນກຸສົລ ຫຼືເປັນອະກຸສົລ? “ເປັນອະກຸສົລ ຂ້ານ້ອຍ !” ມີໂທດ ຫຼືບໍ່ມີໂທດ ? “ມີໂທດ ຂ້ານ້ອຍ !” ວິນຍູຊົນຕິຕຽນ ຫຼືວິນຍູຊົນສັນລະເສີນ ?

ພາກສະຫຼຸບ - ເລື່ອງສະຫຼຸບທ້າຍກ່ຽວກັບຈະຕຸຣາຣິຍະສັຈຈ໌ ໑໕໐໕

“ວິນຍູຊົນຕິຕຽນ ຂ້ານ້ອຍ !” ເມື່ອປະພຶຕເຮັດເຕັມ ຕາມມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ເກື້ອກູນ ຫຼືບໍ່ ? ຫຼືວ່າໃນເລື່ອງນີ້ທ່ານມີຄວາມເຫັນແນວໃດ ? “ເມື່ອປະພຶຕເຮັດເຕັມ ຕາມມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ເກື້ອກູນ ໃນເລື່ອງນີ້ພວກຂ້ານ້ອຍມີຄວາມເຫັນເຊັ່ນນີ້ ຂ້ານ້ອຍ !”

ກາລາມະ ທ. ! ເຮົາ (ອາໄສເຫຕຜົລດັ່ງກ່າວມາແລ້ວຂ້າງເທິງທັງໝົດນັ້ນ) ຈຶ່ງກ່າວຂໍ້ຄວາມທີ່ກ່າວວ່າ “ກາລາມະ ທ. ! ມາ (ເວົ້າກັນ) ເຖີ້ນ ທ່ານທັງຫຼາຍ : -

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງຕາມໆກັນມາ (ອະນຸສສະວະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຮັດຕາມໆກັນມາ (ປະຣັມປະຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຫຼົ່າລືກັນຢູ່ (ອິຕິກິຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ມີບ່ອນອ້າງໃນປິດົກ (ປີຕິກະສັມປະທານະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງຕັກກະ (ຕັກກະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງໄນຍະ (ນະຢະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການຕຶກຕາມອາການ (ອາກາຣະປະຣິ

ວິຕັກກະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ທົນຕໍ່ການເພັ່ງແຫ່ງທິຕຖິ (ທິຕຖິນິຊຊາ

ນັກຂັນຕິ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງເບິ່ງເປັນຕາເຊື່ອ (ພັບພະຣູປະຕາ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ສະມະນະຜູ່ເວົ້າເປັນຄູຂອງຕົນ (ສະມະໂນ

ໂນ ຄຣຸ) ;

ກາລາມະ ທ. ! ເມື່ອໃດທ່ານທັງຫຼາຍຮູ້ດ້ວຍຕົນວ່າ “ທັມເຫຼົ່ານີ້ເປັນອະກຸສົລ, ທັມເຫຼົ່ານີ້ມີໂທດ, ທັມເຫຼົ່ານີ້ວິນຍູຊົນຕິຕຽນ, ທັມເຫຼົ່ານີ້ເຮັດເຖິງມາດຕະຖານຂອງມັນແລ້ວ ເປັນໄປເພື່ອຄວາມທຸກຂ໌ ບໍ່ເປັນປະໂຍຊນ໌ເກື້ອກູນ,” ດັ່ງນີ້ແລ້ວ ; ເມື່ອນັ້ນທ່ານ ຄວນລະທັມເຫຼົ່ານັ້ນເສຍ” ດັ່ງນີ້ ຊຶ່ງເຮົາກ່າວແລ້ວ ເພາະອາໄສເຫຕຜົລຂ້າງເທິງນັ້ນ.

໑໕໐໖ ອະຣິຍະສັຈຈ໌ຈາກພະໂອຖະ

(ຂ. ຝ່າຍກຸສົລ)

ກາລາມະທັງຫຼາຍເອີຍ ! ມາ (ເວົ້າກັນ) ເຖີ້ນ ທ່ານທັງຫຼາຍ : -

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງຕາມໆກັນມາ (ອະນຸສສະວະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຮັດຕາມໆກັນມາ (ປະຣັມປະຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ເຫຼົ່າລືກັນຢູ່ (ອິຕິກິຣະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ມີບ່ອນອ້າງໃນປິດົກ (ປີຕິກະສັມປະທານະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງຕັກກະຄາດຄະເນ

(ຕັກກະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການໃຊ້ເຫຕຜົລທາງໄນຍະສັນນິຖານ

(ນະຢະເຫຕຸ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ການຕຶກຕາມອາການ (ອາກາຣະປະຣິ

ວິຕັກກະ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ທົນຕໍ່ການເພັ່ງແຫ່ງທິຕຖິ (ທິຕຖິນິຊຊາ

ນັກຂັນຕິ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ຟັງເບິ່ງໜ້າເຊື່ອ (ພັບພະຣູປະຕາ) ;

ຢ່າຖືເອົາວ່າຈິງ ເພາະເຫຕສັກແຕ່ວ່າ ສະມະນະຜູ່ເວົ້າເປັນຄູຂອງຕົນ (ສະມະໂນ

ໂນ ຄຣຸ) ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ