ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຕຣັດວ່າ ຊົງສະແດງທັມໂດຍ ໓ ລັກສະນະ ຄື ຫຍໍ້ ພິສະດານ ທັງຫຍໍ້ ແລະພິສະດານ ແລ້ວກໍຊົງສະແດງລັກສະນະແຫ່ງການປະຕິບັຕໄວ້ ໓ ລັກສະນະ ຄື ເຮັດໃຫ້ບໍ່ມີອະຫັງກາຣະມະມັງກາຣະ ໃນກາຍນີ້ ; ບໍ່ມີອະຫັງກາຣະມະມັງກາຣະ ໃນນິມິຕພາຍນອກທັງປວງ ; ແລະການເຂົ້າຢູ່ໃນເຈໂຕວິມຸຕຕິປັນຍາວິມຸຕຕິ ທີ່ບໍ່ມີອະຫັງກາຣະມະມັງກາຣະ. ນີ້ພໍຈະເຫັນໄດ້ວ່າ ໂດຍຫຍໍ້ກໍຄື ບໍ່ໃຫ້ມີອະຫັງກາຣະມະມັງກາຣະ ໃນກາຍນີ້, ໂດຍພິສະດານກໍຄື ບໍ່ມີອະຫັງກາຣະມະມັງກາຣະ ໃນນິມິຕພາຍນອກທົ່ວໄປ, ທີ່ທັງໂດຍຫຍໍ້ ແລະພິສະດານກໍຄື ເຂົ້າຢູ່ໃນວິມຸຕຕິທີ່ບໍ່ມີອະຫັງກາຣະມະມັງກາຣະ. ລວມຄວາມວ່າ ຈະໂດຍຫຍໍ້ ຫຼືພິສະດານ ຫຼືທັງໂດຍຫຍໍ້ ແລະພິສະດານ ກໍມຸ່ງໄປສູ່ຄວາມ ບໍ່ມີແຫ່ງ ອະຫັງກາຣະມະມັງກາຣະ ດ້ວຍກັນທັງໝົດ. ນີ້ພໍທີ່ຈະຖືເປັນຫຼັກໄດ້ວ່າ ຂໍ້ປະຕິບັຕແນວໃດ ແລະທໍ່ໃດ ລະດັບໃດ ກໍລ້ວນແຕ່ມຸ່ງໝາຍທໍາລາຍ ອະຫັງກາຣະມະມັງກາຣະມານານຸສັຍ (ຄວາມສໍາຄັນວ່າໂຕກູຂອງກູ) ດ້ວຍກັນທັງໝົດ. ໃນບ່ອນນີ້ຖືວ່າ ອັຕຖັງຄິກະມັຄຄະ ຈະໃນລະດັບໃດກໍຕາມ ລ້ວນແຕ່ມຸ່ງໝາຍທໍາລາຍເສຍ ຊຶ່ງອະຫັງກາຣະມະມັງກາຣະເປັນຫຼັກສໍາຄັນ ຈຶ່ງນໍາເອົາຂໍ້ຄວາມນີ້ມາໃສ່ໄວ້ໃນໝວດນີ້).
ອະຣິຍະມັຄຄະລວມຢູ່ໃນພຣົມມະຈັນຣຍ໌ທີ່ຊົງຝາກໄວ້ກັບພວກເຮົາ
(ໂພທິປັກຄິຢະທັມ ໓໗)
ພິກຂຸ ທ. ! ທັມເຫຼົ່າໃດທີ່ເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ ; ທັມເຫຼົ່ານັ້ນພວກເຈົ້າ ຈົ່ງຮຽນເອົາໃຫ້ດີ ຈົ່ງເສບໃຫ້ທົ່ວ ຈົ່ງຈະເຣີນ ເຮັດໃຫ້ຫຼາຍ ໂດຍອາການທີ່ພຣົມມະຈັນຣຍ໌ (ຄືສາສນາ) ນີ້ຈະໝັ້ນຄົງ ຕັ້ງຢູ່ໄດ້ຕະຫຼອດກາລະນານ. ຂໍ້ນັ້ນຈັກເປັນໄປເພື່ອປະໂຍຊນ໌ ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ. ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂ ແກ່ເທວະດາ ແລະມະນຸສສ໌ທັງຫຼາຍ .
໑໔໘໘ ອະຣິຍະສັຈຈ໌ຈາກພະໂອຖະ
ພິກຂຸ ທ. ! ທັມເຫຼົ່າໃດໜໍ ທີ່ເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ ຊຶ່ງພວກເຈົ້າຄວນຮຽນເອົາໃຫ້ດີ .... ໆລໆ .... ເພື່ອຄວາມສຸຂແກ່ເທວະດາ ແລະ ມະນຸສສ໌ທັງຫຼາຍ ? ທັມເຫຼົ່ານັ້ນ ຄື ສະຕິປັຕຖານສີ່ ສັມມັປປະທານສີ່ ອິດທິບາດສີ່ ອິນຊີຫ້າ ພະລະຫ້າ ໂພຊຊົງຄ໌ເຈັດ ອະຣິຍະມັຄຄະມີອົງຄ໌ແປດ.
ພິກຂຸ ທ. ! ເຫຼົ່ານີ້ແລ ຄືທັມທີ່ເຮົາສະແດງແລ້ວ ດ້ວຍປັນຍາອັນຍິ່ງ ອັນພວກເຈົ້າຈົ່ງຮຽນເອົາໃຫ້ດີ ຈົ່ງເສບໃຫ້ທົ່ວ ຈົ່ງຈະເຣີນ ເຮັດໃຫ້ຫຼາຍ ໂດຍອາການທີ່ພຣົມມະຈັນຣຍ໌ (ສາສນາ) ນີ້ຈະໝັ້ນຄົງ ຕັ້ງຢູ່ໄດ້ຕະຫຼອດກາລະນານ ; ແລະຂໍ້ນັ້ນ ຈັກເປັນໄປເພື່ອປະໂຍຊນ໌ເກື້ອກູນແກ່ມະຫາຊົນ ເພື່ອຄວາມສຸຂແກ່ມະຫາຊົນ ເພື່ອອະນຸເຄາະໂລກ ເພື່ອປະໂຍຊນ໌ ເພື່ອຄວາມເກື້ອກູນ ເພື່ອຄວາມສຸຂແກ່ເທວະດາ ແລະ ມະນຸສສ໌ທັງຫຼາຍ.
- ມຫາ. ທີ. ໑໐/໑໔໐/໑໐໗.
ອັຕຖັງຄິກະມັຄຄະໃນຖານະກັລລະຢານະວັຕທີ່ຊົງຝາກໄວ້
ອານົນທ໌ ! ກໍ ກັລລະຢານະວັຕ ອັນເຮົາຕັ້ງໄວ້ໃນກາລນີ້ ນີ້ເປັນໄປເພື່ອຄວາມເບື່ອໜ່າຍໂດຍສ່ວນດຽວ ເພື່ອຄາຍກໍາໜັດ ເພື່ອດັບ ເພື່ອຄວາມສະງົບລະງັບ ເພື່ອຮູ້ຍິ່ງ ເພື່ອຮູ້ພ້ອມ ເພື່ອນິບພານ. ອານົນທ໌ ! ກັລລະຢານະວັຕນີ້ ເປັນແນວໃດໜໍ ? ນີ້ຄື ອະຣິຍະອັຕຖັງຄິກະມັຄຄະ, ກ່າວຄື ສັມມາທິຕຖິ, ສັມມາສັງກັປປະ ; ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ; ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໘໙
ອານົນທ໌ ! ກ່ຽວກັບກັລລະຢານະວັຕນັ້ນ ເຮົາຂໍກ່າວກັບເຈົ້າ ໂດຍປະການທີ່ເຈົ້າທັງຫຼາຍ ຈະພາກັນປະພຶຕຕາມກັລລະຢານະວັຕ ທີ່ເຮົາຕັ້ງໄວ້ແລ້ວນີ້ : ເຈົ້າທັງຫຼາຍ ຢ່າເປັນບຸຣຸສພວກສຸດທ້າຍຂອງເຮົາເລີຍ. ອານົນທ໌ ! ຄວາມຂາດສູນແຫ່ງກັລລະຢານະວັຕນີ້ ມີໃນຍຸກແຫ່ງບຸຣຸສໃດ ; ບຸຣຸສນັ້ນຊື່ວ່າ ບຸຣຸສຄົນສຸດທ້າຍແຫ່ງບຸຣຸສທັງຫຼາຍ. ອານົນທ໌ ! ກ່ຽວກັບກັລລະຢານະວັຕນັ້ນ ເຮົາຂໍກ່າວ (ຢໍ້າ) ກັບເຈົ້າ ໂດຍປະການທີ່ເຈົ້າທັງຫຼາຍ ຈະພາກັນປະພຶຕຕາມກັລລະຢານະວັຕ ທີ່ເຮົາຕັ້ງໄວ້ແລ້ວນີ້ : ເຈົ້າທັງຫຼາຍ ຢ່າເປັນບຸຣຸສພວກສຸດທ້າຍຂອງເຮົາເລີຍ.
- ມ. ມ. ໑໓/໔໒໗/໔໖໓.








