ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ເປັນຜູ່ປະກອບດ້ວຍສັມມາສະມາທິ ອັນເປັນອະເສຂະ.
ຖະປະຕິ ! ບຸຄຄົນຜູ່ປະກອບດ້ວຍທັມ ໑໐ ປະການວ່າ ເຫຼົ່ານີ້ແລ ເຮົາບັນຍັຕວ່າ ເປັນຜູ່ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະ ຜູ່ບັນລຸເຖິງການບັນລຸອັນອຸດົມ ອັນໃຜໆ ລົບສູ້ໃຫ້ເສຍໄຊບໍ່ໄດ້.
- ມ. ມ. ໑໓/໓໔໖, ໓໕໑/໓໖໑, ໓໖໖.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໘໕
ໝວດ ຍ. ວ່າດ້ວຍ ມັຄຄະ ກັບ ພຣະພຸດທະອົງ
ອະຣິຍະອັຕຖັງຄິກະມັຄຄະ ຄືມັຊຊິມາປະຕິປະທາທີ່ຕຣັສຮູ້ເອງ
ພິກຂຸ ທ. ! ມັຊຊິມາປະຕິປະທາ (ຂໍ້ປະຕິບັຕເປັນທາງສາຍກາງ) ທີ່ບໍ່ເຄັ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນຂໍ້ປະຕິບັຕທີ່ຕະຖາຄົຕ ໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຈັກຂຸ ເປັນຂໍ້ປະຕິບັຕເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມ
ສະງົບ ເພື່ອຄວາມຮູ້ອັນຍິ່ງ ເພື່ອຄວາມຕຣັສຮູ້ພ້ອມ ເພື່ອນິບພານ.
ພິກຂຸ ທ. ! ມັຊຊິມາປະຕິປະທາ (ຂໍ້ປະຕິບັຕເປັນທາງສາຍກາງ) ທີ່ບໍ່ເຄັ່ງໄປຫາທີ່ສຸດໂຕ່ງສອງຢ່າງນັ້ນ ເປັນແນວໃດໜໍ ?
ພິກຂຸ ທ. ! ຂໍ້ປະຕິບັຕເປັນທາງສາຍກາງນັ້ນ ຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ເອງ. ແປດປະການ ຄືອັນໃດໜໍ ? ຄວາມຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການເຮັດການງານທີ່ຖືກຕ້ອງ ການດໍາຣົງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ.
ພິກຂຸ ທ. ! ນີ້ແລຄືຂໍ້ປະຕິບັຕເປັນທາງສາຍກາງ ທີ່ຕະຖາຄົຕໄດ້ຕຣັສຮູ້ສະເພາະແລ້ວ ເປັນຂໍ້ປະຕິບັຕ ເຮັດໃຫ້ເກີດຈັກຂຸ ເຮັດໃຫ້ເກີດຍານ ເປັນໄປເພື່ອຄວາມສະງົບ ເພື່ອ ຄວາມຮູ້ອັນຍິ່ງ ເພື່ອ ຄວາມຕຣັສຮູ້ພ້ອມ ເພື່ອ ນິບພານ.
- ມຫາວາຣ. ສັງ. ໑໙/໕໒໘/໑໖໖໔.
໑໔໘໖ ອະຣິຍະສັຈຈ໌ຈາກພະໂອຖະ
ຊົງເນັ້ນໜັກເລື່ອງການທໍາລາຍອະຫັງກາຣະມະມັງກາຣະ
ສາຣີບຸຕ ! ເຮົາຈະສະແດງທັມໂດຍຫຍໍ້ກໍໄດ້ ເຮົາຈະສະແດງທັມໂດຍພິສະດານກໍໄດ້ ເຮົາຈະສະແດງທັມທັງໂດຍຫຍໍ້ ແລະໂດຍພິສະດານກໍໄດ້ ແຕ່ວ່າຜູ່ຮູ້ທົ່ວເຖິງທັມຫາຍາກ.
“ຂ້າແຕ່ພຣະອົງຜູ່ມີພຣະພາກ ! ເຖິງເວລາແລ້ວ ຂ້າແຕ່ພຣະສຸຄົຕ ! ເຖິງເວລາແລ້ວທີ່ພຣະ
ຜູ່ມີພຣະພາຄ ຈະຄວນສະແດງທັມໂດຍຫຍໍ້ແດ່ ຈະຄວນສະແດງທັມໂດຍພິສະດານແດ່ ຈະຄວນສະແດງທັມທັງໂດຍຫຍໍ້ ແລະໂດຍພິສະດານແດ່ ຮູ້ທົ່ວເຖິງທັມຈັກມີ”.
ສາຣີບຸຕ ! ຖ້າເຊັ່ນນັ້ນ ໃນເລື່ອງນີ້ ເຈົ້າຈົ່ງເຮັດການສຶກສາດັ່ງນີ້ວ່າ “(ທັມທີ່ເຮົາສະແດງນັ້ນ ຈະມີດັ່ງນີ້ວ່າ :-) ອະຫັງກາຣະມະມັງກາຣະມານານຸສັຍທັງຫຼາຍ ຕ້ອງບໍ່ມີໃນກາຍອັນປະກອບຢູ່ດ້ວຍວິນຍານນີ້ (ນີ້ຢ່າງໜຶ່ງ) ; ອະຫັງກາຣະມະມັງກາຣະມານາ ນຸສັຍທັງຫຼາຍ ຕ້ອງບໍ່ມີໃນນິມິຕທັງຫຼາຍທັງປວງໃນພາຍນອກ (ນີ້ຢ່າງໜຶ່ງ) ; ເຮົາຈະເຂົ້າເຖິງແລ້ວແລຢູ່ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນເຂົ້າເຖິງແລ້ວແລຢູ່ ແລ້ວ
ອະຫັງກາຣະມະມັງກາຣະມານານຸສັຍທັງຫຼາຍ ຍ່ອມບໍ່ມີດັ່ງນີ້ (ນີ້ອີກຢ່າງໜຶ່ງ)”.
ສາຣີບຸຕ ! ເມື່ອໃດ ອະຫັງກາຣະມະມັງກາຣະມານານຸສັຍ ຂອງພິກຂຸບໍ່ມີໃນກາຍ ອັນປະກອບດ້ວຍວິນຍານນີ້ກໍດີ, ອະຫັງກາກາຣະມະມັງກາຣະມານານຸສັຍ ຂອງພິກຂຸ ບໍ່ມີໃນນິມິຕທັງຫຼາຍທັງປວງໃນພາຍນອກກໍດີ, ພິກຂຸເຂົ້າເຖິງແລ້ວແລຢູ່ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນເຂົ້າເຖິງແລ້ວແລຢູ່ ແລ້ວ ອະຫັງກາກາຣະມະມັງກາຣະມານານຸສັຍ ຍ່ອມບໍ່ມີ ກໍດີ ; ສາຣີບຸຕ ! ເມື່ອນັ້ນ ພິກຂຸນີ້ ເຮົາກ່າວວ່າ ໄດ້ຕັດຂາດແລ້ວຊຶ່ງຕັນຫາ ຮື້ຖອນແລ້ວຊຶ່ງສັນໂຍຊນ໌ ເຮັດທີ່ສຸດແຫ່ງທຸກຂ໌ໄດ້ເພາະຮູ້ຊຶ່ງມານະໂດຍຖືກຕ້ອງ.
- ຕິກ. ອັງ. ໒໐/໑໗໐/໔໗໒.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນຂໍ້ຄວາມສະຫຼຸບເລື່ອງມັຄຄະ ໑໔໘໗








