ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອານົນທ໌ ! ປະຫານະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ບໍ່ຍອມຮັບໄວ້ຊຶ່ງ ກາມະວິຕົກ ທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ຊຶ່ງ ພະຢາປາທະວິຕົກ ທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ຊຶ່ງ ວິຫິງສາວິຕົກ ທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ບໍ່ຍອມຮັບໄວ້ຊຶ່ງ ອະກຸສົລ ທັມທັງຫຼາຍ ອັນເປັນບາບທີ່ເກີດຂຶ້ນແລ້ວ ຍ່ອມລະ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ໃຫ້ເຖິງຄວາມບໍ່ມີອີກຕໍ່ໄປ ນີ້ເອີ້ນວ່າ
ປະຫານະສັນຍາ.
ອານົນທ໌ ! ວິຣາຄະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາຣະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ທັມມະ ຊາຕນັ້ນ ສະງົບ ທັມມະຊາຕນັ້ນ ປະນີຕ ກ່າວຄື ທັມມະຊາຕອັນເປັນບ່ອນລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມ ຈາງຄາຍ ເປັນຄວາມດັບເຢັນ” ດັ່ງນີ້ ນີ້ເອີ້ນວ່າ ວິຣາຄະສັນຍາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໕໓
ອານົນທ໌ ! ນິໂຣດະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ໄປສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ພິຈາຣະນາເຫັນຢູ່ໂດຍແຈ່ມແຈ້ງດັ່ງນີ້ວ່າ “ທັມມະຊາຕນັ້ນ ສະງົບ ທັມມະຊາຕນັ້ນ ປະນີຕ ກ່າວຄື ທັມມະຊາຕອັນເປັນບ່ອນລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນ ຄວາມດັບ ເປັນຄວາມດັບເຢັນ” ດັ່ງນີ້ ນີ້ເອີ້ນວ່າ ນິໂຣດະສັນຍາ.
ອານົນທ໌ ! ສັບພະໂລເກອະນະພິຣະຕະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ອະນຸສັຍ (ຄວາມເຄີຍຊິນ) ໃນການຕັ້ງທັບ ໃນການຝັງໂຕເຂົ້າໄປຢຶດໝັ້ນແຫ່ງຈິຕດ້ວຍຕັນຫາ ອຸປາທານໃດໆ ໃນໂລກ ມີຢູ່ ເຂົາລະຢູ່ຊຶ່ງອະນຸສັຍນັ້ນໆ ງົດເວັ້ນ ບໍ່ເຂົ້າໄປຢຶດຖືຢູ່ ນີ້ເອີ້ນວ່າ ສັບພະໂລເກອະນະພິຣະຕະສັນຍາ (ຄວາມສໍາຄັນໃນໂລກທັງປວງວ່າເປັນສິ່ງບໍ່ໜ້າຍິນດີ).
ອານົນທ໌ ! ສັບພະສັງຂາເຣສຸອະນິຈຈະສັນຍາ ເປັນແນວໃດໜໍ ? ອານົນທ໌ ! ພິກຂຸໃນກໍລະນີນີ້ ຍ່ອມອຶດອັດ ຍ່ອມເບື່ອໜ່າຍ ຍ່ອມກຽດຊັງຕໍ່ສັງຂາຣທັງຫຼາຍທັງປວງ ນີ້ເອີ້ນວ່າ ສັບພະສັງຂາເຣສຸອະນິຈຈະສັນຍາ (ຄວາມສໍາຄັນວ່າບໍ່ທ່ຽງໃນສັງຂາຣທັງປວງ).
(ສັນຍາຂໍ້ທີເກົ້ານີ້ ຄວນຈະມີຊື່ວ່າ ສັບພະໂລເກອະນະພິຣະຕະສັນຍາ ຫຼືບໍ່ດັ່ງນັ້ນກໍຄວນຈະມີຊື່ວ່າ ສັບພະສັງຂາເຣສຸທຸກຂະສັນຍາ ຈຶ່ງຈະສົມກັບໃຈຄວາມຕາມທີ່ກ່າວຢູ່, ແລະ ສັນຍາຂໍ້ທີແປດຂ້າງເທິງ ແຫ່ງຂໍ້ນີ້ທີ່ມີຊື່ວ່າ ສັບພະໂລເກອະນະພິຣະຕະສັນຍານັ້ນ ໜ້າຈະມີຊື່ວ່າ ສັບພະໂລເກອະນຸປາທານະສັນຍາ ຫຼາຍກວ່າ ຈຶ່ງຈະສົມຊື່, ດ້ວຍເຫຕຜົລແບບດຽວກັນ).
໑໓໕໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ອານົນທ໌ ! ອານາປານະສະຕິ ເປັນແນວໃດໜໍ ? ອານົນທ໌ ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືສູ່ເຮືອນວ່າງ ກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດໍາຣົງສະຕິໝັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.
ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າຍາວ ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກຍາວ ; ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈເຂົ້າສັ້ນ ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າເຮົາຫາຍໃຈອອກສັ້ນ ; ເຮັດການສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຫາຍໃຈອອກ ; ເຮັດການສຶກສາວ່າ ເຮົາເປັນຜູ່ ເຮັດກາຢະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ່ເຮັດກາຢະສັງຂາຣໃຫ້ລະງັບ ຫາຍໃຈອອກ.








