ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ມີຢູ່ຫຼືໜໍ ຂ້ານ້ອຍ ! ການທີ່ພິກຂຸໄດ້ສະເພາະຊຶ່ງສະມາທິ ຊະນິດທີ່ບໍ່ເຮັດໃນໃຈຊຶ່ງຈັກຂຸ (ແລະ) ຮູບ ຊຶ່ງໂສຕະ (ແລະ) ສຽງ ຊຶ່ງຄານະ (ແລະ) ກິ່ນ ຊຶ່ງຊິວຫາ (ແລະ) ຣົສ ຊຶ່ງກາຍ (ແລະ) ໂຜຕຖັບພະ ບໍ່ເຮັດໃນໃຈຊຶ່ງດິນ ຊຶ່ງນໍ້າ ຊຶ່ງໄຟ ຊຶ່ງລົມ ບໍ່ເຮັດໃນໃຈຊຶ່ງອາກາສານັນຈາຢະຕະນະ ຊຶ່ງວິນຍານັນຈາຢະຕະນະ ຊຶ່ງອາກິນຈັນຍາຢະຕະນະ ຊຶ່ງເນວະສັນຍານາສັນຢາຍະຕະນະ ບໍ່ເຮັດໃນໃຈຊຶ່ງໂລກນີ້ ຊຶ່ງໂລກອື່ນ ບໍ່ເຮັດໃນໃຈແມ່ນແຕ່ສິ່ງຊຶ່ງໄດ້ເຫັນ ໄດ້ຍິນ ໄດ້ຮູ້ສຶກ ໄດ້ຮູ້ແຈ້ງ ໄດ້ບັນລຸ ໄດ້ສະແຫວງຫາ ໄດ້ຕິດຕາມດ້ວຍໃນໃຈ ນັ້ນໆ ແມ່ນດັ່ງນັ້ນ ກໍຍັງເຮັດໃນໃຈຢູ່ ?”.

ອານົນທ໌ ! ການທີ່ພິກຂຸໄດ້ສະມາທິ ຊະນິດທີ່ເຈົ້າຖາມນັ້ນ ມີຢູ່.

“ມີຢູ່ແນວໃດ ຂ້ານ້ອຍ !”.

ອານົນທ໌ ! ພິກຂຸໃນກໍລະນີນີ້ ຍ່ອມ ເຮັດໃນໃຈແນວນີ້ວ່າ “ນັ້ນສະງົບລະງັບ ນັ້ນປະນີຕ : ນັ້ນເປັນທັມມະຊາຕ ເປັນບ່ອນສະງົບລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນບ່ອນດັບສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບ ເປັນນິບພານ”໑ ດັ່ງນີ້.

໑. ບາລີວ່າ “ເອຕັງ ສັນຕັງ ເອຕັງ ປະນີຕັງ ຢະທິທັງ ສັບພະສັງຂາຣະສະມະໂຖ ສັບພູປະດິປະຕິນິສສັຄໂຄ

ຕັນຫັກຂະໂຢ ວິຣາໂຄ ນິໂຣໂທ ນິບພານັງ”.

໑໓໓໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ອານົນທ໌ ! ເຊັ່ນນີ້ແລ ຊື່ວ່າ ການທີ່ພິກຂຸໄດ້ສະເພາະຊຶ່ງສະມາທິ ຊະນິດທີ່ບໍ່ເຮັດໃນໃຈ ຊຶ່ງຈັກຂຸ (ແລະ) ຮູບ ຊຶ່ງໂສຕະ (ແລະ) ສຽງ ຊຶ່ງຄານະ (ແລະ) ກິ່ນ ຊຶ່ງຊິວຫາ (ແລະ) ຣົສ ຊຶ່ງກາຍ (ແລະ) ໂຜຕຖັບພະ ບໍ່ເຮັດໃນໃຈຊຶ່ງດິນ ຊຶ່ງນໍ້າ ຊຶ່ງໄຟ ຊຶ່ງລົມ

ບໍ່ເຮັດໃນໃຈຊຶ່ງອາກາສານັນຈາຢະຕະນະ ຊຶ່ງວິນຍານັນຈາຢະຕະນະ ຊຶ່ງອາກິນຈັນຍາຢະຕະນະ ຊຶ່ງເນວະສັນຍານາສັນຍາຢະຕະນະ ບໍ່ເຮັດໃນໃຈຊຶ່ງໂລກນີ້ ຊຶ່ງໂລກອື່ນ ບໍ່ເຮັດໃນໃຈແມ່ນແຕ່ສິ່ງຊຶ່ງໄດ້ເຫັນ ໄດ້ຍິນ ໄດ້ຮູ້ສຶກ ໄດ້ຮູ້ແຈ້ງ ໄດ້ບັນລຸ ໄດ້ສະແຫວງຫາ ໄດ້ຕິດຕາມດ້ວຍໃນໃຈ ນັ້ນໆເລີຍ ; ແຕ່ຍັງມີການເຮັດໃນໃຈຢູ່.

- ເອກາທສກ. ອັງ. ໒໔/໓໔໖/໒໑໕.

(ຂໍ້ຄວາມນັ້ນມີລັກສະນະແຫ່ງ ການຈະເຣີນສະມາທິ ທີ່ມີນິບພານເປັນອາຣົມ ອາດຈະໃຊ້ເປັນຄໍາອະທິບາຍແຫ່ງຄໍາວ່າ “ອຸປະສະມານຸສສະຕິ” ແຫ່ງອະນຸສສະຕິສິບ ໄດ້ດີ ດີກວ່າທີ່ອະທິບາຍກັນຢູ່ຢ່າງຄຸມເຄືອ. ຍິ່ງກວ່ານັ້ນຍັງມີຄວາມພິເສດບ່ອນທີ່ວ່າ ງ່າຍສໍາລັບທຸກຄົນ ທີ່ຈະແຍກຈິຕອອກມາເສຍຈາກສິ່ງທັງປວງ ມາກໍານົດຢູ່ສະເພາະສິ່ງ ທີ່ເປັນອະສັງຂະຕະນີ້ພຽງສິ່ງດຽວ ເຮັດໃຫ້ສະແຫວງຫາຄວາມສຸຂ ຫຼື ຄວາມເຢັນຈາກພຣະນິບພານໄດ້ງ່າຍຂຶ້ນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໓໕

ຈາກຮູບຊານໄປສູ່ອາສະວັກຂະຢະຍານໂດຍກົງ

ພິກຂຸ ທ. ! ພິກຂຸເຂົ້າໄປອາໄສໃນໝູ່ບ້ານ ຫຼືເຂຕແຫ່ງໃດແຫ່ງໜຶ່ງຢູ່, ເວລາເຊົ້າເຂົາຄອງຈີວອຣ ຖືບາຕ ເຂົ້າໄປສູ່ໝູ່ບ້ານ ຫຼືເຂຕນັ້ນເພື່ອບິນດະບາຕ. ດ້ວຍການຮັກສາກາຍ, ຮັກສາວາຈາ, ຮັກສາຈິຕ, ຕັ້ງສະຕິໄວ້ໝັ້ນ, ແລະດ້ວຍການສັງລວມ

ອິນຊີທັງຫຼາຍ, ເຂົາໄດ້ ເຫັນຮູບດ້ວຍຕາແລ້ວ ບໍ່ເປັນຜູ່ຖືເອົາໃນລັກສະນະທີ່ເປັນການຮວບຖືເອົາທັງໝົດ (ລວມເປັນພາບດຽວ) ບໍ່ເປັນຜູ່ຖືເອົາໃນລັກສະນະທີ່ເປັນການຖືເອົາໂດຍແຍກເປັນສ່ວນໆ ; ອະກຸສົລທັມອັນເປັນບາບ ຄືອະພິຊຊາແລະໂທມະນັສສະ ຈະໄຫຼໄປຕາມບຸຄຄົນຜູ່ບໍ່ສັງລວມຢູ່ ຊຶ່ງອິນຊີອັນເປັນຕົ້ນເຫຕຄືຕາໃດ ເຂົາຍ່ອມປະຕິບັຕເພື່ອສັງລວມຊຶ່ງອິນຊີນັ້ນ ຍ່ອມຮັກສາ ອິນຊີຄືຕາ ຍ່ອມເຖິງການສັງລວມໃນອິນຊີຄືຕາ.

(ໃນກໍລະນີແຫ່ງ ອິນຊີຄືຫູ ອິນຊີຄືດັງ ອິນຊີຄືລີ້ນ ອິນຊີຄືກາຍ ແລະ ອິນຊີຄືໃຈ ກໍມີຂໍ້ຄວາມທີ່ໄດ້ຕຣັສໄວ້ຮູບແບບດຽວກັນ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ