ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໖. ພິກຂຸ ເປັນຜູ່ ມີປົກກະຕິເຮັດດ້ວຍທັມເປັນເຄື່ອງສະບາຍ (ແກ່ສະມາທິ).
ພິກຂຸ ທ. ! ພິກຂຸປະກອບແລ້ວດ້ວຍທັມ ໖ ປະການເຫຼົ່ານີ້ແລ ເປັນຜູ່ ຄວນເພື່ອຈະເຖິງຄວາມມີກໍາລັງ ໃນສະມາທິ.
- ສັກກ. ອັງ. ໒໒/໔໗໗/໓໔໓.
ສະມາທິຈາກການຍ່າງ (ຈົງກົມ) ຍ່ອມຕັ້ງຢູ່ດົນ
ພິກຂຸ ທ. ! ອານິສົງສ໌ໃນການຍ່າງ (ຈັງກະມະ) ໕ ຢ່າງ ເຫຼົ່ານີ້ມີຢູ່. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື : ເປັນຜູ່ອົດທົນຕໍ່ການເດີນທາງໄກ ໑, ເປັນຜູ່ອົດທົນຕໍ່ການຕັ້ງຄວາມພຽນ ໑, ເປັນຜູ່ມີອາພາດໜ້ອຍ ໑, ສິ່ງທີ່ກິນແລ້ວ ດື່ມແລ້ວ ຊິມແລ້ວ ຍ່ອມເຖິງການຍ່ອຍດ້ວຍດີ ໑, ສະມາທິທີ່ໄດ້ໃນຂະນະແຫ່ງການຍ່າງ ຍ່ອມຕັ້ງຢູ່ໄດ້ດົນ ໑.
ພິກຂຸ ທ. ! ອານິສົງສ໌ໃນການຍ່າງ ຫ້າຢ່າງເຫຼົ່ານີ້ ແລ.
- ປັນຈກ. ອັງ. ໒໒/໓໑/໒໙.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໑໓
ລັກສະນະຂອງຜູ່ງ່າຍຕໍ່ການເຂົ້າຢູ່ໃນສະມາທິ
ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມ ໕ ປະການ ເປັນຜູ່ບໍ່ຄວນເພື່ອເຂົ້າເຖິງສັມມາສະມາທິ ແລ້ວແລຢູ່. ຫ້າປະການ ແນວໃດໜໍ ? ພິກຂຸ ທ. ! ຫ້າປະການຄື ພິກຂຸໃນກໍລະນີນີ້ ເປັນຜູ່ບໍ່ອົດທົນຕໍ່ຮູບທັງຫຼາຍ ໑, ບໍ່ອົດທົນຕໍ່ສຽງທັງຫຼາຍ ໑, ບໍ່ອົດທົນຕໍ່ກິ່ນທັງຫຼາຍ ໑, ບໍ່ອົດທົນຕໍ່ຣົສທັງຫຼາຍ ໑, ບໍ່ອົດທົນຕໍ່ໂຜຕຖັບພະທັງຫຼາຍ ໑, ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ເປັນຜູ່ ບໍ່ຄວນເພື່ອເຂົ້າເຖິງສະມາທິ ແລ້ວແລຢູ່.
ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມ ໕ ປະການ ເປັນຜູ່ຄວນເພື່ອເຂົ້າເຖິງສັມມາສະມາທິ ແລ້ວແລຢູ່. ຫ້າປະການ ແນວໃດໜໍ ? ພິກຂຸ ທ. ! ຫ້າປະການຄື ພິກຂຸໃນກໍລະນີນີ້ ເປັນຜູ່ ອົດທົນຕໍ່ຮູບ ທັງຫຼາຍ ໑, ອົດທົນຕໍ່ສຽງ ທັງຫຼາຍ ໑, ອົດທົນຕໍ່ກິ່ນ ທັງຫຼາຍ ໑, ອົດທົນຕໍ່ຣົສ ທັງຫຼາຍ ໑, ອົດທົນຕໍ່ໂຜຕຖັບພະ ທັງຫຼາຍ ໑, ພິກຂຸ ທ. ! ພິກຂຸທີ່ປະກອບດ້ວຍທັມ ໕ ປະການເຫຼົ່ານີ້ແລ ເປັນຜູ່ ຄວນເພື່ອເຂົ້າເຖິງສະມາທິ ແລ້ວແລຢູ່.
- ປັນຈກ. ອັງ. ໒໒/໑໕໕/໑໑໓.
ໝວດ ງ. ວ່າດ້ວຍ ຫຼັກການປະຕິບັຕ ຂອງສັມມາສະມາທິ
ບຸບພະພາກແຫ່ງການຈະເຣີນສະມາທິ ໕ ຂັ້ນ
ມະຫາຣາຊະ ! ພິກຂຸນັ້ນ (໑) ປະກອບແລ້ວດ້ວຍ ສີລະຂັນທ໌ອັນເປັນອະຣິຍະ ນີ້ດ້ວຍ (໒) ປະກອບແລ້ວດ້ວຍ ອິນຊີສັງວອຣອັນເປັນອະຣິຍະ ນີ້ດ້ວຍ (໓) ປະກອບດ້ວຍ ສະຕິສັມປະຊັນຍະອັນເປັນອະຣິຍະ ນີ້ດ້ວຍ
໑໓໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ
(໔) ປະກອບແລ້ວດ້ວຍ ສັນໂດດອັນເປັນອະຣິຍະ ນີ້ດ້ວຍ (໕) ເສບເສນາສະນະອັນສະງົບງຽບ ຄື ປ່າ ເຫງົ້າໄມ້ ພູດອຍ ຮ່ອມຫ້ວຍ ພື້ນຖໍ້າ ປ່າຊ້າ ປ່າຮົກ ບ່ອນແຈ້ງ ກອງເຟືອງ. ເຂົານັ້ນໃນເວລາພາຍຫຼັງອາຫາຣ ກັບຈາກບິນດະບາຕແລ້ວ ນັ່ງຄູ້ບັນລັງ (ຂັດສະມາທິ) ຕັ້ງກາຍກົງ ດໍາຣົງສະຕິໝັ້ນ ເຂົາລະ ອະພິຊຊາ ໃນໂລກ ມີຈິຕປາສະຈາກອະພິຊຊາ ຄອຍຊໍາລະຈິຕຈາກອະພິຊຊາຢູ່ : ລະ ພະຍາບາດເຄື່ອງປະທຸສະຮ້າຍ ມີຈິຕປາສະຈາກພະຍາບາດ ເປັນຜູ່ກະຣຸນາ ມີຈິຕຫວັງຄວາມເກື້ອກູນໃນສັຕທັງຫຼາຍ ຄອຍຊໍາລະຈິຕຈາກພະຍາບາດເຄື່ອງປະທຸສະຮ້າຍຢູ່ ; ລະ ຖີນະມິດທະ ມຸ່ງຢູ່ແຕ່ຄວາມສະຫວ່າງໃນໃຈ ມີຈິຕປາສະຈາກຖີນະມິດທະ ມີສະຕິສັມປະຊັນຍະ ຮູ້ສຶກໂຕຄອຍຊໍາລະຈິຕຈາກຖີນະມິດທະ ຢູ່ ; ລະ ອຸດທັຈຈະກຸກກຸຈຈະ ບໍ່ຟຸ້ງຊ້ານ ມີຈິຕສະງົບຢູ່ໃນພາຍໃນ ຄອຍຊໍາລະຈິຕຈາກອຸດທັຈຈະກຸກກຸຈຈະຢູ່ ; ລະ ວິຈິກິຈສາ ກ້າວຂ້າມວິຈິກິຈສາເສຍໄດ້ ບໍ່ຕ້ອງກ່າວວ່າ ນີ້ອັນໃດ ນີ້ແນວໃດ ໃນກຸສົລທັມທັງຫຼາຍ (ເພາະຄວາມສົງໄສ) ຄອຍຊໍາລະຈິຕຈາກວິຈິກິຈສາຢູ່.
- ສີ. ທີ. ໙/໙໕/໑໒໕.
ຂັ້ນຕອນອັນຈໍາກັດແຫ່ງປັຈຈັຍຂອງສັມມາສະມາທິ
ພິກຂຸ ທ. ! ພິກຂຸນັ້ນໜໍ ບໍ່ມີຄວາມເຄົາລົບ ບໍ່ມີຄວາມຢໍາເກງ ບໍ່ປະພຶຕຄວາມ
ສະເໝີກັນ ໃນເພື່ອນສະພຣົມມະຈາຣີທັງຫຼາຍແລ້ວ ຈັກເຮັດອະພິສະມາຈາຣິກະທັມໃຫ້ບໍລິບູນ ດັ່ງນີ້ນັ້ນ : ນັ້ນບໍ່ເປັນຖານະທີ່ຈະມີໄດ້ ; ໑
໑. ຜູ່ສຶກສາ ຈົ່ງສັງເກດໃຫ້ເຫັນວ່າ ອະພິສະມາຈາຣິກະທັມ ກ່າວຄືການປະຕິບັຕວັຕ ຫຼືມາຣະຍາດ ທີ່ສາທຸຊົນ
ທົ່ວໄປຈະຄວນປະຕິບັຕໃນບ້ານເຮືອນ, ໝູ່ເພື່ອນ ແລະສັງຄົມທົ່ວໄປ ນີ້ບໍ່ແມ່ນສິ່ງເລັກນ້ອຍໃນການ








