ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຈິຕນີ້ ເປັນທັມມະຊາຕປະພັສສອຣ ແຕ່ຈິຕ (ທີ່ມີທັມມະຊາຕປະພັດສອນ) ນັ້ນແລ ເຂົ້າເຖິງຄວາມເສົ້າໝອງແລ້ວ ເພາະອຸປະກິເລສ ອັນເປັນອາຄັນຕຸກະຈອນມາ ເຮົາກ່າວວ່າ ປຸຖຸຊົນຜູ່ບໍ່ມີການສະດັບ ຍ່ອມບໍ່ຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມຈິງຂໍ້ນັ້ນ ເພາະເຫຕນັ້ນ ຈິຕຕະພາວະນາ ຍ່ອມບໍ່ມີແກ່ປຸຖຸຊົນຜູ່ບໍ່ມີການສະດັບ ດັ່ງນີ້.
ພິກຂຸ ທ. ! ຈິຕນີ້ ເປັນທັມມະຊາຕປະພັສສອຣ ແຕ່ຈິຕ (ທີ່ມີທັມມະຊາຕປະພັດສອນ) ນັ້ນແລ ເປັນຈິຕພົ້ນວິເສດຈາກອຸປະກິເລສ ອັນເປັນອາຄັນຕຸກະຈອນມານັ້ນໄດ້. ເຮົາກ່າວວ່າ ອະຣິຍະສາວົກຜູ່ມີການສະດັບ ຍ່ອມຮູ້ແຈ້ງຕາມທີ່ເປັນຈິງ ຊຶ່ງຄວາມຈິງຂໍ້ນັ້ນ ເພາະເຫຕນັ້ນ ຈິຕຕະພາວະນາ ຍ່ອມມີແກ່ອະຣິຍະສາວົກຜູ່ມີການສະດັບ ດັ່ງນີ້.
- ເອກ. ອັງ. ໒໐/໑໑-໑໒/໕໒-໕໓.
(ພຣະພຸດທະພາສິຕນີ້ ມີຄວາມໝາຍເລິກຢູ່ບາງປະການ ຈົນເຮັດໃຫ້ມີຜູ່ເຂົ້າໃຈຜິດໄປວ່າ ຖ້າຈິຕມີຄວາມເປັນປະພັດສອນຕາມທັມມະຊາຕແລ້ວ ເປັນຫຍັງຈຶ່ງເສົ້າໝອງໄດ້ເພາະອຸປະກິເລສ ; ແລະວ່າຖ້າຈິຕພົ້ນຈາກອຸປະກິເລສ ກັບໄປສູ່ຄວາມເປັນຈິຕປະພັດສອນແບບເດີມແລ້ວ ມັນກໍຈະກັບເປັນຈິຕເສົ້າໝອງ ເພາະອຸປະກິເລສໄດ້ອີກໃນພາຍຫຼັງ ສະຫຼັບກັນໄປບໍ່ຮູ້ສິ້ນສຸດ ດັ່ງນີ້. ແຕ່ຄວາມຈິງມີຢູ່ວ່າ ປະພັດສອນຕາມທັມມະຊາຕນັ້ນ ຖືກຄອບງໍາດ້ວຍອຸປະກິເລສໄດ້ ຈຶ່ງຕ້ອງເຮັດການພາວະນາ ຄືອົບຮົມຈິຕໃຫ້ປ່ຽນສະພາບ ເປັນເປັນປະພັດສອນສະມຸດເສດ ຊຶ່ງອຸປະກິເລສ ຈະຄອບງໍາບໍ່ໄດ້ອີກຕໍ່ໄປ. ເພາະເຫຕນັ້ນຈຶ່ງຕຣັດວ່າ ຜູ່ຮູ້ຄວາມຈິງເລື່ອງນີ້ທໍ່ນັ້ນ ຈຶ່ງປະສົງການຈະເຣີນພາວະນາອົບຮົມຈິຕ ແລະອົບຮົມຈິຕໄດ້ຕາມປະສົງ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໑໑
ບໍຣິຂາຣເຈັດຂອງອະຣິຍະສັມມາສະມາທິ
ພິກຂຸ ທ. ! ສະມາທິບໍຣິຂາຣ ໗ ປະການ ເຫຼົ່ານີ້ມີຢູ່. ເຈັດປະການ ແນວໃດໜໍ ? ເຈັດປະການຄື ສັມມາທິຕຖິ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ.
ພິກຂຸ ທ. ! ເອກັຄຄະຕາຈິຕ ທີ່ແວດລ້ອມຢູ່ດ້ວຍອົງເຈັດປະການເຫຼົ່ານີ້ ເຮົາເອີ້ນວ່າ ອະຣິຍະສັມມາສະມາທິ ທີ່ມີບ່ອນຕັ້ງອາໄສ ແດ່ ທີ່ມີບໍຣິຂາຣ ແດ່ ດັ່ງນີ້.
- ສັຕຕກ. ອັງ. ໒໓/໔໒/໔໒.
(ຜູ່ສຶກສາຄວນສັງເກດໃຫ້ເຫັນວ່າ ການທີ່ພຣະອໍຣະຫັນ ຈັດໃຫ້ອົງມັຄຄະທັງເຈັດຂ້າງເທິງ ຕັ້ງຢູ່ໃນຖານະເປັນບໍລິວານຂອງອົງສຸດທ້າຍຄື ສັມມາສະມາທິ ນີ້ມີຄວາມໝາຍເລິກເຊິ່ງ ເປັນເຄັດລັບຂອງການປະຕິບັຕທັມຢ່າງຍິ່ງ ຜູ່ສຶກສາຄວນສຶກສາຈາກຫົວຂໍ້ວ່າ “ອະຣິຍະສັມມາສະມາທິມີບໍຣິຂາຣເຈັດ”. “ການເຮັດໜ້າທີ່ສໍາພັນກັນຂອງບໍຣິຂາຣເຈັດ” ຢູ່ໜ້າ ໑໒໘໖-໑໒໙໕ ໃນໜັງສືເຫຼັ້ມນີ້ເປັນເຄື່ອງປະກອບດ້ວຍ).
ທັມເຄື່ອງເຮັດຄວາມເຕັມປ່ຽມແຫ່ງກໍາລັງຂອງສະມາທິ
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການແລ້ວ ເປັນຜູ່ບໍ່ຄວນເພື່ອຈະເຖິງຄວາມມີກໍາລັງໃນສະມາທິ. ຫົກປະການ ແນວໃດໜໍ ? ພິກຂຸ ທ. ! ຫົກປະການໃນກໍລະນີນີ້ ຄື :
໑. ພິກຂຸ ບໍ່ເປັນຜູ່ສະຫຼາດໃນການເຂົ້າສູ່ສະມາທິ ;
໒. ພິກຂຸ ບໍ່ເປັນຜູ່ສະຫຼາດໃນການດໍາຣົງຢູ່ໃນສະມາທິ ;
໓. ພິກຂຸ ບໍ່ເປັນຜູ່ສະຫຼາດໃນການອອກຈາກສະມາທິ ;
໔. ພິກຂຸ ບໍ່ເປັນຜູ່ມີປົກກະຕິເຮັດ (ສະມາທິ) ໂດຍເອື້ອເຟື້ອ ;
໕. ພິກຂຸ ບໍ່ເປັນຜູ່ມີປົກກະຕິເຮັດ (ສະມາທິ) ໂດຍຕິດຕໍ່ ;
໖. ພິກຂຸ ບໍ່ເປັນຜູ່ມີປົກກະຕິເຮັດດ້ວຍທັມເປັນເຄື່ອງສະບາຍ (ແກ່ສະມາທິ).
໑໓໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ພິກຂຸປະກອບແລ້ວດ້ວຍທັມ ໖ ປະການເຫຼົ່ານີ້ແລ ເປັນຜູ່ບໍ່ຄວນເພື່ອຈະເຖິງຄວາມມີກໍາລັງໃນສະມາທິ.
ພິກຂຸ ທ. ! ພິກຂຸປະກອບດ້ວຍທັມ ໖ ປະການແລ້ວ ເປັນຜູ່ ຄວນເພື່ອຈະເຖິງຄວາມມີກໍາລັງໃນສະມາທິ. ຫົກປະການແນວໃດໜໍ ? ພິກຂຸ ທ. ! ຫົກປະການໃນກໍລະນີນີ້ ຄື :
໑. ພິກຂຸ ເປັນຜູ່ ສະຫຼາດໃນການເຂົ້າສູ່ສະມາທິ ;
໒. ພິກຂຸ ເປັນຜູ່ ສະຫຼາດໃນການດໍາຣົງຢູ່ໃນສະມາທິ ;
໓. ພິກຂຸ ເປັນຜູ່ ສະຫຼາດໃນການອອກຈາກສະມາທິ ;
໔. ພິກຂຸ ເປັນຜູ່ ມີປົກກະຕິເຮັດ (ສະມາທິ) ໂດຍເອື້ອເຟື້ອ ;
໕. ພິກຂຸ ເປັນຜູ່ ມີປົກກະຕິເຮັດ (ສະມາທິ) ໂດຍຕິດຕໍ່ ;








