ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ມະຫາຣາຊະ ! ຂໍ້ອື່ນຍັງມີອີກ : ພິກຂຸ ເພາະລະສຸຂ ແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ, ຈຶ່ງ ບັນລຸຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິ ເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ເຂົານັ້ນນັ່ງແຜ່ໄປຕະຫຼອດກາລນີ້ ດ້ວຍໃຈອັນບໍຣິສຸດຜ່ອງໃສ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸດຜ່ອງໃສ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.
ມະຫາຣາຊະ ! ປຽບດັ່ງ ຊາຍຄົນໜຶ່ງ ນັ່ງຫຸ້ມຕົນດ້ວຍຜ້າຂາວປົກຮອດຫົວ, ສ່ວນໃດໆໃນກາຍເຂົາທົ່ວທັງໂຕ ທີ່ຜ້າຂາວບໍ່ຖືກຕ້ອງແລ້ວ (ຄືບໍ່ຫຸ້ມແລ້ວ) ບໍ່ໄດ້ມີ. ຂໍ້ນີ້ເປັນເຊັ່ນໃດ ; ມະຫາຣາຊະ ! ພິກຂຸນັ່ງແຜ່ໃຈ ອັນບໍຣິສຸດຜ່ອງໃສໄປຕະຫຼອດກາຍນີ້, ສ່ວນໃດສ່ວນໜຶ່ງໃນກາຍເຂົາທົ່ວທັງໂຕ ທີ່ໃຈອັນບໍຣິສຸດຜ່ອງໃສ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນເໝືອນກັນ.
- ສີ. ທີ. ໙/໑໐໐/໑໓໐.
ອາການທີ່ຢູ່ໃນຊານ ເອີ້ນວ່າຕະຖາຄົຕໄສຢາ
ພິກຂຸ ທ. ! ການນອນ ໔ ຢ່າງ ເຫຼົ່ານີ້ມີຢູ່. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື ເປຕະ
ໄສຢາ, ກາມະໂພຄິໄສຢາ, ສີຫະໄສຢາ, ຕະຖາຄະຕະໄສຢາ.
ພິກຂຸ ທ. ! ເປຕະໄສຢາ (ນອນແບບເປຕ) ເປັນແນວໃດໜໍ ? ພິກຂຸ ທ. ! ສ່ວນຫຼາຍພວກເປຕຍ່ອມນອນຫງາຍ. ນີ້ເອີ້ນວ່າ ເປຕະໄສຢາ.
ພິກຂຸ ທ. ! ກາມະໂພຄິໄສຢາ (ນອນແບບຄົນບໍຣິໂພຄກາມ) ເປັນແນວໃດໜໍ ?
ພິກຂຸ ທ. ! ສ່ວນຫຼາຍຄົນບໍຣິໂພຄກາມ ຍ່ອມນອນແຄງໂດຍຂ້າງເບື້ອງຊ້າຍ. ນີ້ເອີ້ນວ່າ ກາມະໂພຄິໄສຢາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໐໙
ພິກຂຸ ທ. ! ສີຫະໄສຢາ (ນອນຢ່າງສີຫະ) ເປັນແນວໃດໜໍ ? ພິກຂຸ ທ. ! ສີຫະເປັນພະຍາສັຕ ຍ່ອມສໍາເລັດການນອນໂດຍຂ້າງເບື້ອງຂວາ ບາທາເຫຼື່ອມບາທາ ສອດຫາງໄວ້ຢູ່ລະວ່າງແຫ່ງຂາ. ສີຫະນັ້ນເມື່ອຕື່ນຂຶ້ນ ຍ່ອມເງີຍກາຍຕອນໜ້າຂຶ້ນ ສັງເກດກາຍຕອນຫາງ ຖ້າເຫັນການດິ້ນເຄື່ອນທີ່ຂອງກາຍ (ໃນຂະນະຫຼັບ) ຍ່ອມມີຄວາມເສຍໃຈເພາະຂໍ້ນັ້ນ. ຖ້າບໍ່ເຫັນຍ່ອມມີຄວາມດີໃຈ. ນີ້ເອີ້ນວ່າ ສີຫະໄສຢາ.
ພິກຂຸ ທ. ! ຕະຖາຄະຕະໄສຢາ (ນອນຢ່າງຕະຖາຄົຕ) ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸສະຫງັດແລ້ວຈາກກາມ ສະຫງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງ ຊານທີ ໑ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເພາະວິຕົກວິຈາຣລະງັບໄປ ເຂົາເຂົ້າເຖິງ ຊານທີ ໒ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ສາມາດໃຫ້ສະມາທິຜຸດຂຶ້ນເປັນທັມເອກ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເພາະປີຕິຈາງຫາຍໄປ ເຂົານັ້ນເປັນຜູ່ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ ແລະໄດ້ສະເຫວີຍສຸຂດ້ວຍນາມກາຍ ເຂົ້າເຖິງ ຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນລະເສີນຜູ່ໄດ້ບັນລຸວ່າ “ເປັນຜູ່ເສີຍຢູ່ໄດ້ ມີສະຕິຢູ່ເປັນສຸຂ” ແລ້ວແລຢູ່. ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ ເຂົ້າເຖິງ ຊານທີ ໔ ອັນບໍ່ທຸກຂ໌ແລະ ບໍ່ສຸຂ ມີແຕ່ສະຕິອັນບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ນີ້ເອີ້ນວ່າ ຕະຖາຄະຕະໄສຢາ.
ພິກຂຸ ທ. ! ເຫຼົ່ານີ້ແລ ການນອນ ໔ ຢ່າງ.
- ຈຕຸກກ. ອັງ. ໒໑/໓໓໑/໒໔໖.
(ຜູ່ສຶກສາຈົ່ງສັງເກດ ຄວາມຜິດແປກແຕກຕ່າງກັນຢ່າງຫຼວງຫຼາຍ ລະຫວ່າງ ການນອນທັງສີ່ຢ່າງນີ້ ກໍຈະເຂົ້າໃຈໄດ້ວ່າ ວິນຍານ ຫຼື ຫົວໃຈຂອງທັມມະມຸ່ງໝາຍແນວໃດ ສູງກວ່າທັມມະຊາຕພຽງໃດ ຈົນຮອດວ່າ ການຢູ່ໃນຊານກໍເອີ້ນວ່າ ການນອນຢ່າງໜຶ່ງດ້ວຍ ເປັນການນອນທາງ
ວິນຍານ ເຖິງຈະກໍາລັງຢູໃນອິຣິຍາບົດອື່ນ ຊຶ່ງບໍ່ແມ່ນອິຣິຍາບົດນອນ ດັ່ງທີ່ກ່າວຢູ່ໃນຫົວຂໍ້ວ່າ “ບ່ອນນັ່ງ-ນອນ-ຢືນ-ຍ່າງ ອັນເປັນທິບ” ຢູ່ໜ້າ ໑໓໔໕ ໃນໜັງສືເຫຼັ້ມນີ້).
໑໓໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ໝວດ ຄ. ວ່າດ້ວຍອຸປະກອນ-ເຫຕປັຈຈັຍ ຂອງສັມມາສະມາທິ
ຄວາມຮູ້ທີ່ເຮັດໃຫ້ມີການອົບຮົມຈິຕ








