ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ມະຫາຣາຊະ ! ປຽບເໝືອນ ນາຍຊ່າງອາບ ກໍດີ ຫຼື ລູກນ້ອງຂອງເຂົາ ກໍດີ ເປັນຄົນສະຫຼາດ ໂຮຍຜົງທີ່ໃຊ້ສໍາລັບຖູໂຕໃນເວລາອາບນໍ້າ ລົງໃນຂັນສໍາຣິດ ແລ້ວພົມໝັກໄວ້, ເມື່ອເວລາແລງ ກ້ອນຜົງອອກຢາງເຂົ້າກັນ ຊຶມທົ່ວກັນແລ້ວ ຈັບກັນທັງພາຍໃນພາຍນອກ ບໍ່ໄຫຼຍ້ອຍເຊັ່ນໃດ ; ມະຫາຣາຊະ ! ພິກຂຸພົມກາຍນີ້ ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິ ແລະສຸຂອັນເກີດແຕ່ວິເວກ ສ່ວນໃດສ່ວນໜຶ່ງຂອງກາຍເຂົາທີ່ປີຕິ ແລະ ສຸຂ ອັນເກີດແຕ່ວິເວກ ບໍ່ຖືກຕ້ອງແລ້ວ ບໍ່ມີໄດ້, ເຊັ່ນນັ້ນເໝືອນກັນ.

- ສິ. ທີ. ໙/໙໘/໑໒໗.

໑໓໐໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ການບັນລຸທຸຕິຢະຊານ ພ້ອມທັງອຸປະມາ

ມະຫາຣາຊະ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ເຂົາພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວທັງໂຕ ທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.

ມະຫາຣາຊະ ! ປຽບດັ່ງ ວັງນໍ້າອັນເລິກ ມີນໍ້າອອກບໍ່ ບໍ່ມີປາກທາງນໍ້າເຂົ້າທາງທິສຕາເວັນອອກ ທິສໃຕ້ ທິສຕາເວັນຕົກ ທິສເໜືອ ແລະ ຝົນກໍບໍ່ຕົກ໑ ເພີ່ມນໍ້າໃຫ້ແກ່ວັງນໍ້ານັ້ນ ຕະຫຼອດກາລໂດຍກາລ, ສາຍບໍ່ນໍ້າເຢັນອອກສູ່ວັງນໍ້າ ແຜ່ເຮັດໃຫ້ເຢັນຖືກຕ້ອງວັງນໍ້ານັ້ນເອງ, ສ່ວນໃດໆ ຂອງວັງນໍ້ານັ້ນ ທີ່ນໍ້າເຢັນບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ. ຂໍ້ນີ້ເຊັ່ນໃດ ; ມະຫາຣາຊະ ! ພິກຂຸພົມກາຍນີ້ ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງ ໃນກາຍເຂົາທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນເໝືອນກັນ.

- ສິ. ທີ. ໙/໙໘/໑໒໘.

໑. ບາລີຄໍານີ້ວ່າ ອະນຸບປະເວຈເສີຍຢະ (ອະນຸບເວຈເສີຍຢະ ກໍມີ - ມູ. ມ. ໑໒ ໜ້າ ໕໐໖) ; ໂດຍອາໄສ

ຫຼັກບາລີແຫ່ງອື່ນ ທີ່ມີຂໍ້ຄວາມແບບດຽວກັນ ຊຶ່ງໃຊ້ຄໍາວ່າ ນານຸບປເວຈເສີຍຢະ ເປັນຫຼັກ ຈຶ່ງແປວ່າ ບໍ່ຕົກ

(- ປັນຈກ. ອັງ. ໒໒/໒໗/໒໘).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໓໐໗

ການບັນລຸຕະຕິຢະຊານ ພ້ອມທັງອຸປະມາ

ມະຫາຣາຊະ ! ຂໍ້ອື່ນຍັງມີອີກ : ພິກຂຸເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມມະກາຍ ຈຶ່ງ ບັນລຸຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໄດ້ບັນລຸຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ” ດັ່ງນີ້ ແລ້ວແລຢູ່. ເຂົາພົມກາຍນີ້ ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍສຸຂ ຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງ ໃນກາຍເຂົາທົ່ວທັງໂຕ ທີ່ສຸຂຫາປີຕິບໍ່ໄດ້ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.

ມະຫາຣາຊະ ! ປຽບດັ່ງ ໃນໜອງບົວອຸບົນ ໜອງບົວປະທຸມ ໜອງບົວບຸນທະຣິກ ມີດອກບົວອຸບົນ ບົວປະທຸມ ບົວບຸນທະຣິກ ບາງໝວດທີ່ເກີດຢູ່ໃນນໍ້າ ຈະເຣີນຢູ່ໃນນໍ້າ ຍັງຂຶ້ນບໍ່ພົ້ນນໍ້າ ຈົມຢູ່ພາຍໃຕ້ ອັນນໍ້າລ້ຽງໄວ້, ດອກບົວເຫຼົ່ານັ້ນຖືກນໍ້າເຢັນແຊ່ຊຸ່ມ ຖືກຕ້ອງຕັ້ງແຕ່ຍອດຈົນເຖິງຮາກ, ສ່ວນໃດໆຂອງດອກບົວເຫຼົ່ານັ້ນທົ່ວທັງດອກ ທີ່ນໍ້າເຢັນ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ. ຂໍ້ນີ້ເປັນເຊັ່ນໃດ ; ມະຫາຣາຊະ ! ພິກຂຸພົມກາຍນີ້ ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍສຸຂ ຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງໃນກາຍເຂົາ ທີ່ສຸຂຫາປີຕິບໍ່ໄດ້ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ. ເຊັ່ນນັ້ນເໝືອນກັນ.

- ສີ. ທີ. ໙/໙໙/໑໒໙.

໑໓໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ການບັນລຸຈະຕຸຕຖະຊານ ພ້ອມທັງອຸປະມາ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ