ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(ຜູ່ສຶກສາຈົ່ງສັງເກດເຫັນຄວາມສັມພັນກັນ ຢ່າງສະຫຼັບສັບຊ້ອນ ວ່າອົງມັຄຄະເຈັດອົງຂ້າງເທິງ ຖືກຈັດໃຫ້ເປັນບໍລິວານຂອງອົງສຸດທ້າຍຄື ສັມມາສະມາທິ ແລ້ວເຮັດໃຫ້ສັມມາສະມາທິນັ້ນ ໄດ້ນາມສູງຂຶ້ນໄປ ວ່າອະຣິຍະສັມມາສະມາທິ. ອົງຄ໌ຫ້າອົງຂ້າງເທິງ ຄື ສັມມາທິຕຖິ ສັມມາສັງ
ກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ຖືກຈັດໃຫ້ແວດລ້ອມດ້ວຍ ສັມມາທິຕຖິ, ສັມມາວາຢາມະ ສັມມາສະຕິ. ໂດຍເຫຕທີ່ສັມມາວາຢາມະ ແລະ ສັມມາສະຕິ ໄປເຮັດໜ້າທີ່ແວດລ້ອມອົງຄ໌ຫ້າອົງເບື້ອງຕົ້ນເສຍ ຈຶ່ງບໍ່ຖືກຍົກຂຶ້ນມາຈັດເປັນກຸ່ມສະເພາະຂອງຕົນ ຈຶ່ງບໍ່ມີກຸ່ມທີຫົກ ທີເຈັດ. ສ່ວນສັມມາທິຕຖິນັ້ນ ມີຄວາມສໍາຄັນຈົນຈັດເປັນກຸ່ມໆ ກຸ່ມໜຶ່ງຂອງຕົນເອງ ແລ້ວຍັງໄປເຮັດໜ້າທີ່ ເປັນຜູ່ແວດລ້ອມ ໃນກຸ່ມທັງຫ້າອີກດ້ວຍທຸກກຸ່ມ. ສ່ວນສັມມາວາຢາມະກໍດີ ສັມມາສະຕິກໍດີ ຊຶ່ງບໍ່ມີກຸ່ມຂອງຕົນ ເພາະເຂົ້າໄປແຊກເຮັດໜ້າທີ່ຢູ່ໃນກຸ່ມນັ້ນໆ ທຸກກຸ່ມ ເພື່ອໃຫ້ໜ້າທີ່ໃນກຸ່ມນັ້ນໆ ສົມບູນ ສໍ່າກັບວ່າເຊື່ອງຕົນຢູ່ຢ່າງລຶກລັບ ແຕ່ກໍບໍ່ໄດ້ຫາຍໄປໃສ. ສັມມາທິຕຖິໄດ້ຊື່ວ່າ ເປັນຜູ່ນໍາໜ້າຂອງທຸກກຸ່ມ ເພາະເຂົ້າໄປຮູ້ລັກສະນະອົງທັມ ອັນເປັນຊື່ປະຈໍາກຸ່ມນັ້ນໆ ຊຶ່ງໄດ້ຊົງຈໍາແນກໄວ້ທັງສອງປະເພດ ຄືປະເພດເປັນໄປກັບດ້ວຍອາສະວະ ແລະ ປະເພດທີ່ບໍ່ເປັນໄປກັບດ້ວຍອາສະວະ ແລະ ຍັງຮູ້ເຖິງຝ່າຍກົງກັນຂ້າມ ຄືເປັນຝ່າຍ “ມິຈສາ” ຫຼືຝ່າຍຜິດ ຢ່າງຄົບຖ້ວນອີກດ້ວຍ ຈຶ່ງເຮັດໃຫ້ສັມມາວາຢາມະ ແລະສັມມາສະຕິແຫ່ງກຸ່ມນັ້ນໆ ດໍາເນີນໄປໂດຍຖືກທາງ ດັ່ງນັ້ນຈຶ່ງໄດ້ຊື່ວ່າເປັນ “ຜູ່ນໍາໜ້າ”.
ຜູ່ສຶກສາ ຈົ່ງສັງເກດຈົນເຂົ້າໃຈ ຄວາມສໍາພັນກັນດັ່ງກ່າວນີ້ ຢ່າງຈະແຈ້ງແລ້ວ ຈົນເປັນເຫຕໃຫ້ທ່ານຮູ້ວ່າ ກິຈຈ໌ແຫ່ງອົງມັຄຄະທັງຫຼາຍ ສັມພັນກັນດ້ວຍດີແນວໃດ ມັຄຄະຈຶ່ງຈັກເປັນໄປເຖິງຂະໜາດ ທີ່ດັບທຸກຂ໌ໄດ້ໂດຍບໍ່ເຫຼືອ).
ສັມມາທິຕຖິເປັນຜູ່ນໍາໃນການລະມິຈສາສັຕຕະ
ພິກຂຸ ທ. ! ໃນບັນດາ ອົງຄ໌ແຫ່ງມັຄຄ໌ ເຫຼົ່ານັ້ນ ສັມມາທິຕຖິເປັນອົງນໍາໜ້າ ນໍາໜ້າແນວໃດໜໍ ? ພິກຂຸ ທ. !
໑໒໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ສັມມາສັງກັປປະ ຍ່ອມມີພຽງພໍແກ່ຜູ່ມີ ສັມມາທິຕຖິ ;
ສັມມາວາຈາ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາສັງກັປປະ ;
ສັມມາກັມມັນຕະ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາວາຈາ ;
ສັມມາອາຊີວະ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາກັມມັນຕະ ;
ສັມມາວາຢາມະ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາອາຊີວະ ;
ສັມມາສະຕິ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາວາຢາມະ ;
ສັມມາສະມາທິ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາສະຕິ ;
ສັມມາວາຢາມະ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາສະມາທິ ;
ສັມມາວິມຸຕຕິ ຍ່ອມມີພຽງພໍ ແກ່ຜູ່ມີ ສັມມາຍານະ ;
ພິກຂຸ ທ. ! ດ້ວຍອາການດັ່ງນີ້ແລ ພຣະເສຂະຜູ່ປະກອບດ້ວຍອົງຄ໌ແປດ ຍ່ອມເປັນພຣະອໍຣະຫັນຕ໌ ຜູ່ປະກອບດ້ວຍອົງສິບ.
ພິກຂຸ ທ. ! ໃນບັນດາ ອົງຄ໌ແຫ່ງມັຄຄ໌ ເຫຼົ່ານັ້ນ ສັມມາທິຕຖິເປັນອົງນໍາໜ້າ. ນໍາໜ້າແນວໃດໜໍ ?
ພິກຂຸ ທ. ! ມິຈສາທິຕຖິ ຂອງຜູ່ມີສັມມາທິຕຖິ ຍ່ອມສະຫຼາຍໄປບໍ່ມີເຫຼືອ ; ແລະ ບາບອະກຸສົລທັມ ທັງຫຼາຍ ເປັນອະເນກທີ່ເກີດຂຶ້ນ ເພາະມິຈສາທິຕຖິເປັນປັຈຈັຍຂອງຜູ່ນັ້ນ ກໍພອຍສະຫຼາຍໄປບໍ່ມີເຫຼືອດ້ວຍ ; ແລະ ກຸສົລທັມ ທັງຫຼາຍເປັນອະເນກທີ່ມີສັມມາທິຕຖິເປັນປັຈຈັຍ ກໍຈັກເຖິງຊຶ່ງຄວາມເຕັມຮອບ ແຫ່ງການງອກງາມຂຶ້ນມາດ້ວຍ.
(ໃນກໍລະນີທີ່ ກ່ຽວກັບ ສັມມາສັງກັປປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ ກໍຕຣັດໄວ້ດ້ວຍຂໍ້ຄວາມແນວດຽວກັນຈົນວ່າເຖິງ :)
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໙໗
ພິກຂຸ ທ. ! ມິຈສາຍານະ ຂອງຜູ່ມີສັມມາຍານະ ຍ່ອມສະຫຼາຍໄປບໍ່ມີເຫຼືອ ; ແລະ ບາບອະກຸສົລທັມ ທັງຫຼາຍເປັນອະເນກ ທີ່ເກີດຂຶ້ນເພາະມິຈສາຍານະ ເປັນປັຈຈັຍຂອງຜູ່ນັ້ນ ກໍຍ່ອມສະຫຼາຍໄປບໍ່ມີເຫຼືອດ້ວຍ ; ແລະ ກຸສົລທັມ ທັງຫຼາຍເປັນອະເນກ ທີ່ມີສັມມາຍານະເປັນປັຈຈັຍ ກໍຈັກເຖິງຊຶ່ງຄວາມເຕັມຮອບ ແຫ່ງການງອກງາມຂຶ້ນມາດ້ວຍ.








