ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ໃນບັນດາອົງເຈັດ ແຫ່ງອະຣິຍະສັມມາສະມາທິນັ້ນ ສັມມາທິຕຖິເປັນທັມນໍາໜ້າ. ນໍາໜ້າແນວໃດໜໍ ? ຄື : ເຂົາຮູ້ມິຈສາອາຊີວະ ວ່າເປັນມິຈສາອາຊີວະ, ຮູ້ສັມມາອາຊີວະ ວ່າເປັນສັມມາອາຊີວະ ; ຄວາມຮູ້ຂອງເຂົານັ້ນເປັນ ສັມມາທິຕຖິ.
ພິກຂຸ ທ. ! ມິຈສາອາຊີວະ ເປັນແນວໃດໜໍ ? ການເວົ້າຂີ້ຕົວະ (ກຸຫະນາ) ການເວົ້າຫຼອກລວງ (ລະປະນາ) ການເວົ້າຫວ່ານລ້ອມ (ເນມິຕຕະກະຕາ) ການເວົ້າເຮັດໃຫ້ເຈັບໃຈຈົນຕ້ອງຍອມຕົກລົງ (ນິປເປສິກະຕາ) ການລໍ້ລາບດ້ວຍລາບ (ລາເພນະລາພັງຊິຄິງສະນະຕາ). ພິກຂຸ ທ. ! ນີ້ຄື ມິຈສາອາຊີວະ.
໑໒໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ສັມມາອາຊີວະ ເປັນແນວໃດໜໍ ? ພິກຂຸ ທ. ! ເຮົາກ່າວແມ່ນສັມມາອາຊີວະ ວ່າມີຢູ່ ໒ ຊະນິດຄື : ສັມມາອາຊີວະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ກໍມີຢູ່ ; ສັມມາອາຊີວະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອ
ນິບພານ ກໍມີຢູ່.
ພິກຂຸ ທ. ! ສັມມາອາຊີວະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ອະຣິຍະສາວົກໃນກໍລະນີນີ້ ລະມິຈສາອາຊີວະໄດ້ແລ້ວ ສໍາເລັດການເປັນຢູ່ດ້ວຍສັມມາອາຊີວະ. ພິກຂຸ ທ. ! ນີ້ຄື ສັມມາອາຊີວະ ທີ່ຍັງເປັນໄປດ້ວຍອາສະວະ ເປັນສ່ວນແຫ່ງບຸນຍ໌ ມີຜົລເນື່ອງຢູ່ກັບຂອງໜັກ.
ພິກຂຸ ທ. ! ສັມມາອາຊີວະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ທັມຄື : ການງົດ ການເວັ້ນ ການເວັ້ນຂາດ ແລະ ເຈຕະນາເປັນເຄື່ອງເວັ້ນຈາກມິຈສາອາຊີວະ ຂອງຜູ່ມີອະຣິຍະຈິຕ ຂອງຜູ່ມີອະນາສະວະຈິຕ ຂອງຜູ່ເປັນ
ອະຣິຍະມັຄຄະສະມັງຄີ ຜູ່ຈະເຣີນຢູ່ຊຶ່ງອະຣິຍະມັຄຄະໃດແລ ; ພິກຂຸ ທ. ! ນີ້ຄື ສັມມາອາຊີວະ ອັນເປັນອະຣິຍະ ບໍ່ເປັນໄປດ້ວຍອາສະວະ ນໍາຂຶ້ນສູ່ລະດັບເໜືອໂລກ ເປັນອົງປະກອບແຫ່ງຫົນທາງເພື່ອນິບພານ.
ເຂົານັ້ນ ພຽນພະຍາຍາມເພື່ອລະເສຍ ຊຶ່ງມິຈສາອາຊີວະ ເພື່ອເຮັດສັມມາອາຊີວະໃຫ້ເຖິງພ້ອມ ; ຄວາມພຽນພະຍາຍາມຂອງເຂົານັ້ນເປັນ ສັມມາວາຢາມະ. ເຂົາມີສະຕິລະເສຍຊຶ່ງມິຈສາອາຊີວະ ມີສະຕິເຮັດສັມມາອາຊີວະໃຫ້ເຖິງພ້ອມແລ້ວແລຢູ່ ; ສະຕິຂອງເຂົານັ້ນເປັນ ສັມມາສະຕິ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໙໕
ດ້ວຍອາການແນວນີ້ ເປັນອັນວ່າ ທັມ ໓ ຢ່າງ ນັ້ນຍ່ອມ ຕິດຕາມແວດລ້ອມຊຶ່ງສັມມາອາຊີວະ ; ສາມຢ່າງນັ້ນໄດ້ແກ່ : ສັມມາທິຕຖິ ສັມມາວາຢາມະ ສັມມາສະຕິ.
- ອຸປຣິ. ມ. ໑໔/໑໘໑-໑໘໖/໒໕໔-໒໗໘.








