ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເພາະຄວາມຈາງຄາຍໄປແຫ່ງປີຕິ ເປັນຜູ່ຢູ່ ອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍຈຶ່ງບັນລຸ ຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໃດບັນລຸຊານນີ້ ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ” ດັ່ງນີ້ແລ້ວແລຢູ່. ເຂົາ ພົມກາຍນີ້ເຮັດໃຫ້ຊູ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍ ສຸຂຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວໂຕ ທີ່ສຸຂຫາປີຕິ ບໍ່ໄດ້ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໘໓

ພິກຂຸ ທ. ! ປຽບເໝືອນໃນ ໜອງບົວອຸບົນ ໜອງບົວປະທຸມ ໜອງບົວບຸນທະຣິກ ມີດອກບົວອຸບົນ ບົວປະທຸມ ບົວບຸນທະຣິກ ບາງໝວດທີ່ເກີດຢູ່ໃນນໍ້າ ຈະເຣີນຢູ່ໃນນໍ້າ ຍັງຂຶ້ນບໍ່ພົ້ນນໍ້າ ຈົມຢູ່ພາຍໃຕ້ອັນນໍ້າລ້ຽງໄວ້, ດອກບົວໝວດນັ້ນຖືກນໍ້າເຢັນແຊ່ຊຸ່ມ ຖືກຕ້ອງຕັ້ງແຕ່ຍອດເຖິງຮາກ, ສ່ວນໃດໆຂອງດອກບົວໝວດນັ້ນທົ່ວທັງດອກ ທີ່ນໍ້າເຢັນບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ. ຂໍ້ນີ້ເປັນເຊັ່ນໃດ ; ພິກຂຸ ທ. ! ພິກຂຸພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍສຸຂຫາປີຕິບໍ່ໄດ້, ສ່ວນໃດສ່ວນໜຶ່ງໃນກາຍເຂົາ ທີ່ສຸຂຫາປີຕິບໍ່ໄດ້ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ນີ້ຄື ການຈະເຣີນສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ປະການທີສາມ.

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸ, ເພາະລະສຸຂແລະລະທຸກຂ໌ເສຍໄດ້, ເພາະຄວາມ ດັບຫາຍໄປແຫ່ງໂສມະນັສສະ ແລະໂທມະນັສສະໃນກາລກ່ອນ, ຈຶ່ງບັນລຸ ຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ເຂົານັ້ນ ນັ່ງແຜ່ໄປຕະຫຼອດກາຍນີ້ ດ້ວຍ ໃຈອັນບໍຣິສຸດຜ່ອງໃສ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວໂຕ ທີ່ໃຈອັນບໍຣິສຸດຜ່ອງໃສ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.

ພິກຂຸ ທ. ! ປຽບເໝືອນ ຊາຍຜູ່ໜຶ່ງນັ່ງຫຸ້ມໂຕ ດ້ວຍຜ້າຂາວປົກທັງຫົວ, ສ່ວນໃດໆໃນກາຍເຂົາທົ່ວໂຕ ທີ່ຜ້າຂາວບໍ່ຖືກຕ້ອງແລ້ວ (ຄືບໍ່ຫຸ້ມແລ້ວ) ບໍ່ໄດ້ມີ ຂໍ້ນີ້ເປັນເຊັ່ນໃດ ; ພິກຂຸ ທ. ! ພິກຂຸນັ່ງແຜ່ໃຈອັນບໍຣິສຸດຜ່ອງໃສໄປຕະຫຼອດກາຍນີ້, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວໂຕ ທີ່ໃຈອັນບໍຣິສຸດຜ່ອງໃສ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນ

ເໝືອນກັນ. ພິກຂຸ ທ. ! ນີ້ຄື ການຈະເຣີນສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ປະການທີສີ່.

໑໒໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ປັຈຈະເວກຂະນິມິຕ ເປັນສິ່ງທີ່ພິກຂຸນັ້ນຖືເອົາແລ້ວດ້ວຍດີ ເຮັດໃນໃຈແລ້ວດ້ວຍດີ ເຂົ້າໄປຊົງໄວ້ດີແລ້ວ ແທງຕະຫຼອດດີແລ້ວດ້ວຍປັນຍາ (ຈະແຈ້ງ) ປຽບເໝືອນ ຄົນຜູ່ໜຶ່ງ ເຫັນຄົນອີກຜູ່ໜຶ່ງ ຫຼືວ່າດັ່ງ ຄົນຢືນ ເຫັນຄົນນັ່ງ ຫຼືວ່າດັ່ງ ຄົນນັ່ງ ເຫັນຄົນນອນ, ເຊັ່ນໃດກໍເຊັ່ນນັ້ນ ທີ່ປັຈຈະເວກຂະນິມິຕ ເປັນສິ່ງທີ່ພິກຂຸນັ້ນ ຖືເອົາແລ້ວດ້ວຍດີ ເຮັດໃນໃຈແລ້ວດ້ວຍດີ ເຂົ້າໄປຊົງໄວ້ດີແລ້ວ ແທງຕະຫຼອດດີແລ້ວດ້ວຍປັນຍາ. ພິກຂຸ ທ. ! ນີ້ຄື ການຈະເຣີນສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ປະການທີຫ້າ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ