ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງອາສະວະ ; ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີປົກກະຕິຕາມເຫັນຄວາມຕັ້ງຂຶ້ນ ແລະ ເສື່ອມໄປໃນອຸປາທານຂັນທ໌ທັງຫ້າ ວ່າ “ຮູບ ເປັນແນວນີ້ ຄວາມເກີດຂຶ້ນແຫ່ງຮູບເປັນແນວນີ້ ຄວາມດັບໄປແຫ່ງຮູບເປັນແນວນີ້ ; ເວທະນາ ເປັນແນວນີ້ ຄວາມເກີດຂຶ້ນແຫ່ງເວະທະນາເປັນແນວນີ້ ຄວາມດັບໄປແຫ່ງເວທະນາເປັນແນວນີ້ ; ສັນຍາ ເປັນແນວນີ້ ຄວາມເກີດຂຶ້ນແຫ່ງສັນຍາເປັນແນວນີ້ ຄວາມດັບໄປແຫ່ງສັນຍາເປັນແນວນີ້ ; ສັງຂາຣ ເປັນແນວນີ້ ຄວາມເກີດຂຶ້ນແຫ່ງສັງຂາຣເປັນແນວນີ້ ຄວາມດັບໄປແຫ່ງສັງຂາຣເປັນແນວນີ້ ; ວິນຍານ ເປັນແນວນີ້ ຄວາມເກີດຂຶ້ນແຫ່ງວິນຍານເປັນແນວນີ້ ຄວາມດັບໄປແຫ່ງວິນຍານເປັນແນວນີ້ ; ດັ່ງນີ້. ພິກຂຸ ທ. ! ນີ້ຄື ສະມາທິພາວະນາອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມດັບສິ້ນໄປແຫ່ງອາສະວະ.
ພິກຂຸ ທ. ! ເຫຼົ່ານີ້ແລ ຄືສະມາທິພາວະນາ ໔ ຢ່າງ.
- ຈຕຸກກ. ອັງ. ໒໑/໕໗/໔໑.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະມາທິ ໑໒໘໑
ໝວດ ຂ. ວ່າດ້ວຍລັກສະນະ - ອຸປະມາ ຂອງສັມມາສະມາທິ
ລັກສະນະແຫ່ງສັມມາສະມາທິຊັ້ນເລີດ ໕ ປະການ
ພິກຂຸ ທ. ! ເຮົາຈະສະແດງການຈະເຣີນສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ ໕
ອັນເປັນອະຣິຍະ. ພິກຂຸ ທ. ! ການຈະເຣີນສັມມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະນັ້ນ ເປັນແນວໃດໜໍ ?
ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເພາະສະຫງັດຈາກກາມ ແລະ ສະຫງັດຈາກ
ອະກຸສົລທັມທັງຫຼາຍ ຈຶ່ງບັນລຸ ຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເຂົາ ພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍ ປີຕິແລະສຸຂອັນເກີດແຕ່ວິເວກ ນັ້ນ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວໂຕ ທີ່ປີຕິ ແລະສຸຂອັນເກີດແຕ່ວິເວກນັ້ນ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.
ພິກຂຸ ທ. ! ປຽບເໝືອນ ນາຍຊ່າງອາບ ກໍດີ ຫຼືລູກນ້ອງຂອງເຂົາກໍດີ ເປັນຄົນສະຫຼາດ ໂຮຍຜົງທີ່ໃຊ້ສໍາລັບຖູໂຕ ໃນເວລາອາບນໍ້າລົງໃນຂັນສໍາຣິດ ແລ້ວພົມນໍ້າ
ໝັກໄວ້, ເມື່ອເວລາແລງກ້ອນຜົງອອກຢາງເຂົ້າກັນ ຊຶມທົ່ວກັນແລ້ວ ຈັບກັນທັງພາຍໃນພາຍນອກ ບໍ່ໄຫຼຢົດເຊັ່ນໃດ ; ພິກຂຸ ທ. ! ພິກຂຸນັ້ນ ພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ວິເວກ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາ ທີ່ປີຕິ ແລະ ສຸຂ ອັນເກີດແຕ່ວິເວກບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ນີ້ຄື ການຈະເຣີນສັມມາສະມາທິ ທີ່ ປະກອບດ້ວຍອົງຄ໌ຫ້າອັນເປັນອະຣິຍະ ປະການທີໜຶ່ງ.
໑໒໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງບັນລຸ ຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເຂົາ ພົມກາຍ ນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງຂອງກາຍເຂົາທົ່ວໂຕ ທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ
ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ.
ພິກຂຸ ທ. ! ປຽບເໝືອນ ວັງນໍ້າອັນເລິກ ມີນໍ້າອອກບໍ່ພຸ່ງຂຶ້ນ ບໍ່ມີປາກທາງນໍ້າເຂົ້າທາງທິສຕາເວັນອອກ ທິສຕາເວັນຕົກ ທິສເໜືອ ທິສໃຕ້ ແຫ່ງວັງນໍ້ານັ້ນ ແລະ ຝົນກໍ
ບໍ່ຕົກຕາມລະດູກາລ ແຕ່ຂະນະນັ້ນ ທໍ່ນໍ້າເຢັນພຸ່ງຂຶ້ນຈາກວັງນໍ້ານັ້ນ ໄຫຼແຍ່ໄຫຼຖ້ວມແຜ່ທົ່ວເຕັມໄປໝົດ ຊຶ່ງວັງນໍ້ານັ້ນເອງດ້ວຍນໍ້າອັນເຢັນ, ສ່ວນໃດໆ ຂອງວັງນໍ້ານັ້ນທີ່ນໍ້າເຢັນ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ພິກຂຸພົມກາຍນີ້ເຮັດໃຫ້ຊຸ່ມທົ່ວ ຊຸ່ມຮອບ ເຕັມຮອບ ດ້ວຍປີຕິແລະສຸຂ ອັນເກີດແຕ່ສະມາທິ, ສ່ວນໃດສ່ວນໜຶ່ງໃນກາຍເຂົາ ທີ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ບໍ່ຖືກຕ້ອງແລ້ວ ບໍ່ໄດ້ມີ, ເຊັ່ນນັ້ນ
ເໝືອນກັນ. ພິກຂຸ ທ. ! ນີ້ຄື ສັມມາສະມາທິ ທີ່ປະກອບດ້ວຍອົງຄ໌ຫ້າ ອັນເປັນອະຣິຍະ ປະການທີສອງ.








