ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຍ່ອມເປັນໄປ ເພື່ອຄວາມຢູ່ເປັນສຸຂໃນທິຕຖະທັມ (ທິຕຖະທັມມະສຸຂະວິຫາຣະ). ພິກຂຸ ທ. ! ມີສະມາທິພາວະນາ ອັນບຸຄຄົນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປ ເພື່ອການໄດ້ສະເພາະຊຶ່ງຍານທັສສະນະ (ຍານະທັສະນະປະຕິລາບະ). ພິກຂຸ ທ. ! ມີ ສະມາທິພາວະນາ ອັນບຸຄຄົນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປ ເພື່ອສະຕິ ສັມປະຊັນຍະ (ສະຕິສັມປະຊັນຍະ). ພິກຂຸ ທ. ! ມີ ສະມາທິພາວະນາ ອັນບຸຄຄົນ
ຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປ ເພື່ອຄວາມດັບສິ້ນແຫ່ງອາສະວະ (ອາສະວັກຂະຢະ).
ພິກຂຸ ທ. ! ສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມຢູ່ເປັນສຸຂໃນທິຕຖະທັມ ; ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະຫງັດແລ້ວຈາກກາມທັງຫຼາຍ ສະຫງັດແລ້ວຈາກທັມທີ່ເປັນອະກຸສົລທັງຫຼາຍ ເຂົ້າເຖິງ ປະຖົມມະຊານ ປະກອບດ້ວຍວິຕົກວິຈາຣ ມີປີຕິ ແລະ ສຸຂອັນເກີດຈາກວິເວກແລ້ວແລຢູ່ ; ເພາະຄວາມທີ່ວິຕົກວິຈາຣທັງສອງລະງັບລົງ ເຂົ້າເຖິງ ທຸຕິຢະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາາຣ ມີແຕ່ປີຕິ ແລະ ສຸຂ ອັນເກີດຈາກສະມາທິແລ້ວແລຢູ່ ; ອີກຢ່າງໜຶ່ງ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ່ຢູ່ອຸເປກຂາ ມີສະຕິ ແລະ ສັມປະຊັນຍະ ແລະ ຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນລະເສີນຜູ່ນັ້ນວ່າ “ເປັນຜູ່ຢູ່ອຸເປກຂາ ມີສະຕິຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຢະຊານ ແລ້ວແລຢູ່ ; ເພາະລະສຸຂເສຍໄດ້ ແລະ ເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະ ໂທມະນັສສະທັງສອງ ໃນກາລກ່ອນ ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ນີ້ຄືສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມຢູ່ເປັນສຸຂໃນທິຕຖະທັມ.
ພິກຂຸ ທ. ! ສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການໄດ້ສະເພາະຊຶ່ງຍານທັສສະນະ ; ນັ້ນເປັນແນວໃດໜໍ ? ພິກຂຸ ທ. !
໑໒໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸໃນກໍລະນີນີ້ ເຮັດໄວ້ໃນໃຈຊຶ່ງອະໂລກະສັນຍາ ອະທິຖານທິວາສັນຍາ ວ່າກາງເວັນເຊັ່ນໃດ ກາງຄືນເຊັ່ນນັ້ນ, ກາງຄືນເຊັ່ນໃດ ກາງເວັນກໍເຊັ່ນນັ້ນ, ເຂົາມີຈິຕອັນເປີດແລ້ວດ້ວຍອາການແນວນີ້ ບໍ່ມີອັນໃດຫໍ່ຫຸ້ມ ເຮັດຈິຕທີ່ມີແສງສະຫວ່າງທົ່ວພ້ອມໃຫ້ຈະເຣີນຢູ່. ພິກຂຸ ທ. ! ນີ້ຄືສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອການໄດ້ສະເພາະຊຶ່ງຍານທັສສະນະ.
ພິກຂຸ ທ. ! ສະມາທິພາວະນາ ອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ ; ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ເວທະນາເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ຈະແຈ້ງແກ່ພິກຂຸ ; ສັນຍາ ເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ຈະແຈ້ງແກ່ພິກຂຸ ; ວິຕົກ ເກີດຂຶ້ນ (ຫຼື) ຕັ້ງຢູ່ (ຫຼື) ດັບໄປ ກໍເປັນທີ່ຈະແຈ້ງແກ່ພິກຂຸ. ພິກຂຸ ທ. ! ນີ້ຄື ສະມາທິພາວະນາອັນຈະເຣີນຝຶກໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ.








