ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ແລະ ທຸກຂ໌ ແປດຢ່າງນີ້ ເປັນສິ່ງທີ່ບໍ່ທ່ຽງໃນໝູ່ມະນຸສ ບໍ່ຢັ້ງຢືນ
ມີຄວາມແປປ່ຽນເປັນທັມມະດາ.
ຜູ່ມີປັນຍາ ມີສະຕິ ຮູ້ຄວາມຂໍ້ນີ້ແລ້ວ ຍ່ອມເພັ່ງຢູ່ໃນຄວາມ
ແປປ່ຽນເປັນທັມມະດາຂອງໂລກະທັມນັ້ນ.
- ອັຕຖກ. ອັງ. ໒໓/໑໕໙/໙໖.
໑໒໔໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ໝວດ ຈ. ວ່າດ້ວຍ ອານິສົງສ໌ຂອງສັມມາສະຕິ
ອານິສົງສ໌ຕາມປົກກະຕິ ແຫ່ງອານາປານະສະຕິ
ກ. ອານິສົງສ໌ຢ່າງສັງເຂບທີ່ສຸດ ໒ ປະການ
(ເມື່ອໄດ້ຕຣັດການຝຶກອານາປານະສະຕິຕາມລະດັບຄົບ ໑໖ ຂັ້ນ ດັ່ງທີ່ກ່າວໄວ້ໃນໜ້າທີ່ ໑໑໘໑ ເຖິງ ໑໑໘໔ ແຖວທີແປດໃນໜັງສືນີ້ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ມີຜົລຫຼາຍ” ດັ່ງນີ້ແລ້ວ ໄດ້ຕຣັດອານິສົງສ໌ແຫ່ງອານາປານະສະຕິວ່າ :).
ພິກຂຸ ທ. ! ເມື່ອອານາປານະສະຕິ ເມື່ອບຸຄຄົນຈະເຣີນເຮັດໃຫ້ຫຼາຍແລ້ວຢູ່ແນວນີ້ ຜົລອານິສົງສ໌ເຍື່ອງໃດເຍື່ອງໜຶ່ງໃນບັນດາຜົລ ໒ ປະການ ເປັນສິ່ງທີ່ຫວັງໄດ້ຄື : ອະຣະຫັນຕະຜົລໃນທິຕຖະທັມ ແລ ຫຼື ວ່າຖ້າຍັງມີອຸປະທິເຫຼືອຢູ່ ກໍຈັກເປັນ ອະນາຄາມີ.
- ມຫາວາຣ. ສັງ. ໔໙/໓໙໖-໓໙໗/໑໓໑໑-໑໓໑໓.
ຂ. ອານິສົງສ໌ຕາມປົກກະຕິ ໗ ປະການ
(ເມື່ອໄດ້ຕຣັດການຝຶກອານາປານະສະຕິ ຕາມລະດັບຄົບ ໑໖ ຂັ້ນຕອນ ດັ່ງທີ່ກ່າວໄວ້ໃນໜ້າທີ ໑໑໘໑-໔ ໃນໜັງສືນີ້ ຫົວຂໍ້ວ່າ “ແບບການຈະເຣີນອານາປານະສະຕິທີ່ຜົລຫຼາຍ” ດັ່ງນີ້ແລ້ວ ໄດ້ຕຣັດອານິສົງສ໌ແຫ່ງອານາປານະສະຕິນີ້ວ່າ :).
ພິກຂຸ ທ. ! ເມື່ອອານາປານະສະຕິ ເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວຢູ່ເຊັ່ນນີ້ ຜົລອານິສົງສ໌ ໗ ປະການ ຍ່ອມເປັນສິ່ງທີ່ຫວັງໄດ້. ຜົລອານິສົງສ໌ ໗ ປະການ ເປັນແນວໃດໜໍ ? ຜົລອານິສົງສ໌ ໗ ປະການຄື :
໑. ການບັນລຸ ອະຣະຫັນຕະຜົລທັນທີ ໃນທິຕຖະທັມນີ້.
໒. ຖ້າບໍ່ດັ່ງນັ້ນ ຍ່ອມບັນລຸ ອະຣະຫັນຕະຜົລ ໃນກາລແຫ່ງມໍຣະນະ.
໓. ຖ້າບໍ່ດັ່ງນັ້ນ ເພາະດັບສິ້ນໂອຣັມພາຄິຍະສັນໂຍຊນ໌ ໕ ຍ່ອມເປັນ ອັນຕະຣາປະຣິນິບພາຢີ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໔໙
໔. ຖ້າບໍ່ເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຍະສັນໂຍຊນ໌ ໕ ຍ່ອມເປັນ ອຸປະ
ຫັຈຈະປະຣິນິບພາຢີ.
໕. ຖ້າບໍ່ເປັນເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຍະສັນໂຍຊນ໌ ໕ ຍ່ອມເປັນ
ອະສັງຂາຣະປະຣິນິບພາຢີ.
໖. ຖ້າບໍ່ເປັນເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຍະສັນໂຍຊນ໌ ໕ ຍ່ອມເປັນ
ສະສັງຂາຣະປະຣິນິບພາຢີ.
໗. ຖ້າບໍ່ເປັນເຊັ່ນນັ້ນ ເພາະດັບສິ້ນໂອຣັມພາຄິຍະສັນໂຍຊນ໌ ໕ ຍ່ອມເປັນ
ອຸດທັງໂສໂຕອະກະນິຕຖະຄາມີ.
ພິກຂຸ ທ. ! ອານາປານະສະຕິ ເມື່ອບຸຄຄົນຈະເຣີນ ຝຶກໃຫ້ຫຼາຍແລ້ວດັ່ງນີ້ແລ ຜົລອານິສົງສ໌ ໗ ປະການເຫຼົ່ານີ້ ຍ່ອມຫວັງໄດ້ ດັ່ງນີ້.
- ມຫາວາຣ. ສັງ. ໑໙/໓໙໗/໑໓໑໔-໑໓໑໖.
ຄ. ຝຶກສະຕິປັຕຖານສີ່-ໂພຊຊົງຄ໌ເຈັດ-ວິຊຊາ ແລະວິມຸຕຕິ ໃຫ້ບໍລິບູນ
ພິກຂຸ ທ. ! ທັມອັນເອກນັ້ນມີຢູ່ ຊຶ່ງເມື່ອບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດໃຫ້ທັມທັງ ໔ ໃຫ້ບໍລິບູນ ; ເມື່ອທັມທັງ ໔ ນັ້ນ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດໃຫ້ທັມທັງ ໗ ໃຫ້ບໍລິບູນ ; ເມື່ອທັມທັງ ໗ ນັ້ນອັນບຸຄຄົນ
ຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດໃຫ້ທັມທັງ ໒ ໃຫ້ບໍລິບູນໄດ້.
ພິກຂຸ ທ. ! ອານາປານະສະຕິ ສະມາທິນີ້ແລ ເປັນທັມອັນເອກ ຊຶ່ງເມື່ອບຸຄຄົນ
ຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດສະຕິປັຕຖານທັງ ໔ ໃຫ້ບໍລິບູນ ; ສະຕິ
ປັຕຖານ ໔ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດໃຫ້ໂພຊຊົງຄ໌ທັງ ໗ ໃຫ້ບໍລິບູນ ; ໂພຊຊົງຄ໌ທັງ ໗ ອັນບຸຄຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ ຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິໃຫ້ບໍລິບູນໄດ້. (ເນື້ອໃນເລື່ອງຕໍ່ໄປນີ້ເບິ່ງລາຍລະອຽດຢູ່ໜ້າ ໑໑໙໘ ເຖິງໜ້າ ໑໒໐໘ ໃນໜັງສືເຫຼັ້ມນີ້ ຫົວຂໍ້ວ່າ “ສະຕິປັຕຖານສີ່ບໍລິບູນ ເມື່ອອານາປານະສະຕິບໍລິບູນ”,
໑໒໕໐ ອະຣິຍະສັຈຈ໌ຈາກພຣະໂອຖະ
“ສະຕິປັຕຖານສີ່ບໍລິບູນ ຍ່ອມເຮັດໃຫ້ໂພຊຊົງຄ໌ບໍລິບູນ”. “ໂພຊຊົງຄ໌ບໍລິບູນ ຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິບໍລິບູນ”).
- ມຫາວາຣ. ສັງ. ໑໙/໔໒໔/໑໔໐໒-໑໔໐໓.
ງ. ອານິສົງສ໌ຕາມທີ່ເຄີຍປາກົດແກ່ພຣະອົງຄ໌ເອງ








