ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ປຽບດັ່ງ ລົດທຽມດ້ວຍມ້າອາຊາໄນທີ່ຝຶກດີແລ້ວ ຮັດເຄື່ອງຜູກຄົບຖ້ວນແລ້ວ ເປັນລົດທີ່ຈອດຢູ່ທີ່ຫົນທາງສີ່ແຍກ ມີພູມພາກອັນດີ ສາຣະຖີຜູ່ຊ່ຽວຊານໃນການຝຶກມ້າ ເປັນຊັ້ນອາຈາຣຍ໌ ຂະຫຍັນຂັນແຂງຂຶ້ນສູ່ລົດນັ້ນແລ້ວ ຈັບເຊືອກດ້ວຍມືຊ້າຍ ຈັບແສ້ດ້ວຍມືຂວາ ພຽງແຕ່ຍົກແສ້ຂຶ້ນເປັນສັນຍານ ກໍສາມາດໃຫ້ມ້າພາລົດໄປທາງໜ້າ ຫຼື ໃຫ້ຖອຍຫຼັງກັບໄປທາງຫຼັງໄດ້ ຕາມທີ່ຕົນປາຖນາ, ນີ້ເຊັ່ນໃດ, ພິກຂຸ ທ. ! ອະນຸສາສະນີ ເປັນສິ່ງທີ່ເຮົາບໍ່ຕ້ອງເຮັດ ໃນພິກຂຸເຫຼົ່ານັ້ນອີກແລ້ວ ເພາະວ່າກິຈຈ໌ທີ່ຕ້ອງເຮັດດ້ວຍການເກີດຂຶ້ນແຫ່ງສະຕິ ໄດ້ມີຢູ່ແລ້ວໃນພິກຂຸເຫຼົ່ານັ້ນ ເຊັ່ນນັ້ນເໝືອນກັນ. ພິກຂຸ ທ. ! ເພາະເຫຕນັ້ນໃນກໍລະນີນີ້ ເຈົ້າທັງຫຼາຍຈົ່ງລະອະກຸສົລເສຍ ຈົ່ງຕັ້ງຄວາມພຽນຢ່າງທົ່ວເຖິງ ໃນກຸສົລທັມທັງຫຼາຍເຖີ້ນ : ດ້ວຍການເຮັດດັ່ງນີ້ ເຈົ້າທັງຫຼາຍຈັກເຖິງຊຶ່ງຄວາມຈະເຣີນ ງອກງາມ ໄພບູນ ໃນທັມວິນັຍນີ້.
- ມູ. ມ. ໑໒/໒໕໑/໒໖໕.
ສະຕິໃນການປະເຊີນໂລກະທັມຂອງອະຣິຍະສາວົກ
ພິກຂຸ ທ. ! ລາບເກີດຂຶ້ນແກ່ປຸຖຸຊົນຜູ່ບໍ່ມີການສະດັບ ເຂົາບໍ່ພິຈາຣະນາເຫັນໂດຍແຈ່ມແຈ້ງ ຈຶ່ງບໍ່ຮູ້ແຈ້ງຕາມຄວາມເປັນຈິງວ່າ “ລາບນີ້ເກີດຂຶ້ນແລ້ວແກ່ເຮົາ ແຕ່ມັນບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້. (ໃນກໍລະນີແຫ່ງຄວາມເສື່ອມລາບ ຍົສ ຄວາມເສື່ອມຍົສ ນິນທາ ສັນລະເສີນ ສຸຂ ແລະ ທຸກຂ໌ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).
໑໒໔໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ລາບ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ; ຄວາມເສື່ອມລາບ ກໍຄອບງໍາຈິຕຂອງເຂົາ
ຕັ້ງຢູ່ ;
ຍົສ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ; ຄວາມເສື່ອມຍົສ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ;
ນິນທາ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ; ສັນລະເສີນ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ;
ສຸຂ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່ ; ທຸກຂ໌ ກໍຄອບງໍາຈິຕຂອງເຂົາຕັ້ງຢູ່.
ປຸຖຸຊົນນັ້ນຍ່ອມຍິນດີໃນ ລາບ ຍ່ອມຍິນຮ້າຍໃນ ຄວາມເສື່ອມລາບ ອັນເກີດຂຶ້ນແລ້ວ ;
ຍ່ອມຍິນດີໃນ ຍົສ ຍ່ອມຍິນຮ້າຍໃນ ຄວາມເສື່ອມຍົສ ອັນເກີດຂຶ້ນແລ້ວ ;
ຍ່ອມຍິນດີໃນ ສັນລະເສີນ ຍ່ອມຍິນຮ້າຍໃນ ນິນທາ ອັນເກີດຂຶ້ນແລ້ວ ;
ຍ່ອມຍິນດີໃນ ສຸຂ ຍ່ອມຍິນຮ້າຍໃນ ທຸກຂ໌ ອັນເກີດຂຶ້ນແລ້ວ.
ເຂົາເຖິງພ້ອມດ້ວຍຄວາມຍິນດີຍິນຮ້າຍຢູ່ດັ່ງນີ້ ຍ່ອມບໍ່ພົ້ນຈາກຊາຕ ຊະຣາ
ມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ “ເຂົາບໍ່ຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ລາບເກີດຂຶ້ນແກ່ອະຣິຍະສາວົກ ຜູ່ມີການສະດັບ ເຂົາພິຈາຣະນາເຫັນໂດຍແຈ່ມແຈ້ງ ຈຶ່ງຮູ້ແຈ້ງຕາມເປັນຈິງວ່າ “ລາບນີ້ເກີດຂຶ້ນແລ້ວແກ່ເຮົາ ແຕ່ມັນບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ” ດັ່ງນີ້. (ກໍລະນີແຫ່ງຄວາມເສື່ອມລາບ ຍົສ ຄວາມເສື່ອມຍົສ ນິນທາ ສັນລະເສີນ ສຸຂ ແລະ ທຸກຂ໌ ກໍມີຂໍ້ຄວາມທີ່ຕຣັດໄວ້ແບບດຽວກັນ).
ລາບກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ; ຄວາມເສື່ອມລາບ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ;
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໔໗
ຍົສ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ; ຄວາມເສື່ອມຍົສ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ;
ສັນລະເສີນ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ; ນິນທາ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ;
ສຸຂ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່ ; ທຸກຂ໌ ກໍບໍ່ຄອບງໍາຈິຕຂອງເຂົາຕັ້ງຢູ່.
ອະຣິຍະສາວົກນັ້ນ ຍ່ອມບໍ່ຍິນດີໃນລາບ ຍ່ອມບໍ່ຍິນຮ້າຍໃນ ຄວາມເສື່ອມລາບ ອັນເກີດຂຶ້ນແລ້ວ ;
ຍ່ອມບໍ່ຍິນດີໃນ ຍົສ ຍ່ອມບໍ່ຍິນຮ້າຍໃນ ຄວາມເສື່ອມຍົສ ອັນເກີດຂຶ້ນແລ້ວ ;
ຍ່ອມບໍ່ຍິນດີໃນ ສັນລະເສີນ ຍ່ອມບໍ່ຍິນຮ້າຍໃນ ນິນທາ ອັນເກີດຂຶ້ນແລ້ວ ;
ຍ່ອມບໍ່ຍິນດີໃນ ສຸຂ ຍ່ອມບໍ່ຍິນຮ້າຍໃນ ທຸກຂ໌ ອັນເກີດຂຶ້ນແລ້ວ.
ເຂົາມີຄວາມຍິນດີ ແລະ ຍິນຮ້າຍອັນລະໄດ້ແລ້ວ ຢູ່ດັ່ງນີ້ ຍ່ອມຫຼຸດພົ້ນຈາກຊາຕ ຊະຣາ ມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັສສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ “ເຂົາຫຼຸດພົ້ນຈາກທຸກຂ໌” ດັ່ງນີ້.
(ຄາຖາຜະນວກທ້າຍພຣະສູຕ)
ມີລາບ ເສື່ອມລາບ ມີຍົສ ເສື່ອມຍົສ ນິນທາ ສັນລະເສີນ ສຸຂ








