ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຈະຍ່ອມມີຝ່າຍກົງກັນຂ້າມຕິຕຽນເຮົາ ຕິຕຽນທັມ ຕິຕຽນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ຖ້າເຈົ້າທັງຫຼາຍຈັກສູນຄຽດ ບໍ່ພໍໃຈ ໃນຊົນເຫຼົ່ານັ້ນແລ້ວ ອັນຕະລາຍຈະມີແກ່ເຈົ້າ ເພາະເຫຕນັ້ນ.

ພິກຂຸ ທ. ! ຈະຍ່ອມມີຝ່າຍກົງກັນຂ້າມຕິຕຽນເຮົາ ຕິຕຽນທັມ ຕິຕຽນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ຖ້າເຈົ້າທັງຫຼາຍຈັກສູນຄຽດ ບໍ່ພໍໃຈໃນຊົນເຫຼົ່ານັ້ນແລ້ວ ເຈົ້າຈັກຮູ້ໄດ້ບໍ່ວ່າ ຄໍາກ່າວຂອງເຂົານັ້ນເປັນສຸພາສິຕ ຫຼື ທຸບພາສິຕ ? “ບໍ່ມີທາງທີ່ຈັກຮູ້ໄດ້ເລີຍ ຂ້ານ້ອຍ !”.

ພິກຂຸ ທ. ! ຈະຍ່ອມມີຝ່າຍກົງກັນຂ້າມກ່າວຕິຕຽນເຮົາ ຕິຕຽນທັມ ຕິຕຽນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ເຈົ້າຈົ່ງຖະແຫຼງໃຫ້ເຫັນເລື່ອງບໍ່ຈິງ ໂດຍຄວາມເປັນເລື່ອງບໍ່ຈິງ ວ່າ “ນີ້ບໍ່ຈິງເພາະເຫຕນີ້ໆ ນີ້ບໍ່ແມ່ນເຊັ່ນນັ້ນເພາະເຫຕນີ້ໆ ສິ່ງແນວນີ້ບໍ່ມີໃນພວກເຮົາ ສິ່ງຊະນິດນັ້ນຫາບໍ່ເຫັນໃນພວກເຮົາ” ດັ່ງນີ້.

ຂ. ຝ່າຍຖືກຍ້ອງ

ພິກຂຸ ທ. ! ຫຼືວ່າ ຈະມີຝ່າຍກົງກັນຂ້າມກ່າວສັນລະເສີນເຮົາ ສັນລະເສີນທັມ ສັນລະເສີນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ເຈົ້າທັງຫຼາຍ ບໍ່ຄວນປ່ອຍຄວາມເພີດເພີນ

ຍິນດີ ບໍ່ຄວນປ່ອຍຄວາມຕື່ນເຕັ້ນແຫ່ງໃຈ ໃນຄໍາກ່າວສັນລະເສີນນັ້ນ.

ພິກຂຸ ທ. ! ຈະມີຝ່າຍກົງກັນຂ້າມກ່າວສັນລະເສີນເຮົາ ສັນລະເສີນທັມ ສັນລະເສີນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ຖ້າເຈົ້າທັງຫຼາຍປ່ອຍຄວາມເພີດເພີນ ຍິນດີ ມີຄວາມຕື່ນເຕັ້ນແຫ່ງໃຈແລ້ວນັ້ນ ອັນຕະລາຍຈະມີແກ່ເຈົ້າເພາະເຫຕນັ້ນ.

໑໒໔໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຈະມີຝ່າຍກົງກັນຂ້າມກ່າວສັນລະເສີນເຮົາ ສັນລະເສີນທັມ ສັນລະເສີນສົງຄ໌, ໃນກໍລະນີ້ເຊັ່ນນັ້ນ ເຈົ້າຈົ່ງເຮັດໃຫ້ເຂົາຮູ້ເລື່ອງຈິງ ໂດຍຄວາມເປັນເລື່ອງຈິງວ່າ “ນີ້ຈິງເພາະເຫຕນີ້ໆ ນີ້ເປັນເຊັ່ນນັ້ນເພາະເຫຕນີ້ໆ ສິ່ງແນວນີ້ມີຢູ່ໃນພວກເຮົາ ສິ່ງຊະນິດນັ້ນຫາໄດ້ໃນພວກເຮົາ” ດັ່ງນີ້.

- ສິ. ທີ. ໙/໓/໑.

ຄວາມມີສະຕິເມື່ອຖືກທໍາຮ້າຍ

ຜັຄຄຸນະ ! ຖ້າມີຜູ່ໃດກ່າວຕິຕຽນເຈົ້າຕໍ່ໜ້າ ; ຜັຄຄຸນະ ! ໃນກໍລະນີ້ເຊັ່ນນັ້ນ ເຈົ້າຈົ່ງລະສັນທະແລະວິຕົກ ຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ. ຜັຄຄຸນະ ! ໃນກໍລະນີ້ເຊັ່ນນັ້ນ ເຈົ້າຈົ່ງຕັ້ງຄວາມສໍານຶກເຊັ່ນນີ້ວ່າ “ຈິຕຂອງເຮົາຈະບໍ່ປັ່ນປ່ວນ ເຮົາຈະບໍ່ເປັ່ງວາຈາຊົ່ວຮ້າຍ ແລະ ເຮົາຈະຍັງຄົງເປັນຜູ່ມີຄວາມເອັນດູ ເກື້ອກູນ ມີເມຕຕາຈິຕ ບໍ່ມີໂທດຢູ່ໃນພາຍໃນ” ດັ່ງນີ້. ຜັຄຄຸນະ ! ເຈົ້າຈົ່ງເຮັດການສໍານຶກດັ່ງນີ້.

ຜັຄຄຸນະ ! ຖ້າມີຜູ່ໃດປະຫານເຈົ້າດ້ວຍຝ່າມື ດ້ວຍກ້ອນຫິນ ດ້ວຍທ່ອນໄມ້ ຫຼື ດ້ວຍສັສຕຣາ ; ຜັຄຄຸນະ ! ໃນກໍລະນີແມ່ນເຊັ່ນນັ້ນ ເຈົ້າຈົ່ງລະສັນທະ ແລະ ວິຕົກ ຊະນິດທີ່ເປັນວິໄສແຫ່ງຊາວບ້ານເສຍ. ຜັຄຄຸນະ ! ໃນກໍລະນີ້ເຊັ່ນນັ້ນ ເຈົ້າຈົ່ງຕັ້ງຄວາມສໍານຶກເຊັ່ນນີ້ວ່າ “ຈິຕຂອງເຮົາຈະບໍ່ປັ່ນປ່ວນ ເຮົາຈະບໍ່ເປັ່ງວາຈາຊົ່ວຮ້າຍ ແລະເຮົາຈະຍັງຄົງເປັນຜູ່ມີຄວາມເອັນດູ ເກື້ອກູນ ມີເມຕຕາຈິຕ ບໍ່ມີໂທດຢູ່ໃນພາຍໃນ” ດັ່ງນີ້. ຜັຄຄຸນະ ! ເຈົ້າຈົ່ງເຮັດການສໍານຶກດັ່ງນີ້ແລ.

- ມູ. ມ. ໑໒/໒໕໐/໒໖໔.

(ສັນທະ ແລະ ວິຕົກທີ່ເປັນວິໄສແຫ່ງຊາວບ້ານ ເມື່ອຖືກທໍາຮ້າຍນັ້ນ ຄືພໍໃຈທີ່ຈະແກ້ແຄ້ນ ຄິດທີ່ຈະແກ້ແຄ້ນ ; ສ່ວນທີ່ເປັນວິໄສແຫ່ງບັນພະຊິຕນັ້ນ ກັບເຮັດຢ່າງທີ່ຕຣັດໄວ້ໃນພຣະບາລີນີ້ ຊຶ່ງຈັດວ່າເປັນຄວາມມີສະຕິດ້ວຍເຊັ່ນກັນ).

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໔໕

ຊົງຂໍໃຫ້ມີສະຕິໄວເໝືອນມ້າອາຊາໄນ

ພິກຂຸ ທ. ! ອະນຸສາສະນີ ເປັນສິ່ງທີ່ເຮົາບໍ່ຕ້ອງເຮັດ ໃນພິກຂຸເຫຼົ່ານັ້ນອີກແລ້ວ ເພາະວ່າ ກິຈຈ໌ທີ່ຕ້ອງເຮັດດ້ວຍການເກີດຂຶ້ນແຫ່ງສະຕິ ໄດ້ມີຢູ່ແລ້ວໃນພິກຂຸເຫຼົ່ານັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ