ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໒. ສະບັບສູຕມົນ ຍົກເອົາກະດູກແຂນໄປໄວ້ໜ້າກະດູກບ່າ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໒໑໗
(໗) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນທ່ອນກະດູກທັງຫຼາຍມີສີຂາວປຽບດ້ວຍສີສັງ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໘) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນທ່ອນກະດູກທັງຫຼາຍເປັນກອງໆ ລຽງລາຍຢູ່ດົນເກີນກວ່າປີໜຶ່ງ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໙) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນທ່ອນກະດູກທັງຫຼາຍເປື່ອຍເປັນຜົງລະອຽດ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ ແດ່, ໃນກາຍອັນເປັນພາຍນອກຢູ່ ແດ່,
໑໒໑໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ໃນກາຍທັງພາຍໃນແລະພາຍນອກຢູ່ແດ່ ; ແລະເປັນຜູ່ມີປົກກະຕິພິຈາຣະນາເຫັນທັມອັນເປັນເຫຕເກີດຂຶ້ນ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ເຫັນທັມເປັນເຫຕເສື່ອມໄປ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ເຫັນທັງທັມເປັນເຫຕເກີດຂຶ້ນແລະເສື່ອມໄປ (ແຫ່ງກາຍ) ໃນກາຍ (ນີ້) ຢູ່ແດ່, ກໍແຫຼະສະຕິ (ຄືຄວາມລະນຶກ) ວ່າ “ກາຍມີຢູ່” ດັ່ງນີ້ ຂອງເຂົານັ້ນ ເປັນສະຕິທີ່ເຂົາດໍາຣົງໄວ້ພຽງເພື່ອຄວາມຮູ້ ພຽງເພື່ອອາໄສລະນຶກ, ທີ່ແທ້ເຂົາເປັນຜູ່ທີ່ຕັນຫາ ແລະທິຕຖິອາໄສບໍ່ໄດ້ ແລະເຂົາບໍ່ຢຶດໝັ້ນອັນໃດໆ ໃນໂລກ. ພິກຂຸ ທ. ! ພິກຂຸຊື່ວ່າເປັນຜູ່ມີປົກກະຕິພິຈາຣະນາ ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້.
- ໄນຍະແຫ່ງອານາປານະສະຕິສູຕ : ໑໔/໑໙໙/໒໘໙.
- ໄນຍະແຫ່ງມະຫາສະຕິປັຕຖານສູຕ : ໑໐/໓໒໕-໓໓໒/໒໗໔-໒໘໗.
ການຝຶກສະຕິໃນຮູບແຫ່ງເວທະນານຸປັສສະນາ
໑. ຕາມໄນຍະແຫ່ງອານາປານະສະຕິສູຕ








