ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
(໓) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນຮ່າງກະດູກມີຊີ້ນ ແລະເລືອດ ຍັງມີເອັນເປັນເຄື່ອງຈ່ອງຮັດ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້
ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈ ເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໔) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມຊົບ ເປັນຮ່າງກະດູກປາສະຈາກມີຊີ້ນ ແຕ່ມີນໍ້າເລືອດເປື້ອນຢູ່ ມີເອັນເປັນເຄື່ອງຈ່ອງຮັດ ເຊັ່ນໃດ, ເຂົາຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໕) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນຮ່າງກະດູກປາສະຈາກຊີ້ນ ແລະເລືອດ ແຕ່ຍັງມີເອັນເປັນເຄື່ອງຈ່ອງຮັດ ເຊັ່ນໃດ, ເຂົາກໍຍ່ອມນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້.
໑໒໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ
ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
(໖) ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸຍ່ອມ ເຫັນຊາກສົບ ທີ່ເຂົາຖິ້ມໄວ້ໃນປ່າຊ້າບ່ອນທີ່ຖິ້ມສົບ ເປັນຮ່າງກະດູກບໍ່ມີເອັນເປັນເຄື່ອງຈ່ອງຮັດ ກະແຈກກະຈາຍໄປທິສຕ່າງໆ ກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງໜຶ່ງ ກະດູກຫຼັງໄປທາງໜຶ່ງ໑ ກະດູກຂໍ້ສັນຫຼັງໄປທາງໜຶ່ງ໑ ກະດູກຂ້າງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກໄຫຼ່ໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ໒ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ກະດູກແຂ້ວໄປທາງໜຶ່ງ ກະໂຫຼກຫົວໄປທາງໜຶ່ງ ເຊັ່ນໃດ, ເຂົາຍ່ອມ ນ້ອມເຂົ້າໄປປຽບໃສ່ກັບກາຍນີ້ ເຊັ່ນນັ້ນວ່າ “ແມ່ນວ່າກາຍນີ້ແລ ກໍມີທັມມະດາເປັນເຊັ່ນນີ້ ມີພາວະເປັນເຊັ່ນນີ້ ບໍ່ຫວິດພົ້ນຄວາມເປັນເຊັ່ນນີ້ໄປໄດ້” ດັ່ງນີ້. ດ້ວຍອາການດັ່ງນີ້ແລ ທີ່ພິກຂຸເປັນຜູ່ ມີປົກກະຕິພິຈາຣະນາເຫັນກາຍ ໃນກາຍ ອັນເປັນພາຍໃນຢູ່ແດ່, ໃນກາຍເອັນເປັນພາຍນອກຢູ່ແດ່, ... ອື່ນໆ ... (ຄໍາທີ່ປະໄວ້ຕໍ່ໄປນີ້ ຄືຕອນທ້າຍຂອງໝວດ ກ. ອັນວ່າດ້ວຍລົມຫາຍໃຈເຂົ້າ-ອອກ ຕັ້ງແຕ່ຄໍາວ່າ “ໃນກາຍອັນເປັນພາຍນອກ (ຄືຂອງຜູ່ອື່ນ) ຢູ່ແດ່,” ໄປຈົນເຖິງຄໍາວ່າ “ເຫັນກາຍໃນກາຍຢູ່ ແມ່ນວ່າດ້ວຍອາການເຊັ່ນນີ້”).
໑. ນີ້ເປັນການແຍກ ຄົງໄວ້ຕາມສະບັບພຣະໄຕຣປີດົກ, ສ່ວນສູຕມົນສະບັບຫຼວງ ແລະ ສະບັບຫຼັກສູຕ
ນັກທັມເອກ ລວມເປັນສັບດຽວກັນ ແປວ່າກະດູກສັນຫຼັງເລີຍ.








