ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ກາມະຄຸນ ໕ ຢ່າງເຫຼົ່ານີ້ມີຢູ່, ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື : ຮູບ ທ. ອັນຈະຍ່ອມຮູ້ແຈ້ງດ້ວຍຈັກຂຸ ... ສຽງ ທ. ອັນຈະຍ່ອມຮູ້ແຈ້ງດ້ວຍໂສຕະ ... ກິ່ນ ທ. ອັນຈະຍ່ອມຮູ້ແຈ້ງດ້ວຍຄານະ ... ຣົສ ທ. ອັນຈະຍ່ອມຮູ້ແຈ້ງດ້ວຍຊິວຫາ ... ໂຜຕຖັບພະ ທ. ອັນຈະຍ່ອມຮູ້ແຈ້ງດ້ວຍກາຢະ ອັນເປັນສິ່ງທີ່ປາຖນາ ໜ້າຮັກໄຄ່ ໜ້າພໍໃຈ ມີລັກສະນະໜ້າຮັກ ເປັນບ່ອນເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໄຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດ ; ເຫຼົ່ານີ້ແລຄື ກາມະຄຸນ ໕ ຢ່າງ ; ຊຶ່ງໃນກາມະຄຸນເຫຼົ່ານັ້ນ ພິກຂຸຕ້ອງພິຈາຣະນາຈິຕຂອງຕົນຢູ່ເນື່ອງໆວ່າ “ມີຢູ່ແກ່ເຮົາຫຼືບໍ່ໜໍ ທີ່ຄວາມກໍາເລີບແຫ່ງຈິຕເກີດຂຶ້ນໃນກາມະຄຸນທັງຫ້າເຫຼົ່ານີ້ ຫຼືວ່າໃນອາຍະຕະນະເຍື່ອງໃດເຍື່ອງໜຶ່ງ” ດັ່ງນີ້. ອານົນທ໌ ! ຖ້າພິກຂຸເມື່ອພິຈາຣະນາຢູ່ ຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ ມີຢູ່ແກ່ເຮົາແລ ທີ່ຄວາມກໍາເລີບແຫ່ງຈິຕເກີດຂຶ້ນ ໃນກາມະຄຸນທັງຫ້າເຫຼົ່ານີ້ ຫຼືວ່າໃນອາຍະຕະນະທັງຫ້າເຍື່ອງໃດເຍື່ອງໜຶ່ງ” ດັ່ງນີ້ ; ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ສັນທະຣາຄະໃນກາມະຄຸນທັງຫ້າເຫຼົ່ານີ້ ເຮົາຍັງລະບໍ່ໄດ້” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງສັນທະຣາຄະໃນກາມະຄຸນທີ່ຕົນຍັງລະມັນບໍ່ໄດ້ນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບເຈັດ).

ອານົນທ໌ ! ແຕ່ຖ້າວ່າພິກຂຸເມື່ອພິຈາຣະນາຢູ່ ຍ່ອມ ຮູ້ແຈ້ງເຊັ່ນນີ້ວ່າ “ບໍ່ມີຢູ່ແກ່ເຮົາເລີຍ ທີ່ຄວາມກໍາເລີບແຫ່ງຈິຕເກີດຂຶ້ນໃນກາມະຄຸນທັງຫ້າ ຫຼືວ່າໃນອາຍະຕະນະເຍື່ອງໃດເຍື່ອງໜຶ່ງ” ດັ່ງນີ້ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໙໗

ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ສັນທະຣາຄະໃນ

ກາມະຄຸນທັງຫ້າເຫຼົ່ານີ້ເຮົາລະໄດ້ແລ້ວ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງສັນທະຣາຄະໃນກາມະຄຸນທີ່ຕົນລະໄດ້ແລ້ວນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບແປດ).

ອານົນທ໌ ! ອຸປາທານຂັນທ໌ ໕ ເຫຼົ່ານີ້ແລມີຢູ່ ; ຊຶ່ງໃນອຸປາທານຂັນທ໌ຫ້າເຫຼົ່ານັ້ນ ພິກຂຸຕ້ອງເປັນຜູ່ມີປົກກະຕິຕາມເຫັນ ຊຶ່ງຄວາມຕັ້ງຂຶ້ນແລະຄວາມເສື່ອມໄປ ຢູ່ດັ່ງນີ້ວ່າ “ຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ເປັນເຊັ່ນນີ້, ຄວາມເກີດຂຶ້ນແຫ່ງຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ເປັນເຊັ່ນນີ້, ຄວາມດັບແຫ່ງ ຮູບ ... ເວທະນາ ... ສັນຍາ ... ສັງຂາຣ ... ວິນຍານ ເປັນເຊັ່ນນີ້, ດັ່ງນີ້. ເມື່ອພິກຂຸນັ້ນມີປົກກະຕິເຫັນ ຊຶ່ງຄວາມຕັ້ງຂຶ້ນ ແລະຄວາມເສື່ອມໄປ ໃນອຸປາທານຂັນທ໌ທັງຫ້າເຫຼົ່ານີ້ຢູ່, ອັສສະມິມານະ ໃນອຸປາທານຂັນທ໌ທັງຫ້າ ອັນເຂົາຍ່ອມລະໄດ້. ອານົນທ໌ ! ເມື່ອເປັນເຊັ່ນນີ້ ພິກຂຸນັ້ນຍ່ອມ ຮູ້ແຈ້ງດັ່ງນີ້ວ່າ “ ອັສສະມິມານະຂອງເຮົາ ໃນອຸປາທານຂັນທ໌ທັງຫ້າ, ອັນເຮົາລະໄດ້ແລ້ວ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງອັສສະມິມານະ ໃນປັນຈຸປາທານຂັນທ໌ ອັນຕົນລະໄດ້ແລ້ວນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບເກົ້າ).

ອານົນທ໌ ! ທັມທັງຫຼາຍ (ອັນເປັນບ່ອນຕັງແຫ່ງສັມປະຊັນຍະ ໑໙ ຢ່າງ) ເຫຼົ່ານີ້ແລ ເປັນໄປເພື່ອກຸສົລໂດຍສ່ວນດຽວ ເປັນຂອງພຣະອະຣິຍະເຈົ້າ ເປັນໂລກຸຕຕະຣະ ອັນມາຣຜູ່ມີບາບຢັ່ງລົງບໍ່ໄດ້.

- ອຸປຣິ. ມ. ໑໔/໒໓໖-໒໔໐/໓໔໗-໓໕໐.

໑໑໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ