ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປເພື່ອ ການນອນ ; ເຂົາກໍ ນອນດ້ວຍການຕັ້ງຈິຕວ່າ “ບາບອະກຸສົລທັມທັງຫຼາຍ ກ່າວຄື ອະພິຊຊາ ແລະ ໂທມະນັສສະ ຈະບໍ່ໄຫຼໄປຕາມເຮົາຜູ່ນອນຢູ່ ດ້ວຍອາການເຊັ່ນນີ້” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງການນອນນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບສອງ).

ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປເພື່ອ ການເວົ້າ ; ເຂົາກໍ ຕັ້ງຈິຕວ່າ “ເຮົາຈະບໍ່ເວົ້າເລື່ອງຊົ່ວຊ້າ ເລື່ອງຂອງຊາວບ້ານ ເລື່ອງຂອງປຸຖຸຊົນ ບໍ່ແມ່ນເລື່ອງຂອງພຣະອະຣິຍະເຈົ້າ ບໍ່ແມ່ນເລື່ອງປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອເບື່ອໜ່າຍ ຄາຍກໍາໜັດ ເພື່ອດັບ ບໍ່ເປັນໄປເພື່ອສະງົບລະງັບ ເພື່ອຮູ້ຍິ່ງ ຮູ້ພ້ອມ ເພື່ອນິບພານ ເຫັນປານນັ້ນ ; ເຊັ່ນເລື່ອງພຣະຣາຊາ ເລື່ອງໂຈຣ ເລື່ອງມະຫາອາມາດ ເລື່ອງກອງທັບ ເລື່ອງເປັນຕາຢ້ານ ເລື່ອງການສູ້ຮົບ ເລື່ອງເຂົ້າ ນໍ້າ ຜ້າ ບ່ອນນອນ ລະບຽບ ດອກໄມ້ ຂອງຫອມ ຍາດພີ່ນ້ອງ ຍານພາຫະນະ ໝູ່ບ້ານ ແຂວງ ເມືອງຫຼວງ ບ້ານນອກ ເລື່ອງຍິງຊາຍ ເລື່ອງຄົນກ້າ ເລື່ອງຮ່ອມທາງຍ່າງ ເລື່ອງແມ່ນໍ້າ ເລື່ອງຄົນທີ່ຕາຍໄປແລ້ວ ເລື່ອງຕ່າງໆ ນາໆ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໙໕

ເລື່ອງໂລກ ເລື່ອງມະຫາສະມຸດ ເລື່ອງຄວາມຮຸ່ງເຮືອງ ເລື່ອງຄວາມຊຸດໂຊມ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງເລື່ອງບໍ່ຄວນເວົ້ານັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບສາມ).

ແຕ່ຖ້າ ກະຖາໃດ ເປັນເລື່ອງຂູດເກົາກິເລສຢ່າງຍິ່ງ ເປັນບ່ອນສະບາຍແກ່ການວິຈາຣະນະຍານແຫ່ງຈິຕ ເປັນໄປເພື່ອໜ່າຍໂດຍສ່ວນດຽວ ເພື່ອຄາຍກໍາໜັດ ເພື່ອດັບ ເພື່ອສະງົບລະງັບ ເພື່ອຮູ້ຍິ່ງ ເພື່ອຮູ້ພ້ອມ ເພື່ອນິບພານ, ກ່າວຄື ອັປປິຈສະກະຖາ ສັນຕຸຕຖິກະຖາ ປະວິເວກະກະຖາ ອະສັງສັຄຄະກະຖາ ວິຣິຢາຣັມພະກະຖາ ສີລະກະຖາ ສະມາທິກະຖາ ປັນຍາກະຖາ ວິມຸຕຕິກະຖາ ວິມຸຕຕິຍານະທັສສະນະກະຖາ ດັ່ງນີ້ ; ເຂົາ ຕັ້ງຈິຕຄິດວ່າ “ເຮົາຈັກກ່າວກະຖາເຫັນປານນັ້ນ” ດັ່ງນັ້ນ : ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງກະຖາທີ່ຄວນເວົ້ານັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບສີ່).

ອານົນທ໌ ! ຖ້າເມື່ອພິກຂຸນັ້ນຢູ່ດ້ວຍວິຫາຣະທັມນີ້ ຈິຕນ້ອມໄປໃນ ການຕຶກ ; ເຂົາກໍ ຕັ້ງຈິຕວ່າ “ວິຕົກເຫຼົ່ານີ້ໃດ ຊຶ່ງຊົ່ວຊ້າ ເປັນຂອງຊາວບ້ານ ຊອງປຸຖຸຊົນ ບໍ່ແມ່ນຂອງພຣະອະຣິຍະເຈົ້າ ບໍ່ປະກອບດ້ວຍປະໂຍຊນ໌ ບໍ່ເປັນໄປເພື່ອຄວາມເບື່ອໜ່າຍ ຄາຍກໍາໜັດ ເພື່ອດັບ ບໍ່ເປັນໄປເພື່ອສະງົບລະງັບ ເພື່ອຮູ້ຍິ່ງ ຮູ້ພ້ອມ ເພື່ອນິບພານ, ກ່າວຄືກາມະວິຕົກ ພະຢາປາທະວິຕົກ ວິຫິງສາວິຕົກ ; ເຮົາຈະບໍ່ຕຶກໃນວິຕົກເຫັນປານນັ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງວິຕົກອັນບໍ່ຄວນຕຶກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບຫ້າ).

໑໑໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ແຕ່ຖ້າວິຕົກເຫຼົ່າໃດ ຊຶ່ງເປັນຂອງພຣະອະຣິຍະເຈົ້າ ເປັນເຄື່ອງນໍາອອກ ຍ່ອມນໍາອອກເພື່ອຄວາມພົ້ນທຸກຂ໌ໂດຍຖືກຕ້ອງ ແກ່ຜູ່ເຮັດຕາມວິຕົກນັ້ນ, ກ່າວຄື ເນກຂັມມະວິຕົກ ອັບພະຢາປາທະວິຕົກ ອະວິຫິງສາວິຕົກ ; ເຂົາ ຕັ້ງຈິຕຄິດວ່າ “ເຮົາຈັກຕຶກໃນວິຕົກເຫັນປານນັ້ນ” ດັ່ງນີ້ ; ໃນກໍລະນີ້ເຊັ່ນນີ້ ພິກຂຸນັ້ນ ຊື່ວ່າ ເປັນຜູ່ມີຄວາມຮູ້ສຶກໂຕທົ່ວພ້ອມ ໃນກໍລະນີແຫ່ງວິຕົກອັນຄວນຕຶກນັ້ນ. (ນີ້ເປັນຖານທີ່ຕັ້ງແຫ່ງສັມປະຊັນຍະ ຖານທີສິບຫົກ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ