ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕຕະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປາໂມດຍິ່ງຢູ່ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ຕັ້ງໝັ້ນຢູ່ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ເຮັດຈິຕໃຫ້ປ່ອຍຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດຈິຕໃຫ້ປ່ອຍຢູ່ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມບໍ່ທ່ຽງຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມຈາງຄາຍຢູ່ເປັນປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມຈາງຄາຍຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້ ;

໑໑໘໔ ອະຣິຍະສັຈຈ໌ຈາກພຣະໂອຖະ

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອຢູ່ເປັນ

ປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຕາມເຫັນຊຶ່ງຄວາມສະລັດຄືນຢູ່ເປັນ

ປະຈໍາ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຕາມເຫັນຊຶ່ງຄວາມສະລັດຄືນຢູ່ເປັນປະຈໍາ ຈັກຫາຍໃຈອອກ ດັ່ງນີ້,

ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົນຈະເຣີນແລ້ວ ເຮັດໃຫ້ມາກແລ້ວ ແນວນີ້ແລ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່.

- ມຫາວາຣ. ສັງ. ໑໙/໓໙໔/໑໓໐໕-໑໓໐໖.

(ແບບທີສອງ)

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸຍ່ອມຈະເຣີນ ສະຕິສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ (ຄວາມສະລັດຖິ້ມ) ; ຍ່ອມຈະເຣີນ ທັມມະ

ວິຈະຢະສັມໂພຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ ; ຍ່ອມຈະເຣີນ ວິຣິຢະສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນ ສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ ; ຍ່ອມຈະເຣີນ ປີຕິສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນ ສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ ; ຍ່ອມຈະເຣີນ ປັສສັດທິສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອ

ໂວສສັຄຄະ ; ຍ່ອມຈະເຣີນ ສະມາທິສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໘໕

ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ ; ຍ່ອມຈະເຣີນ ອຸເປກຂາສັມໂພຊຊົງຄ໌ ອັນສະຫະຣະຄະຕະດ້ວຍອານາປານະສະຕິ ອັນເປັນສັມໂພຊຊົງຄ໌ທີ່ອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອໂວສສັຄຄະ.

ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົນຈະເຣີນແລ້ວ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ແລ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່.

- ມຫາວາຣ. ສັງ. ໑໙/໓໙໕/໑໓໐໘.

ການຈະເຣີນສະຕິປັຕຖານຂອງຄົນສະຫຼາດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ