ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ເປັນຜູ່ ຕາມເຫັນທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້.

ພິກຂຸ ທ. ! ນີ້ແລ ບ່ອນທີ່ຄວນທ່ຽວໄປ ຊຶ່ງເປັນວິໄສແຫ່ງບິດາຕົນ.

- ມຫາວາຣ. ສັງ. ໑໙/໑໙໘/໗໐໐.

ສະຕິປັຕຖານສີ່ ທີ່ສົ່ງຜົລເຖິງວິຊຊາແລະວິມຸຕ

ກຸນທະລີຢະ ! ສະຕິປັຕຖານສີ່ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວ ແນວໃດ ຈຶ່ງເຮັດໂພຊຊົງຄ໌ເຈັດໃຫ້ບໍລິບູນ ?

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໘໑

ກຸນທະລີຢະ ! ໃນກໍລະນີນີ້ ພິກຂຸເປັນຜູ່ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະໂທມະນັສສະໃນໂລກ ; (ໃນກໍລະນີແຫ່ງ ເວທະນາ ຈິຕ ແລະ ທັມ ກໍມີຂໍ້ຄວາມທີ່ຕຣັດແນວດຽວກັນ).

ກຸນທະລີຢະ ! ສະຕິປັຕຖານສີ່ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວແນວນີ້ແລ ຍ່ອມເຮັດໃຫ້ໂພຊຊົງຄ໌ທັງເຈັດໃຫ້ບໍລິບູນ.

ກຸນທະລີຢະ ! ໂພຊຊົງຄ໌ທັງເຈັດ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວແນວໃດໜໍ ຈຶ່ງເຮັດໃຫ້ວິຊຊາ ແລະ ວິມຸຕໃຫ້ບໍລິບູນ ?

ກຸນທະລີຢະ ! ໃນກໍລະນີນີ້ ພິກຂຸຍ່ອມຈະເຣີນ ສະຕິສັມໂພຊຊົງຄ໌ ອັນອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ນ້ອມໄປເພື່ອຄວາມສະລັດອອກ ; (ໃນກໍລະນີແຫ່ງ ທັມມະວິຈະຢະສັມໂພຊຊົງຄ໌ ວິຣິຢະສັມໂພຊຊົງຄ໌ ປີຕິສັມໂພຊຊົງຄ໌ ປັສສັດທິສັມໂພຊຊົງຄ໌ ສະມາທິສັມໂພຊຊົງຄ໌ ແລະ ອຸເປກຂາສັມໂພຊຊົງຄ໌ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັນ).

ກຸນທະລີຢະ ! ໂພຊຊົງຄ໌ທັງເຈັດ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ແລ ຍ່ອມເຮັດໃຫ້ວິຊຊາ ແລະ ວິມຸຕຕິໃຫ້ບໍລິບູນ.

- ມຫາວາຣ. ສັງ. ໑໙/໑໐໗-໑໐໘/໓໙໘-໓໙໙.

ແບບການຈະເຣີນອານາປານະສະຕິ ທີ່ມີຜົລຫຼາຍ

ພິກຂຸ ທ. ! ທັມອັນເອກ ອັນບຸຄຄົນຈະເຣີນ ເຮັດໃຫ້ຫຼາຍແລ່ວ ຍ່ອມມີຜົລໃຫຍ່ ມີອານິສົງສ໌ໃຫຍ່. ທັມອັນເອກນັ້ນ ຄືອັນໃດໜໍ ? ຄືອານາປານະສະຕິ.

ພິກຂຸ ທ. ! ອານາປານະສະຕິ ອັນບຸຄຄົນຈະເຣີນແລ້ວແນວໃດ ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງມີຜົລໃຫຍ່ ມີອານິສົງສ໌ໃຫຍ່ ?

໑໑໘໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ແບບທີໜຶ່ງ)

ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸໄປແລ້ວສູ່ປ່າ ຫຼືເຫງົ້າໄມ້ ຫຼືເຮືອນຫວ່າງ ກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ (ນັ່ງຂັດສະມາທິ) ຕັ້ງກາຍກົງ ດໍາຣົງສະຕິໝັ້ນ. ເຂົານັ້ນ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ :

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈເຂົ້າຍາວ ຫຼື ເມື່ອຫາຍໃຈອອກຍາວ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈອອກຍາວ ;

ຫຼືວ່າ ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈເຂົ້າ, ຫຼື ເມື່ອຫາຍໃຈອອກສັ້ນ ກໍຮູ້ສຶກໂຕທົ່ວເຖິງວ່າເຮົາຫາຍໃຈອອກສັ້ນ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈັກຫາຍໃຈເຂົ້າດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງກາຍທັງປວງ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ເຮັດກາຢະສັງຂາຣໃຫ້ລະງັບຢູ່ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງປີຕິ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງປີຕິ ຈັກຫາຍໃຈອອກ ດັ່ງນີ້ ;

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງສຸຂ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງສຸຂ ຈັກຫາຍໃຈອອກ ດັ່ງນີ້,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໘໓

ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈັກຫາຍໃຈເຂົ້າ ດັ່ງນີ້, ຍ່ອມເຮັດໃນບົດສຶກສາວ່າ ເຮົາເປັນຜູ່ຮູ້ພ້ອມສະເພາະຊຶ່ງຈິຕຕະສັງຂາຣ ຈັກຫາຍໃຈອອກ ດັ່ງນີ້ ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ