ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ໃນກໍລະນີນີ້ (ອາການທີ່) ເວທະນາ ເກີດຂຶ້ນກໍແຈ່ມແຈ້ງ (ວິທິຕາ) ແກ່ພິກຂຸ, (ອາການທີ່) ເວທະນາໄປຕັ້ງຢູ່ກໍແຈ່ມແຈ້ງ, (ອາການທີ່) ເວທະນາດັບລົງກໍແຈ່ມແຈ້ງ.

(ອາການທີ່) ວິຕົກ ເກີດຂຶ້ນກໍແຈ່ມແຈ້ງແກ່ພິກຂຸ, (ອາການທີ່) ວິຕົກເຂົ້າໄປຕັ້ງຢູ່ກໍແຈ່ມແຈ້ງ, (ອາການທີ່) ວິຕົກດັບລົງກໍແຈ່ມແຈ້ງ.

(ອາການທີ່) ສັນຍາ ເກີດຂຶ້ນກໍແຈ່ມແຈ້ງແກ່ພິກຂຸ, (ອາການທີ່) ສັນຍາເຂົ້າໄປຕັ້ງຢູ່ກໍແຈ່ມແຈ້ງ, (ອາການທີ່) ສັນຍາດັບລົງກໍແຈ່ມແຈ້ງ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າພິກຂຸເປັນຜູ່ມີສັມປະຊັນຍະ.

- ມຫາວາຣ. ສັງ. ໑໙/໒໔໒/໘໐໔.

(ສັມປະຊັນຍະໃນບາລີທົ່ວໆໄປ ເປັນລະດັບທັມມະດາ ຊຶ່ງໝາຍເຖິງການຮູ້ສຶກໂຕຢູ່ໃນການປ່ຽນແປງອິຣິຍາບົດໜຶ່ງໆ ດັ່ງຂໍ້ຄວາມທີ່ກ່າວໄວ້ໃນໜ້າ ໗໘໘ ແຫ່ງໜັງສືເຫຼັ້ມນີ້. ສ່ວນສັມປະຊັນຍະໃນກໍລະນີນີ້ ເປັນລະດັບສູງສຸດຄື ຮູ້ສຶກຢ່າງແຈ່ມແຈ້ງໃນເມື່ອເວທະນາ ສັນຍາ ແລະວິຕົກເກີດຂຶ້ນ ຕັ້ງຢູ່ ດັບໄປ ; ມີຜົລໃນທາງໃຫ້ເກີດຄວາມດັບສິ້ນອາສະວະໄດ້ຫຼາຍກວ່າ).

ສັມມາສະຕິໃນຖານະເຄື່ອງເຮັດຕົນໃຫ້ເປັນບ່ອນເພິ່ງ

ອານົນທ໌ ! ເຈົ້າທັງຫຼາຍຈົ່ງເປັນຜູ່ມີຕົນເປັນປະທີບ ມີຕົນປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ຢູ່ເຖີ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໗໙

ອານົນທ໌ ! ແນວໃດໜໍ ຈຶ່ງເອີ້ນວ່າພິກຂຸຜູ່ມີຕົນເປັນປະທີບ ມີຕົນເປັນສະຣະນະ

ບໍ່ມີສິ່ງອື່ນເປັນສະຣະນະ ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນ

ສະຣະນະ ເປັນຢູ່ ?

ອານົນທ໌ ! ໃນກໍລະນີນີ້ ພິກຂຸເປັນຜູ່ ຕາມເຫັນຊຶ່ງກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກ ; ເປັນຜູ່ ຕາມເຫັນຊຶ່ງເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງ

ອະພິຊຊາ ແລະໂທມະນັສສະໃນໂລກ ; ເປັນຜູ່ ຕາມເຫັນຊຶ່ງຈິຕໃນຈິຕ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກ ; ເປັນຜູ່ ຕາມເຫັນຊຶ່ງທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ

ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອອກເສຍໄດ້ຊຶ່ງອະພິຊຊາ ແລະ ໂທມະນັສສະໃນໂລກ.

ອານົນທ໌ ! ເຊັ່ນນີ້ແລ ພິກຂຸຊື່ວ່າມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່.

ອານົນທ໌ ! ໃນກາລນີ້ກໍດີ ໃນການລ່ວງລັບໄປແຫ່ງເຮົາກໍດີ ໃຜກໍຕາມຈັກຕ້ອງເປັນຜູ່ມີຕົນເປັນປະທີບ ມີຕົນເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ; ມີທັມເປັນປະທີບ ມີທັມເປັນສະຣະນະ ບໍ່ມີສິ່ງອື່ນເປັນສະຣະນະ ເປັນຢູ່. ຄົນເຫຼົ່ານັ້ນຈັກເປັນພິກຂຸຜູ່ຢູ່ໃນສະຖານະອັນເລີດທີ່ສຸດ ; ໄດ້ແກ່ພວກທີ່ມີຄວາມໃຝ່ໃນສິກຂາ.

- ມຫາ. ທີ. ໑໐/໑໑໙/໙໓.

໑໑໘໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ສະຕິປັຕຖານສີ່ ເປັນໂຄຈອຣສໍາລັບສະມະນະ

ພິກຂຸ ທ. ! ພວກເຈົ້າທັງຫຼາຍຈົ່ງທ່ຽວໄປໃນບ່ອນທີ່ຄວນທ່ຽວໄປ ຊຶ່ງເປັນວິໄສແຫ່ງບິດາຕົນເຖີ້ນ ເມື່ອເຈົ້າທ່ຽວໄປໃນບ່ອນທີ່ຄວນທ່ຽວໄປ ຊຶ່ງເປັນວິໄສແຫ່ງບິດາຕົນ, ມາຣຈັກບໍ່ໄດ້ຊ່ອງທາງ ແລະ ບໍ່ໄດ້ໂອກາດທີ່ຈະເຮັດຕາມຄວາມພໍໃຈຂອງມັນ. ພິກຂຸ ທ. ! ບ່ອນທີ່ຄວນທ່ຽວໄປ ຊຶ່ງເປັນວິໄສແຫ່ງບິດາຕົນ ຄືອັນໃດໜໍ ? ຄືສະຕິປັຕຖານສີ່. ສີ່ແນວໃດໜໍ ? ສີ່ຄື : ພິກຂຸ ທ. ! ໃນກໍລະນິນີ້ ພິກຂຸ :-

ເປັນຜູ່ ຕາມເຫັນກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້.

ເປັນຜູ່ ຕາມເຫັນເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາ

ກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້.

ເປັນຜູ່ ຕາມເຫັນຈິຕໃນຈິຕ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະ ໂທມະນັສສະໃນໂລກອອກເສຍໄດ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ