ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ຄົນມີຈິຕດັ່ງເພັດ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາວາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ (ອາສະວະໃດໆເຫຼົ່າໃດ ທີ່ວິມຸຕຕິຂອງທ່ານຈະຖືກທໍາລາຍບໍ່ໄດ້ນັ້ນບໍ່ມີ) ປຽບເໝືອນແກ້ວມະນີ ຫຼື ຫີນໃດໆ ທີ່ເພັດຈະສາມາດທໍາລາຍບໍ່ໄດ້ນັ້ນ ບໍ່ມີ ເຊັ່ນໃດກໍເຊັ່ນນັ້ນ. ພິກຂຸ ທ. ! ນີ້ແລ ບຸຄຄົນຜູ່ມີຈິຕດັ່ງເພັດ.

ພິກຂຸ ທ. ! ເຫຼົ່ານີ້ແລ ບຸຄຄົນ ໓ ຈໍາພວກທີ່ມີຢູ່ ຫາໄດ້ຢູ່ໃນໂລກ.

- ຕິກ. ອັງ. ໒໐/໑໕໕/໔໖໔.

ນິດເທສ ໑໙

ວ່າດ້ວຍສັມມາວາຢາມະ

ຈົບ

໑໑໗໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ນິດເທສ ໒໐ ວ່າດ້ວຍສັມສະຕິ

(ມີ ໔໑ ເລື່ອງ)

ໝວດ ກ. ວ່າດ້ວຍອຸດເທສ-ວິພາກ ຂອງສັມມາສະຕິ

ອຸດເທສແຫ່ງສັມມາສະຕິ

ພິກຂຸ ທ. ! ສັມມາສະຕິ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມເປັນຜູ່ພິຈາຣະນາ ເຫັນກາຍໃນກາຍຢູ່ເປັນປະຈໍາ ມີຄວາມພຽນເຄື່ອງເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາ ເຫັນເວທະນາໃນເວທະນາທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາ ເຫັນຈິຕໃນຈິຕຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ຄວາມບໍ່ພໍໃຈໃນໂລກອອກເສຍໄດ້ ; ຍ່ອມເປັນຜູ່ພິຈາຣະນາ ເຫັນທັມໃນທັມທັງຫຼາຍຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນຄວາມພໍໃຈ ແລະ ຄວາມ

ບໍ່ພໍໃຈໃນໂລກອອກເສຍໄດ້ ; ພິກຂຸ ທ. ! ອັນນີ້ເຮົາເອີ້ນວ່າ ສັມມາສະຕິ.

- ມຫາ. ທີ. ໑໐/໓໔໙/໒໙໙.

ສະຕິປັຕຖານສີ່ ເປັນເອກາຢະນະມັຄຄະ

ພິກຂຸ ທ. ! ຫົນທາງນີ້ ເປັນຫົນທາງເຄື່ອງໄປອັນເອກທາງດຽວ ເພື່ອຄວາມບໍຣິສຸດປອດກ້ຽງຂອງສັຕທັງຫຼາຍ ເພື່ອກ້າວຂ້າມເສຍຊຶ່ງໂສກະ ແລະ ປະຣິເທວະ ເພື່ອຄວາມຕັ້ງຢູ່ບໍ່ໄດ້ແຫ່ງທຸກຂ໌ ແລະ ໂທມະນັສສະ ເພື່ອເຖິງທັບຊຶ່ງຍາຍະທັມ ເພື່ອເຮັດພຣະນິບພານໃຫ້ແຈ້ງ ;

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສະຕິ ໑໑໗໗

ຫົນທາງນີ້ຄື ສະຕິປັຕຖານສີ່. ສີ່ຢ່າງແນວໃດໜໍ ? ສີ່ຢ່າງຄື : ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸ :

໑. ເປັນຜູ່ຕາມເຫັນ ກາຍໃນກາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະໂທມະນັສສະໃນໂລກອອກເສຍໄດ້.

໒. ເປັນຜູ່ຕາມເຫັນ ເວທະນາໃນເວທະນາທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລໂທມະນັສສະໃນໂລກອອກເສຍໄດ້.

໓. ເປັນຜູ່ຕາມເຫັນ ຈິຕໃນຈິຕທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະໂທມະນັສສະ ໃນໂລກອອກເສຍໄດ້.

໔. ເປັນຜູ່ຕາມເຫັນ ທັມໃນທັມທັງຫຼາຍ ຢູ່ເປັນປະຈໍາ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຖອນອະພິຊຊາ ແລະໂທມະນັສສະ ໃນໂລກອອກເສຍໄດ້.

- ມຫາ. ທີ. ໑໐/໓໒໕/໒໗໓.

ໝວດ ຂ. ວ່າດ້ວຍ ລັກສະນະ - ອຸປະມາ ຂອງສັມມາສະຕິ

ລັກສະນະແຫ່ງຄວາມມີສະຕິສັມປະຊັນຍະຂອງພິກຂຸ

ມະຫາຣາຊະ ! ພິກຂຸເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ ເປັນແນວໃດໜໍ ? ມະຫາຣາຊະ ! ໃນກໍລະນີນີ້ ພິກຂຸເປັນຜູ່ ເຮັດຄວາມຮູ້ໂຕຮອບຄອບ ໃນການກ້າວໄປທາງໜ້າ ການຖອຍກັບໄປທາງຫຼັງ, ການແລເບິ່ງ ການຫຼຽວເບິ່ງ, ການຂົດ ການຢຽດ, ການຊົງສັງຄາຕິ ບາຕ ຈີວອຣ, ການສັນ ການດື່ມ ການຫຍໍ້າ ການຊີມ, ການຖ່າຍອຸຈຈາຣະ ປັສສະວະ, ເປັນຜູ່ເຮັດຄວາມຮູ້ໂຕຮອບຄອບ ໃນການໄປ ການຢຸດ, ການນັ່ງ ການນອນ, ການຫຼັບ ການຕື່ນ, ການເວົ້າ ການນິ້ງ.

ມະຫາຣາຊະ ! ເຊັ່ນນີ້ແລ ພິກຂຸເປັນຜູ່ປະກອບດ້ວຍສະຕິສັມປະຊັນຍະ.

- ສີ. ທີ. ໙/໙໔/໑໒໓.

໑໑໗໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ລັກສະນະສັມປະຊັນຍະລະດັບສູງສຸດ

ພິກຂຸ ທ. ! ພິກຂຸເປັນຜູ່ມີສັມປະຊັນຍະ ເປັນແນວໃດໜໍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ