ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໗໓
ຜູ່ຢູ່ຢ່າງຄົນມີທຸກຂ໌ ກໍເຮັດກຸສົລທັມໃຫ້ເຕັມປ່ຽມໄດ້
ພິກຂຸ ທ. ! ... ພິກຂຸພິຈາຣະນາເຫັນຢູ່ດັ່ງນີ້ວ່າ : “ເມື່ອເຮົາຢູ່ຕາມສະບາຍ
ອະກຸສົລທັມຍິ່ງຈະເຣີນ ກຸສົລທັມເສື່ອມໄປ ; ເມື່ອເຮົາດໍາຣົງຕົນຢູ່ໃນຄວາມລໍາບາກ ອະກຸສົລທັມຍ່ອມເສື່ອມໄປ ກຸສົລທັມຍ່ອມຈະເຣີນຍິ່ງ ; ຖ້າເຊັ່ນນັ້ນເຮົາດໍາຣົງຕົນຢູ່ໃນຄວາມລໍາບາກເຖີ້ນ”. ພິກຂຸນັ້ນດໍາຣົງຢູູ່ໃນຄວາມລໍາບາກ ; ເມື່ອດໍາຣົງຕົນຢູ່ໃນຄວາມລໍາບາກ ຢູ່, ອະກຸສົລທັມກໍເສື່ອມໄປ ກຸສົລທັມກໍຈະເຣີນຍິ່ງ. ສະໄໝຕໍ່ມາ ພິກຂຸນັ້ນບໍ່ຕ້ອງດໍາຣົງຕົນຢູ່ໃນຄວາມລໍາບາກອີກ ເພາະເຫຕວ່າປະໂຍຊນ໌ທີ່ເຂົາ
ຈໍານົງຫວັງນັ້ນ ສໍາເລັດແລ້ວຕາມທີ່ເຂົາປະສົງ. ປຽບເໝືອນລູກສອຣທີ່ຊ່າງສອນລົນແລະດັດຈົນຊື່ໃຊ້ການໄດ້ແລ້ວ ບໍ່ຕ້ອງການລົນແລະດັດອີກຕໍ່ໄປ ສະນັ້ນ ...
ພິກຂຸ ທ. ! ຄວາມບາກບັ່ນ ຄວາມພາກພຽນ ຈະມີຜົລຂຶ້ນມາໄດ້ດ້ວຍອາການເຊັ່ນນີ້ແລ.
- ອຸປຣິ. ມ. ໑໔/໑໖/໑໕.
ໃນການລະກິເລສຊັ້ນສູງ ກໍຍັງມີການຢູ່ເປັນສຸຂ
ໂປຕຖະປາທະ ! ເຮົາຍ່ອມສະແດງທັມ ເພື່ອລະການໄດ້ຊຶ່ງ ອັຕຕາແມ່ນວ່າຊະນິດຫຍາບ ຊຶ່ງເມື່ອທ່ານທັງຫຼາຍປະຕິບັຕຕາມທັມນັ້ນແລ້ວ ສັງກິເລສິກະທັມທັງຫຼາຍຈັກລະໄປ ໂວທານິຢະທັມທັງຫຼາຍຈັກຈະເຣີນໂດຍຍິ່ງ ຈັກເຮັດໃຫ້ແຈ້ງຊຶ່ງຄວາມບໍລິບູນ ໄພບູນແຫ່ງປັນຍາ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.
ໂປຕຖະປາທະ ! ຄວາມຄິດອາດຈະເກີດຂຶ້ນແກ່ທ່ານ ແນວນີ້ວ່າ “ການທີ່ສັງກິເລສິກະທັມທັງຫຼາຍຈັກລະໄປ ໂວທານິຢະທັມທັງຫຼາຍຈັກຈະເຣີນໂດຍຍິ່ງ
໑໑໗໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ຈັກເຮັດໃຫ້ແຈ້ງຊຶ່ງຄວາມບໍລິບູນ ໄພບູນແຫ່ງປັນຍາໄດ້ ດ້ວຍປັນຍາອັນຍິ່ງເອງໃນ ທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ນັ້ນ ແຕ່ການຢູ່ນັ້ນຈັກເປັນທຸກຂ໌ລໍາບາກ” ດັ່ງນີ້ ກໍໄດ້. ໂປຕຖະປາທະເອີຍ ! ຂໍ້ນັ້ນ ທ່ານຢ່າເຫັນເຊັ່ນນັ້ນເລີຍ : ສັງກິເລສິກະທັມທັງຫຼາຍ ກໍຈັກລະໄດ້ດ້ວຍ ໂວທານິຢະທັມທັງຫຼາຍ ກໍຈັກຈະເຣີນໂດຍຍິ່ງດ້ວຍ ຈັກເຮັດໃຫ້ແຈ້ງຊຶ່ງຄວາມບໍລິບູນ ໄພບູນແຫ່ງປັນຍາໄດ້ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ດ້ວຍ ປາໂມດ ປີຕິ ປັສສັດທິ ສັມປະຊັນຍະ ກໍຈະມີ ແລະການຢູ່ນັ້ນ ກໍເປັນສຸຂດ້ວຍ.
(ຕໍ່ໄປນີ້ ໄດ້ຊົງສະແດງທັມ ເພື່ອການລະເສຍຊຶ່ງການໄດ້ ອັຕຕາ ອັນເປັນມະໂນມະຢະ ແລະ ອັຕຕາອັນເປັນອະຣູປີ ແລະ ຊົງຢືນຢັນວ່າ ການປະຕິບັຕເພື່ອການລະນັ້ນ ບໍ່ເປັນການຢູ່ທີ່ເປັນທຸກຂ໌ ແຕ່ເປັນການຢູ່ທີ່ເປັນສຸຂເຊັ່ນດຽວກັນ. ພວກເຮົາໃນບັດນີ້ມັກຈະເຂົ້າໃຈໄປວ່າ ການປະຕິບັຕທັມຈະຕ້ອງເກີດເປັນຄວາມທຸກຂ໌ລໍາບາກຕະຫຼອດ).
- ສີ. ທີ. ໙/໒໔໑-໒໔໓/໓໐໓-໓໐໕.
ພຽງແຕ່ຮູ້ແຈ້ງອະຣິຍະສັຈຈ໌ ສັມມາວາຢາມະຍັງບໍ່ແມ່ນເຖິງທີ່ສຸດ
ພິກຂຸ ທ. ! ບຸຄຄົນ ໓ ຈໍາພວກເຫຼົ່ານີ້ມີຢູ່ ຫາໄດ້ຢູ່ໃນໂລກ. ສາມຈໍາພວກເຫຼົ່າໃດໜໍ ? ສາມຈໍາພວກຄື : ຄົນມີຈິຕດັ່ງແຜຫົມໜອງ ຄົນມີຈິຕດັ່ງຟ້າເຫຼື້ອມ ຄົນມີຈິຕດັ່ງເພັດ.
ພິກຂຸ ທ. ! ຄົນມີຈິຕດັ່ງແຜຫຸມໜອງ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນເປັນ ຜູ່ມັກໂກດ ມາກດ້ວຍຄວາມຄັບແຄ້ນ ຖືກເຂົາວ່າກ່າວພຽງເລັກນ້ອຍກໍຂັດໃຈຫຼາຍ ກໍໂກດ ພະຍາບາດ ສູນຄຽດ ເຮັດຄວາມຄຽດ ຄວາມຂັດເຄືອງໃຫ້ປາກົດຫຼາຍກວ່າເຫຕ ປຽບເໝືອນແຜຫົມໜອງ ຖືກກະທົບດ້ວຍເຊັນໄມ້ ຫຼື ກະເບື້ອງ ຍ່ອມມີໜອງໄຫຼອອກເກີນປະມານ ເຊັ່ນໃດກໍເຊັ່ນນນັ້ນ. ພິກຂຸ ທ. ! ນີ້ແລ ບຸຄຄົນຜູ່ມີຈິຕດັ່ງແຜຫົມໜອງ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໗໕
ພິກຂຸ ທ. ! ຄົນມີຈິຕດັ່ງຟ້າເຫຼື້ອມ ເປັນແນວໃດໜໍ ? ພິກຂຸ ທ. ! ໃນກໍລະນີນີ້ ບຸຄຄົນບາງຄົນ ຍ່ອມ ຮູ້ແຈ້ງຕາມຄວາມເປັນຈິງວ່າ “ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້ ຊົ່ວຂະນະ ເໝືອນບຸຣຸສ
ມີຕາຕາມປົກກະຕິ ເຫັນຮູບທັງຫຼາຍຊົ່ວຂະນະຟ້າແມບເຫຼື້ອມ ໃນຣາຕີອັນມຶດມິຕ ເຊັ່ນໃດກໍເຊັ່ນນັ້ນ. ພິກຂຸ ທ. ! ນີ້ແລ ບຸຄຄົນຜູ່ມີຈິຕດັ່ງຟ້າເຫຼື້ອມ.








