ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໘. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸໄດ້ຫາຍດີຈາກຄວາມເຈັບໄຂ້ແລ້ວບໍ່ດົນ ມີຢູ່. ພິກຂຸນັ້ນມີຄວາມຄິດແນວນີ້ວ່າ “ເຮົາຫາຍດີຈາກຄວາມເຈັບໄຂ້ແລ້ວບໍ່ດົນ ກາຍຂອງເຮົາຍັງອ່ອນເພຍ ຍັງບໍ່ຄວນຈະເຮັດຫຍັງ ເອົາເຖີ້ນ ຖ້າແນວນັ້ນເຮົາຈະນອນເສຍ” ດັ່ງນີ້ ; ເຂົານັ້ນກໍນອນເສຍ ບໍ່ປາຣົບຄວາມພຽນ ເພື່ອບັນລຸສິ່ງທີ່ຍັງບໍ່ບັນລຸ ເພື່ອເຖິງທັບສິ່ງທີ່ຍັງບໍ່ເຖິງທັບ ເພື່ອເຮັດໃຫ້ແຈ້ງສິ່ງທີ່ຍັງບໍ່ເຮັດໃຫ້ແຈ້ງ. ພິກຂຸ ທ. ! ນີ້ເປັນ ກຸສິຕະວັຕຖຸ ຂໍ້ທີ ໘.
ພິກຂຸ ທ. ! ເຫຼົ່ານີ້ແລ ກຸສິຕະວັຕຖຸ (ທີ່ຕັ້ງແຫ່ງຄວາມຂີ້ຄ້ານ) ແປດຢ່າງ.
- ອັຕຖກ. ອັງ. ໒໓/໓໔໓/໑໘໕.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໗໑
ສະໄໝທີ່ບໍ່ເໝາະສົມ ສໍາລັບການຕັ້ງຄວາມພຽນ
ພິກຂຸ ທ. ! ສະໄໝທີ່ບໍ່ສົມຄວນແກ່ການຕັ້ງຄວາມພຽນ ໕ ຢ່າງ ເຫຼົ່ານີ້ ມີຢູ່.
ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື :
໑. ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເປັນຜູ່ ຊະລາ ຖືກຄວາມຊະຣາຄອບງໍາແລ້ວ. ພິກຂຸ ທ. ! ນີ້ເປັນ ສະໄໝທີ ໑ ທີ່ບໍ່ສົມຄວນຕັ້ງຄວາມພຽນ.
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ ເຈັບໄຂ້ ຖືກຄວາມເຈັບໄຂ້ຄອບງໍາແລ້ວ. ພິກຂຸ ທ. ! ນີ້ເປັນ ສະໄໝທີ ໒ ທີ່ບໍ່ສົມຄວນຕັ້ງຄວາມພຽນ.
໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ເປັນສະໄໝ ທຸກພິກຂະພັຍ ຕົ້ນເຂົ້າເສຍຫາຍ
ບິນດະ (ກ້ອນເຂົ້າ) ຫາໄດ້ຍາກ ບໍ່ເປັນການສະດວກທີ່ຈະເປັນຢູ່ຕາມສະບາຍ. ພິກຂຸ ທ. ! ນີ້ເປັນ ສະໄໝທີ ໓ ທີ່ບໍ່ສົມຄວນຕັ້ງຄວາມພຽນ.
໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ເປັນສະໄໝທີ່ ມີພັຍ ມີການກໍາເລີບໃນປ່າດົງ ປະຊາຊົນຂຶ້ນລໍ້ເລື່ອນໜີໄປ. ພິກຂຸ ທ. ! ນີ້ເປັນ ສະໄໝທີ ໔ ທີ່ບໍ່ສົມຄວນຕັ້ງຄວາມພຽນ.
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ເປັນສະໄໝທີ່ ສົງຄ໌ແຕກກັນ ເມື່ອສົງຄ໌ແຕກກັນ ກໍມີການດ່າກັນແລະກັນ ຮ້າຍກັນແລະກັນ ໃສ່ຄວາມກັນແລະກັນ ປະຖິ້ມກັນແລະກັນ. ໃນບ່ອນນັ້ນໆ ຜູ່ທີ່ຍັງບໍ່ເຫຼື້ອມໃສກໍບໍ່ເຫຼື້ອມໃສ, ຜູ່ທີ່ເຄີຍເຫຼື້ອມໃສກໍປ່ຽນໄປໂດຍປະການອື່ນ. ພິກຂຸ ທ. ! ນີ້ເປັນ ສະໄໝທີ ໕ ທີ່ບໍ່ສົມຄວນຕັ້ງຄວາມພຽນ.
ພິກຂຸ ທ. ! ເຫຼົ່ານີ້ແລ ເປັນສະໄໝທີ່ບໍ່ສົມຄວນຕັ້ງຄວາມພຽນ ໕ ຢ່າງ.
ພິກຂຸ ທ. ! ສະໄໝທີ່ສົມຄວນຕັ້ງຄວາມພຽນ ໕ ຢ່າງ ເຫຼົ່ານີ້ມີຢູ່ ໕ ຢ່າງ ແນວໃດໜໍ ? ຫ້າຢ່າງຄື :
໑໑໗໒ ອະຣິຍະສັຈຈ໌ຈາກພຣະໂອຖະ
໑. ພິກຂຸ ທ. ! ໃນກໍລະນີນີ້ ພິກຂຸເປັນຜູ່ ໜຸ່ມແໜ້ນແຂງແຮງ ມີຜົມດໍາກ້ຽງ ປະກອບດ້ວຍຄວາມໜຸ່ມ ອັນຈະເຣີນປະຖົມມະໄວ. ພິກຂຸ ທ. ! ນີ້ເປັນ ສະໄໝທີໜຶ່ງ ທີ່ສົມຄວນຕັ້ງຄວາມພຽນ.
໒. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ພິກຂຸເປັນຜູ່ມີ ອາພາດໜ້ອຍ ມີໂຣຄາໜ້ອຍ ມີໄຟທາຕສໍາລັບຍ່ອຍອາຫາຣ ທີ່ຍ່ອຍໄດ້ສະໝໍ່າສະເໝີ ປານກາງ ບໍ່ຮ້ອນໂພດ ບໍ່ເຢັນຫຼາຍ ພໍຄວນແກ່ການບໍາເພັນພຽນ. ພິກຂຸ ທ. ! ນີ້ເປັນ ສະໄໝທີສອງ ທີ່ສົມຄວນຕັ້ງຄວາມພຽນ.
໓. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ເປັນສະໄໝທີ່ ອາຫາຣຫາງ່າຍ ຕົ້ນເຂົ້າບໍ່ເສຍຫາຍ ບິນດະ (ກ້ອນເຂົ້າ) ຫາໄດ້ງ່າຍ ເປັນການສະດວກທີ່ຈະເປັນຢູ່ຕາມສະບາຍ. ພິກຂຸ ທ. ! ນີ້ເປັນ ສະໄໝທີສາມ ທີ່ສົມຄວນຕັ້ງຄວາມພຽນ.
໔. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ມະນຸສສ໌ທັງຫຼາຍ ສະມັກຄີພ້ອມພຽງ ຊື່ນບານຕໍ່ກັນ
ບໍ່ຜິດຖຽງກັນ ເຂົ້າກັນໄດ້ດຸດດັ່ງນົມປະສົມກັບນໍ້າ ມອງກັນແລະກັນດ້ວຍສາຍຕາແຫ່ງຄົນທີ່ຮັກໃຄ່ກັນ ເປັນຢູ່. ພິກຂຸ ທ. ! ນີ້ເປັນ ສະໄໝທີສີ່ ທີ່ສົມຄວນຕັ້ງຄວາມພຽນ.
໕. ພິກຂຸ ທ. ! ຂໍ້ອື່ນຍັງມີອີກ : ສົງຄ໌ສາມັກຄີປອງດອງກັນ ບໍ່ຜິດຖຽງກັນ ມີອຸດເທສດຽວກັນ ຢູ່ເປັນຜາສຸກ ; ເມື່ອສົງຄ໌ສາມັກຄີກັນ ກໍບໍ່ມີການດ່າກັນແລະກັນ ບໍ່ມີຮ້າຍກັນແລະກັນ ບໍ່ໃສ່ຄວາມກັນແລະກັນ ບໍ່ປະຖິ້ມກັນແລະກັນໃນບ່ອນນັ້ນໆ ຜູ່ທີ່ຍັງບໍ່ເຫຼື້ອມໃສກໍເຫຼື້ອມໃສ ຜູ່ທີ່ເຄີຍເຫຼື້ອມໃສກໍມີຄວາມເຫຼື້ອມໃສຍິ່ງໆຂຶ້ນໄປ. ພິກຂຸ ທ. ! ນີ້ເປັນ ສະໄໝທີຫ້າ ທີ່ຄວນຕັ້ງຄວາມພຽນ.
ພິກຂຸ ທ. ! ເຫຼົ່ານີ້ແລ ສະໄໝທີ່ສົມຄວນຕັ້ງຄວາມພຽນຫ້າຢ່າງ.
- ປັນຈກ.ອັງ. ໒໒/໗໕/໕໔.








