ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ພິກຂຸ ທ. ! ພິກຂຸເປັນຜູ່ະຫຼາດໃນວາຣະຈິຕແຫ່ງຕົນ ເປັນແນວໃດໜໍ ? ພິກຂຸ ທ. ! ປຽບເໝືອນຊາຍໜຸ່ມຍິງສາວ ທີ່ມັກແຕ່ງໂຕ ສ່ອງເບິ່ງເງົາໜ້າຂອງຕົນທີ່ແວ່ນແຍງ ຫຼື ທີ່ພາຊະນະນໍ້າອັນບໍຣິສຸດປອດກ້ຽງໃສສະອາດ ຖ້າເຫັນທຸລີ ຫຼື ຕ່ອມທີ່ໜ້າ ກໍພະຍາຍາມເອົາທຸລີ ຫຼື ຕ່ອມທີ່ໜ້ານັ້ນອອກເສຍ ຖ້າບໍ່ເຫັນທຸລີ ຫຼື ຕ່ອມທີ່ໜ້າ ກໍຍິນດີພໍໃຈວ່າ ເປັນລາບໜໍ ບໍຣິສຸດດີແລ້ວໜໍ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ການພິຈາຣະນາຂອງພິກຂຸ ກໍເຊັ່ນນັ້ນເໝືອນກັນ ຄືຈະມີອຸປະກາຣະຫຼາຍໃນກຸສົລທັມທັງຫຼາຍ ໃນເມື່ອເຂົາພິຈາຣະນາວ່າ :

“ເຮົາເປັນຜູ່ ໄດ້ເຈໂຕສະມະຖະໃນພາຍໃນ໑ ຫຼືໜໍ ;

ຫຼືວ່າ ບໍ່ໄດ້ເຈໂຕສະມະຖະໃນພາຍໃນ.

ເຮົາເປັນຜູ່ ໄດ້ອະທິປັນຍາທັມມະວິປັສສະນາ໒ ຫຼືໜໍ ;

ຫຼືວ່າ ບໍ່ໄດ້ອະທິປັນຍາທັມມະວິປັສນາ”. ດັ່ງນີ້

໑. ຄໍານີ້ໝາຍເຖິງຄວາມສະງົບແຫ່ງຈິຕ ດ້ວຍອໍານາດຂອງສະມາທິ ທີ່ເປັນໄປເຖິງທີ່ສຸດ ແຫ່ງຂັ້ນຕອນ

ທີ່ອາດໃຊ້ເປັນຮາກຖານແຫ່ງວິປັສສະນາໄດ້ ເພາະເປັນເລື່ອງຂອງຈິຕ ຈຶ່ງເອີ້ນວ່າ ເປັນໄປໃນພາຍໃນ.

໒. ການເຫັນແຈ້ງໃນທັມດ້ວຍອໍານາດປັນຍາອັນຍິ່ງ ເຖິງຂະໜາດເຫັນຄວາມຈິງ ໃນຂັ້ນອະນິຈຈັງ ທຸກຂັງ

ອະນັຕຕາ ແຫ່ງສິ່ງນັ້ນໆ.

໑໑໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາເປັນຜູ່ໄດ້ເຈໂຕສະມະຖະໃນພາຍໃນ ແຕ່ຍັງບໍ່ໄດ້ອະທິປັນຍາທັມມະວິປັສສະນາ” ດັ່ງນີ້ແລ້ວ. ພິກຂຸນັ້ນ ຈົ່ງຕັ້ງຢູ່ໃນເຈໂຕສະມາຖະໃນພາຍໃນ ແລ້ວປະກອບດ້ວຍໂຢຄະກັມ ເພື່ອການໄດ້ອະທິປັນຍາທັມມະວິປັສສະນາ. ພິກຂຸນັ້ນ ເມື່ອສະໄໝອື່ນ ກໍເປັນຜູ່ໄດ້ເຈໂຕສະມະຖະໃນພາຍໃນດ້ວຍ ໄດ້ອະທິປັນຍາທັມມະວິປັສສະນາດ້ວຍ.

ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາເປັນຜູ່ໄດ້ອະທິປັນຍາທັມມະວິປັສສະນາໃນພາຍໃນ ແຕ່ຍັງບໍ່ໄດ້ເຈໂຕສະມະຖະໃນພາຍໃນ” ດັ່ງນີ້ແລ້ວ. ພິກຂຸນັ້ນ ຈົ່ງຕັ້ງຢູ່ໃນອະທິປັນຍາທັມມະວິປັສສະນາ ແລ້ວປະກອບດ້ວຍໂຢຄະກັມ ເພື່ອການໄດ້ເຈໂຕສະມະຖະໃນພາຍໃນ. ພິກຂຸນັ້ນ ເມື່ອສະໄໝອື່ນ ກໍເປັນຜູ່ໄດ້ອະທິປັນຍາທັມມະວິປັສສະນາດ້ວຍ ໄດ້ເຈໂຕສະມະຖະໃນພາຍໃນດ້ວຍ.

ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາຍັງບໍ່ໄດ້ເຈໂຕສະມະຖະໃນ

ພາຍໃນ ຍັງບໍ່ໄດ້ອະທິປັນຍາທັມມະວິປັສສະນາ” ດັ່ງນີ້ແລ້ວ. ພິກຂຸນັ້ນ ຈົ່ງຕັ້ງຊຶ່ງ ສັນທະ ວາຢາມະ ອຸສສາຫະ ອຸໂສລະຫີ ອັປປະຕິວານີ ສະຕິ ແລະ ສັມປະຊັນຍະ ຢ່າງແກ່ນກ້າ ເພື່ອໄດ້ສະເພາະຊຶ່ງກຸສົລທັມທັງຫຼາຍເຫຼົ່ານັ້ນ ນັ້ນແລ ເຊັ່ນດຽວກັບບຸຄຄົນຜູ່ມີເສື້ອຜ້າຫຼືຫົວ ອັນໄຟໄໝ້ລຸກຮຸ່ງແລ້ວ ຈະຕ້ອງຕັ້ງສັນທະ ວາຢາມະ

ອຸສສາຫະ ອຸໂສລະຫີ ອັປປະຕິວານີ ສະຕິ ແລະ ສັມປະຊັນຍະ ຢ່າງແກ່ນກ້າ ເພື່ອຈະດັບໄຟທີ່ເສື້ອຜ້າ ຫຼືທີ່ຫົວນັ້ນ, ເຊັ່ນໃດກໍເຊັ່ນນັ້ນ, ພິກຂຸນັ້ນ ເມື່ອສະໄໝອື່ນອີກ ກໍເປັນຜູ່ໄດ້ເຈໂຕສະມະຖະໃນພາຍໃນດ້ວຍ ໄດ້ອະທິປັນຍາທັມມະວິປັສສະນາດ້ວຍ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໔໑

ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາເປັນຜູ່ໄດ້ເຈໂຕສະມະຖະໃນພາຍໃນ ໄດ້ອະທິປັນຍາທັມມະວິປັສສະນາ” ດັ່ງນີ້ແລ້ວ. ພິກຂຸນັ້ນ ຈົ່ງຕັ້ງຢູ່ໃນກຸສົລທັມເຫຼົ່ານັ້ນນັ້ນແຫຼະ ແລ້ວປະກອບດ້ວຍໂຢຄະກັມ ເພື່ອຄວາມດັບສິ້ນອາສະວະທັງຫຼາຍໃຫ້ຍິ່ງຂຶ້ນໄປ.

- ທສກ. ອັງ. ໒໔/໑໐໔/໕໔.

ອິນຊີສັງວອຣ ເປັນອຸປະກອນແຫ່ງສັມມາວາຢາມະ

(ສ່ວນທີ່ເປັນຄວາມພາກພຽນ ປິດກັ້ນການເກີດອະກຸສົລ)

ມະຫາຣາຊະ ! ພິກຂຸໃນກໍລະນີນີ້ ເຫັນຮູບດ້ວຍຕາ ແລ້ວ ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຮວບຖືເອົາທັງໝົດ (ລວມເປັນພາບດຽວ), ບໍ່ເປັນຜູ່ຖືເອົາໃນລັກສະນະ ທີ່ເປັນການຖືເອົາໂດຍແຍກເປັນສ່ວນໆ ; ອະກຸສົລທັມອັນເປັນບາບ ຄືອະພິຊຊາ ແລະໂທມະນັສສະ ຈະໄຫຼໄປຕາມບຸຄຄົນທີ່ບໍ່ສັງລວມຢູ່ຊຶ່ງ ອິນຊີອັນເປັນ ຕົ້ນເຫຕຄືຕາ ໃດ ເຂົາຍ່ອມປະຕິບັຕເພື່ອສັງລວມຊຶ່ງອິນຊີນັ້ນ ຍ່ອມຮັກສາອິນຊີຄືຕາ ຍ່ອມເຖິງການສັງລວມໃນອິນຊີຄືຕາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ