ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ຖ້າພິກຂຸບໍ່ເປັນຜູ່ສະຫຼາດ ໃນວາຣະຈິຕຂອງຜູ່ອື່ນແລ້ວ, ເມື່ອເປັນເຊັ່ນນັ້ນ ເຂົາຈົ່ງເຮັດຄວາມສໍານຶກໄວ້ວ່າ “ເຮົາຈັກເປັນຜູ່ສະຫຼາດໃນວາຣະຈິຕແຫ່ງຕົນ” ດັ່ງນີ້ເຖີ້ນ.
ພິກຂຸ ທ. ! ພິກຂຸເປັນຜູ່ສະຫຼາດໃນວາຣະຈິຕແຫ່ງຕົນ ເປັນແນວໃດໜໍ ? ພິກຂຸ ທ. ! ປຽບເໝືອນຊາຍໜຸ່ມຍິງສາວ ທີ່ມັກແຕ່ງໂຕ ສ່ອງເບິ່ງເງົາໜ້າຂອງຕົນທີ່ແວ່ນແຍງ ຫຼື ທີ່ພາຊະນະນໍ້າອັນບໍຣິສຸດປອດກ້ຽງໃສສະອາດ ຖ້າເຫັນທຸລີ ຫຼື ຕ່ອມທີ່ໜ້າ ກໍພະຍາຍາມເຊັດທຸລີ ຫຼື ຕ່ອມທີ່ໜ້ານັ້ນອອກເສຍ ຖ້າບໍ່ເຫັນທຸລີ ຫຼື ຕ່ອມທີ່ໜ້າ ກໍຍິນດີພໍໃຈວ່າ ເປັນລາບໜໍ ບໍຣິສຸດດີແລ້ວໜໍ ຂໍ້ນີ້ເຊັ່ນໃດ ; ພກຂຸ ທ. ! ການພິຈາຣະນາຂອງພິກຂຸ ກໍເຊັ່ນນັ້ນເໝືອນກັນ ຄືຈະມີອຸປະກາຣະຫຼາຍໃນກຸສົລທັມທັງຫຼາຍ ໃນເມື່ອເຂົາພິຈາຣະນາວ່າ :
“ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີອະພິຊຊາ ຫຼືບໍ່ມີອະພິຊຊາ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີຈິຕພະຍາບາດ ຫຼືບໍ່ມີຈິຕພະຍາບາດ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີຖີນະມິຕດະ ຫຼືປາສະຈາກຖີນະມິຕດະ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີຄວາມຟຸ້ງຊ້ານ ຫຼືບໍ່ຟຸ້ງຊ້ານ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີວິຈິກິຈສາ ຫຼືໝົດວິຈິກິຈສາ ;
ເຮົາມີຊີວິຕຢູ່ໂດຍມາກ ໂດຍ ເປັນຜູ່ມັກໂກດ ຫຼືບໍ່ມັກໂກດ ;
ເຮົາມີຊີວິຕຢູ່ໂດຍມາກ ໂດຍ ມີຈິຕເສົ້າໝອງ ຫຼືບໍ່ມີຈິຕເສົ້າໝອງ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີກາຍອັນເຄັ່ງຄຽດໃນການປະຕິບັຕທັມ ຫຼື
ມີກາຍບໍ່ເຄັ່ງຄຽດ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ເປັນຜູ່ຂີ້ຄ້ານ ຫຼືເປັນຜູ່ປາຣົບຄວາມພຽນ ;
ເຮົາມີຊີວິຕຢູ່ສ່ວນຫຼາຍ ໂດຍ ມີຈິຕຕັ້ງໝັ້ນ ຫຼືບໍ່ມີຈິຕຕັ້ງໝັ້ນ” ດັ່ງນີ້.
໑໑໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາຢູ່ສ່ວນຫຼາຍ ໂດຍຄວາມເປັນຜູ່ອັ່ງດ້ວຍອະພິຊຊາ ມີຈິຕພະຍາບາດ ຖີນະມິດທະ ປຸ້ມລຸມ ຟຸ້ງຊ້ານ ມີວິຈິກິຈສາ ມັກໂກດ ມີຈິຕເສົ້າໝອງ ມີກາຍເຄັ່ງຄຽດ ຂີ້ຄ້ານ ມີຈິຕບໍ່ຕັ້ງໝັ້ນ” ດັ່ງນີ້ແລ້ວ, ພິກຂຸນັ້ນ ຈົ່ງຕັ້ງຊຶ່ງສັນທະ ວາຢາມະ ອຸສສາຫະ ອຸສໂສລະຫີ ອັປປາຕິວານີ ສະຕິ ແລະສັມປະຊັນຍະ ຢ່າງແກ່ນກ້າ ເພື່ອລະເສຍຊຶ່ງທັມ ອັນເປັນບາບອະກຸສົລເຫຼົ່ານັ້ນ
ເຊັ່ນດຽວກັນກັບບຸຄຄົນຜູ່ມີເສື້ອຜ້າຫຼືຫົວ ອັນໄຟໄໝ້ລຸກວາບແລ້ວ ຈະຕ້ອງຕັ້ງສັນທະ ວາຢາມະ ອຸສສາຫະ ອຸສໂສລະຫີ ອັປປາຕິວານີ ສະຕິ ແລະ ສັມປະຊັນຍະ ອັນກ້າແກ່ນ ເພື່ອຈະດັບໄຟທີ່ຫົວ ຫຼືທີ່ເສື້ອຜ້ານັ້ນເສຍ, ເຊັ່ນໃດກໍເຊັ່ນນັ້ນ.
ພິກຂຸ ທ. ! ຖ້າພິກຂຸພິຈາຣະນາຢູ່ ຮູ້ສຶກວ່າ “ເຮົາຢູ່ສ່ວນຫຼາຍ ໂດຍຄວາມເປັນຜູ່
ບໍ່ມີອະພິຊຊາ ມີຈິຕບໍ່ພະຍາບາດ ປາສະຈາກຖີນະມິດທະ ປຸ້ມລຸມ ບໍ່ຟຸ້ງຊ້ານ
ໝົດວິຈິກິຈສາ ບໍ່ມັກໂກດ ມີຈິຕບໍ່ເສົ້າໝອງ ມີກາຍບໍ່ເຄັ່ງຄຽດ ປາຣົບຄວາມພຽນ ມີຈິຕຕັ້ງໝັ້ນ” ດັ່ງນີ້ແລ້ວ, ພິກຂຸນັ້ນ ຈົ່ງຕັ້ງຢູ່ໃນກຸສົລທັມເຫຼົ່ານັ້ນແຫຼະ ແລ້ວປະກອບດ້ວຍໂຢຄະກັມ໑ ເພື່ອຄວາມດັບສິ້ນອາສະວະທັງຫຼາຍໃຫ້ຍິ່ງຂຶ້ນໄປ.
- ທສກ. ອັງ. ໒໔/໙໗/໕໑.
໑. ໂຢຄະກັມ ຄື ການຕັ້ງຄວາມພຽນຢ່າງມີລະບົບ, ຢ່າງແຂງຂັນເຕັມທີ່ ໃນຮູບແບບໜຶ່ງໆ ເພື່ອໃຫ້ສໍາເລັດ
ປະໂຍຊນ໌ຕາມຄວາມມຸ່ງໝາຍ ເອີ້ນກັນງ່າຍໆວ່າ ໂຢຄະ ; ເປັນຄໍາກາງໃຊ້ກັນໄດ້ໃນລະຫວ່າງສາສນາ
ທຸກສາສນາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາວາຢາມະ ໑໑໓໙
ບຸບພະພາກແຫ່ງການຕັ້ງຄວາມພຽນ ເພື່ອຄວາມດັບສິ້ນອາສະວະ
(ອີກໄນຍະໜຶ່ງ)
ພິກຂຸ ທ. ! ຖ້າພິກຂຸບໍ່ເປັນຜູ່ສະຫຼາດໃນວາຣະຈິຕຂອງຜູ່ອື່ນແລ້ວ, ເມື່ອເປັນເຊັ່ນນັ້ນ ເຂົາຄວນສໍານຶກໄວ້ວ່າ “ເຮົາຈັກເປັນຜູ່ສະຫຼາດໃນວາຣະຈິຕແຫ່ງຕົນ” ດັ່ງນີ້ເຖີ້ນ.








