ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

“ທ່ານໂຄດົມເອີຍ ! ນັ້ນບໍ່ຖືກ ນັ້ນບໍ່ສົມຄວນ ໃນການທີ່ທ່ານຈະມາເອີ້ນຂ້າພະເຈົ້າ ວ່າ ຄະຫະບໍດີ”.

ທ່ານຄະຫະບໍດີເອີຍ ! ກໍກິລິຍາອາການ ລັກສະນະທ່າທາງຂອງທ່ານ ສະແດງວ່າ ເປັນຄະຫະບໍດີເດ້.

“ທ່ານໂຄດົມ ! ວຽກງານຕ່າງໆຂ້າພະເຈົ້າຢຸດເຊົາໝົດແລ້ວ ; ໂວຫາຣ (ການລົງທຶນເພື່ອຜົລ

ກໍາໄລ) ຕ່າງໆ ຂ້າພະເຈົ້າຕັດຂາດແລ້ວ”.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໑໕

ທ່ານຄະຫະບໍດີ ! ທ່ານຢຸດເຊົາວຽກງານຕ່າງໆ ຕັດຂາດການລົງທຶນຕ່າງໆໝົດສ້ຽງແລ້ວ ແນວໃດກັນໜໍ ?

“ທ່ານໂຄດົມ ! ໃນເລື່ອງນີ້ຫັ້ນບໍ ; ຊັບໃດໆມີຢູ່, ເຂົ້າເປືອກ ເງິນຄໍາມີຢູ່ ; ທັງໝົດນັ້ນຂ້າພະເຈົ້າໄດ້ມອບໃຫ້ລູກທັງຫຼາຍໄປໝົດແລ້ວ. ຂ້າພະເຈົ້າບໍ່ສັ່ງສອນ ຈົ່ມວ່າໃຜອີກຕໍ່ໄປ ໃນບ່ອນນັ້ນໆ, ຕ້ອງການພຽງເຂົ້າກິນ ແລະເສື້ອຜ້າແດ່ເປັນຢ່າງຍິ່ງ ຢູ່ດັ່ງນີ້. ທ່ານໂຄດົມເອີຍ ! ນີ້ແຫຼະຄືວຽກງານຕ່າງໆ ທີ່ຂ້າພະເຈົ້າຢຸດເຊົາໝົດແລ້ວ ; ການລົງທຶນຕ່າງໆ ຂ້າພະເຈົ້າຕັດຂາດແລ້ວ ”.

ທ່ານຄະຫະບໍດີ ! ການເລີກລະໂວຫາຣ (ການລົງທຶນ) ຕາມທີ່ທ່ານກ່າວນັ້ນມັນເປັນຢ່າງໜຶ່ງ ; ການເລີກລະໂວຫາຣ (ການລົງທຶນ) ໃນອະຣິຍະວິນັຍນັ້ນ ມັນເປັນຢ່າງອື່ນ.

“ຂ້າແຕ່ພຣະອົງຜູ່ຈະເຣີນ໑ ! ການເລີກລະໂວຫາຣ (ການລົງທຶນ) ໃນອະຣິຍະວິນັຍນັ້ນ ເປັນແນວໃດໜໍ ? ດັ່ງຂ້ານ້ອຍຂໍໂອກາດ ຂໍພຣະຜູ່ມີພຣະພາຄຈົ່ງສະແດງທັມ ເລື່ອງການເລີກລະ

ໂວຫາຣ (ການລົງທຶນ) ໃນອະຣິຍະວິນັຍເຖີ້ນ”.

ຄະຫະບໍດີ ! ຖ້າເຊັ່ນນັ້ນທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ.

ຄະຫະບໍດີ ! ທັມທັງຫຼາຍ ໘ ປະການ ເຫຼົ່ານີ້ ເປັນໄປເພື່ອການຕັດຂາດຊຶ່ງ

ໂວຫາຣ (ການລົງທຶນເພື່ອກໍາໄລຢ່າງໃດຢ່າງໜຶ່ງ) ໃນອະຣິຍະວິນັຍ. ແປດປະການ ແນວໃດໜໍ ? ແປດປະການຄື :

໑. ຄວນສັງເກດວ່າ ຕໍ່ຈາກນີ້ໄປ ເຂົາປ່ຽນຄໍາເວົ້າທີ່ບໍ່ສະແດງຄວາມເຄົາລົບ ມາເປັນຄໍາເວົ້າສະແດງຄວາມ

ເຄົາລົບ ຄື ແທນທີ່ຈະໃຊ້ຄໍາວ່າ “ພຣະໂຄດົມ !” ຊຶ່ງເປັນການສະແດງຄວາມບໍ່ເຄົາລົບ ກໍປ່ຽນມາເປັນໃຊ້

ຄໍາວ່າ “ພຣະຜູ່ມີພຣະພາຄເຈົ້າ” ຫຼື “ຂ້າແຕ່ພຣະອົງຜູ່ຈະເຣີນ !” ດັ່ງນີ້ ຊຶ່ງເປັນການສະແດງຄວາມເຄົາລົບ.

໑໑໑໖ ອະຣິຍະສັຈຈ໌ຈາກພຣະໂອຖະ

໑. ອາໄສກັມອັນບໍ່ເປັນປານາຕິບາຕ ລະເສຍຊຶ່ງກັມອັນເປັນປານາຕິບາຕ

໒. ອາໄສການຖືເອົາແຕ່ສິ່ງທີ່ເຂົາໃຫ້ ລະເສຍຊຶ່ງການຖືເອົາສິ່ງຊຶ່ງເຂົາບໍ່ໄດ້ໃຫ້

໓. ອາໄສວາຈາສັຈຈ໌ ລະເສຍຊຶ່ງມຸສາວາດ

໔. ອາໄສອະປິສຸນະວາຈາ ລະເສຍຊຶ່ງປິສຸນະວາຈາ

໕. ອາໄສຄວາມບໍ່ໂລບດ້ວຍກໍາໜັດ ລະເສຍຊຶ່ງຄວາມໂລບດ້ວຍຄວາມກໍາໜັດ.

໖. ອາໄສຄວາມບໍ່ມີໂທສະເພາະຖືກນິນທາ ລະເສຍຊຶ່ງໂທສະເພາະຖືກນິນທາ

໗. ອາໄສຄວາມບໍ່ຄັບແຄ້ນເພາະຄວາມໃຈຮ້າຍ ລະເສຍຊຶ່ງຄວາມຄັບແຄ້ນ

ເພາະຄວາມໃຈຮ້າຍ.

໘. ອາໄສຄວາມບໍ່ດູຖູກທ່ານ ລະເສຍຊຶ່ງຄວາມດູຖູກທ່ານ.

ຄະຫະບໍດີ ! ທັມ ໘ ປະການ ເຫຼົ່ານີ້ແລ ອັນເຮົາກ່າວແລ້ວໂດຍຫຍໍ້ ບໍ່ໄດ້ ຈໍາແນກໂດຍພິສະດານ ແຕ່ກໍເປັນໄປເພື່ອການຕັັດໂວຫາຣ (ການລົງທຶນເພື່ອກໍາໄລ) ໃນ

ອະຣິຍະວິນັຍ.

“ຂ້າແຕ່ພຣະອົງຜູ່ຈະເຣີນ ! ທັມ ໘ ປະການ ທີ່ພຣະຜູ່ມີພຣະພາຄຕຣັດແລ້ວແຕ່ໂດຍຫຍໍ້

ບໍ່ໄດ້ຈໍາແນກແລ້ວໂດຍພິສະດານ ກໍຍັງເປັນໄປເພື່ອການຕັດຂາດໂວຫາຣ (ການລົງທຶນເພື່ອ

ກໍາໄລ) ໃນອະຣິຍະວິນັຍນັ້ນ, ຂໍພຣະຜູ່ມີພຣະພາຄເຈົ້າ ຈົ່ງຈໍາແນກທັມ ໘ ປະການເຫຼົ່ານີ້ໂດຍ

ພິສະດານ ເພາະອາໄສຄວາມເອັນດູແກ່ຂ້ານ້ອຍເຖີ້ນ”.

ຄະຫະບໍດີ ! ເມື່ອເປັນເຊັ່ນນັ້ນ ທ່ານຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ ເຮົາຈະກ່າວ.

ຄະຫະບໍດີ ! ຂໍ້ທີ່ເຮົາກ່າວວ່າ “ອາໄສກັມອັນບໍ່ເປັນປານາຕິບາຕ ລະເສຍຊຶ່ງກັມອັນເປັນປານາຕິບາຕ” ດັ່ງນີ້ນັ້ນ ເຮົາກ່າວເພາະອາໄສເຫຕຜົລດັ່ງນີ້ວ່າ : ອາຣິຍະສາວົກໃນກໍລະນີນີ້ ຍ່ອມໃຄ່ຄວນເຫັນດັ່ງນີ້ວ່າ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໑໗

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ