ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
໓. ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້ ດ້ວຍ ແລະ ຈັກເປັນຜູ່ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ປະກອບດ້ວຍຈິຕອັນຍິ່ງທັງສີ່ເຫຼົ່າໃດດ້ວຍ ດັ່ງນີ້ແລ້ວ ; ອະນຸຣຸດທະ ! ເມື່ອນັ້ນຣຸກຂະມູລະເສນາສະນະ ຈັກປາກົດແກ່ເຈົ້າ ຜູ່ສັນໂດດ ເປັນຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຕື່ນຢ້ານ ດ້ວຍຜາສຸກວິຫາຣອັນກ້າວລົງສູ່ນິບພານ ຄືກັບເຮືອນຍອດ ຂອງຄະຫະບໍດີ ຫຼື ຄະຫະບໍດີບຸຕ ອັນເປັນເຮືອນຍອດທີ່ໂບກຂຶ້ນໂບກລົງດີແລ້ວ ລົມຜ່ານບໍ່ໄດ້ ມີຫຼິ້ມຂັດແໜ້ນໜາ ມີປ່ອງຢ້ຽມອັດແຈບດີ (ເປັນທີ່ໜ້າຍິນດີຢ່າງຍິ່ງ), ເຊັ່ນໃດກໍເຊັ່ນນັ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໑໓
໔. ອະນຸຣຸທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້ ດ້ວຍ ແລະ ຈັກເປັນຜູ່ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ປະກອບດ້ວຍຈິຕອັນຍິ່ງທັງສີ່ເຫຼົ່າໃດດ້ວຍ ດັ່ງນີ້ແລ້ວ ; ອະນຸຣຸດທະ ! ເມື່ອນັ້ນ ບ່ອນນັ່ງບ່ອນນອນທີ່ເຮັດດ້ວຍຫຍ້າ ຈັກປາກົດແກ່ເຈົ້າ ຜູ່ສັນໂດດ ເປັນຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຕື່ນຢ້ານ ດ້ວຍຜາສຸກ
ວິຫາຣອັນກ້າວລົງສູ່ນິບພານ ຄືກັບບັນລັງ ຂອງຄະຫະບໍດີ ຫຼື ຄະຫະບໍດີບຸຕ ອັນປູດ້ວຍຜ້າໂກເຊົາຂົນຍາວ ປູດ້ວຍຂົນແກະສີຂາວ ປູດ້ວຍຜ້າສັນຖານເປັນຊໍ່ດອກໄມ້ ມີເຄື່ອງປູຢ່າງດີອັນເຮັດດ້ວຍໜັງກວາງ ມີເພດານຢູ່ເທິງ ມີໝອນຂ້າງແດງສອງເບື້ອງ (ເປັນທີ່ໜ້າຍິນດີຢ່າງຍິ່ງ), ເຊັ່ນໃດກໍເຊັ່ນນັ້ນ.
໕. ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້ ດ້ວຍ ແລະ ຈັກເປັນຜູ່ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ປະກອບດ້ວຍຈິຕອັນຍິ່ງທັງສີ່ເຫຼົ່າໃດດ້ວຍ ດັ່ງນີ້ແລ້ວ ; ອະນຸຣຸດທະ ! ເມື່ອນັ້ນປູຕິມຸຕຕະເພສັຊ (ຢາດອງດ້ວຍນໍ້າມູຕເນົ່າ) ຈະປາກົດແກ່ເຈົ້າ ຜູ່ສັນໂດດ ເປັນຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຕື່ນຢ້ານ ດ້ວຍຜາສຸກວິຫາຣອັນກ້າວລົງສູ່ນິບພານ ຄືກັບເພສັຊນານາຊະນິດ ຂອງຄະຫະບໍດີ ຫຼື ຄະຫະບໍດີບຸຕ ອັນໄດ້ແກ່ : ເນີຍໃສ ເນີຍຂຸ້ນ ນໍ້າມັນ ນໍ້າເຜິ້ງ ນໍ້າອ້ອຍ (ເປັນທີ່ໜ້າຍິນດີຢ່າງຍິ່ງ), ເຊັ່ນໃດກໍເຊັ່ນນັ້ນ.
- ອັຕຖກ. ອັງ. ໒໓/໒໓໓-໒໓໕/໑໒໐.
໑໑໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ການດໍາຣົງຊີບຖືກຕ້ອງ ຄືການລົງທຶນເພື່ອນິບພານ
(ພຣະຜູ່ມີພຣະພາຄແລ້ວຈາກການບິນດະບາຕ ໃນແຖວຕະຫຼາດແຫ່ງອັງຄຸຕຕຣາປະນິຄົມ ແລ້ວສະເດັດເຂົ້າໄປປະທັບເພື່ອທິວາວິຫາຣ ໃນພະນາສນທ໌ໃກ້ເຂຕນັ້ນ ປະທັບນັ່ງຢູ່ນະເຫງົ້າຕົ້ນໄມ້ແຫ່ງໜຶ່ງ. ຄະຫະບໍດີຄົນໜຶ່ງຊື່ໂປຕະລິຢະ ຜູ່ອາໄສຢູ່ໃນເຂຕນັ້ນ ຊຶ່ງໄດ້ຈັດຕົນເອງໄວ້ໃນຖານະເປັນຜູ່ສໍາເລັດກິຈຈ໌ແຫ່ງຊີວິຕ ພົ້ນຈາກຂໍ້ຜູກພັນຂອງຄະຣາວາສ ຍົກຊັບສົມບັດໃຫ້ລູກຫຼານໝົດແລ້ວ ດໍາຣົງຊີວິຕຢ່າງຄົນຫຼຸດພົ້ນຕາມທີ່ເຂົາສົມມຸດກັນ ນຸ່ງຫົ່ມຢ່າງຄົນທີ່ຖືກັນວ່າ
ຫຼຸດພົ້ນແລ້ວ ມີຄັນຮົ່ມ ມີເກີບ ຍ່າງທ່ຽວຫາການພັກຜ່ອນຕາມປ່າ ໄດ້ເຂົ້າໄປສູ່ພະນາສນທ໌ທີ່
ພຣະອົງກໍາລັງປະທັບຢູ່ ທັກທາຍໃຫ້ເກີດຄວາມຄຸ້ນເຄີຍກັນແລ້ວ, ຢືນຢູ່ ນະ ບ່ອນເບື້ອງໜຶ່ງ. ພຣະຜູ່ມີພຣະພາຄໄດ້ຕຣັດແກ່ ໂປຕະລິຢະຄະຫະບໍດີ ຜູ່ຢືນຢູ່ແນວນັ້ນວ່າ :
ຄະຫະບໍດີ ! ບ່ອນນັ່ງກໍມີຢູ່ ເຊີນທ່ານນັ່ງຕາມປະສົງ.
(ໂປຕະລີຍະຄະຫະບໍດີຄຽດ ບໍ່ພໍໃຈ ໃນຂໍ້ທີ່ພຣະພຸດທະອົງ ຕຣັດເອີ້ນເຂົາວ່າເປັນຄະຫະບໍດີ ໃນເມື່ອເຂົາຈັດຕົນເອງວ່າ ເປັນຜູ່ພົ້ນຈາກຄວາມເປັນຜູ່ປະກອບກິຈຈ໌ແບບຄະຣາວາສ ຊຶ່ງເປັນຄືກັບວ່າການດູຖູກເຂົາຢ່າງແຮງ ເຂົາກໍຢືນເສີຍຢູ່ບໍ່ນັ່ງລົງ ; ເຖິງວ່າພຣະຜູ່ມີພຣະພາຄເຈົ້າ ຕຣັດເຊື້ອເຊີນເຂົາເປັນຄັ້ງທີສອງ ດ້ວຍຖ້ອຍຄໍາແບບດຽວກັນ ເຂົາກໍຄຽດ ບໍ່ພໍໃຈ ຢືນເສີຍຢູ່ບໍ່ນັ່ງລົງ ; ເມື່ອພຣະອົງຕຣັດເຊື້ອເຊີນເຂົາ ໃຫ້ນັ່ງລົງເປັນຄັ້ງທີສາມ ດ້ວຍຖ້ອຍຄໍາແບບດຽວກັນອີກ ເຂົາກໍກ່າວຕອບດ້ວຍຄວາມໃຈຮ້າຍ ບໍ່ພໍໃຈວ່າ :








