ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ອະນຸຣຸດທະ ! ແຕ່ເຈົ້າຄວນຈະຕຶກມະຫາປຸຣິສະວິຕົກ ຂໍ້ທີ ໘ ນີ້ດ້ວຍ ວ່າ :

“໘. ທັມມະນີ້ສໍາລັບຜູ່ພໍໃຈໃນຄວາມບໍ່ຊັກຊ້າ໑, ຜູ່ຍິນດີໃນຄວາມບໍ່ຊັກຊ້າ, ທັມມະນີ້ບໍ່ແມ່ນສໍາລັບຜູ່ພໍໃຈໃນຄວາມຊັກຊ້າ ຜູ່ຍິນດີໃນຄວາມຊັກຊ້າ” ດັ່ງນີ້.

໑. ທັມທີ່ເຮັດຄວາມຊັກຊ້າແກ່ການບັນລຸນິບພານຄື : ຕັນຫາ ມານະ ທິຕຖິ. ເຂົາເປັນຜູ່ຍິນດີພໍໃຈໃນ

ຄວາມປາສະຈາກຕັນຫາ ມານະ ແລະ ທິຕຖິ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໑໑

(ອານິສົງສ໌ແຫ່ງການດໍາຣົງຊີບຖືກຕ້ອງ ໂດຍຫຼັກແຫ່ງມະຫາປຸຣິສະວິຕົກແປດ)

ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້, ເມື່ອນັ້ນ ເຈົ້າຈັກຫວັງໄດ້ ຊຶ່ງຄວາມເປັນຜູ່ສະຫງັດແລ້ວຈາກກາມ ສະຫງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊຶ່ງ ປະຖົມມະຊານ ອັນປະກອບດ້ວຍວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກ ແລ້ວແລຢູ່ ຕາມທີ່ເຈົ້າຫວັງ.

ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້, ເມື່ອນັ້ນ ເຈົ້າຈັກຫວັງໄດ້ ຊຶ່ງຄວາມເປັນຜູ່ເຂົ້າເຖິງຊຶ່ງ ທຸຕິຢະຊານ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ເປັນທັມອັນເອກຜຸດມີຂຶ້ນ ມີປີຕິແລະສຸຂ ອັນເກີດຈາກສະມາທິ ບໍ່ປະກອບດ້ວຍວິຕົກ ບໍ່ປະກອບດ້ວຍວິຈາຣ ເພາະຄວາມລະງັບໄປແຫ່ງວິຕົກແລະວິຈາຣທັງຫຼາຍ ແລ້ວແລຢູ່ ຕາມທີ່ເຈົ້າຫວັງ.

ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້, ເມື່ອນັ້ນ ເຈົ້າຈັກຫວັງໄດ້ ຊຶ່ງຄວາມເປັນຜູ່ຢູ່ອຸເປກຂາ ມີສະຕິ ແລະ ສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ເພາະຄວາມຈາງຄາຍແຫ່ງປີຕິ ເຂົ້າເຖິງຊຶ່ງ ຕະຕິຢະຊານ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວວ່າ “ຜູ່ໄດ້ຊານນີ້ເປັນຜູ່ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ແລ້ວແລຢູ່ ຕາມທີ່ເຈົ້າຫວັງ.

ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້, ເມື່ອນັ້ນ ເຈົ້າຈັກຫວັງໄດ້ ຊຶ່ງຄວາມເປັນຜູ່ເຂົ້າເຖິງຊຶ່ງ ຈະຕຸຕຖະຊານ ອັນບໍ່ມີຄວາມທຸກຂ໌ແລະຄວາມສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາຕ ບໍຣິສຸດເພາະ

ອຸເປກຂາ ເພາະລະເສຍໄດ້ຊຶ່ງສຸຂ ແລະເພາະລະເສຍໄດ້ຊຶ່ງທຸກຂ໌ ເພາະຄວາມດັບໄປແຫ່ງໂສມະນັສສະ ແລະ ໂທມະນັສສະໃນການກ່ອນ ແລ້ວແລຢູ່ ຕາມທີ່ເຈົ້າຫວັງ.

໑໑໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ

(ອານິສົງສ໌ທີ່ຄວບຄຸມໄປເຖິງຄວາມໝາຍແຫ່ງປັຈຈັຍສີ່)

໑. ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້ ດ້ວຍ ແລະ ຈັກເປັນຜູ່ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ປະກອບດ້ວຍຈິຕອັນຍິ່ງທັງສີ່ເຫຼົ່ານີ້ ດ້ວຍ ດັ່ງນີ້ແລ້ວ ; ອະນຸຣຸດທະ ! ເມື່ອນັ້ນ ຜ້າບັງສະກຸລະຈີວອຣຈັກປາກົດແກ່ເຈົ້າ ຜູ່ສັນໂດດ ເປັນຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຕື່ນຢ້ານ ດ້ວຍຜາສຸກວິຫາຣອັນກ້າວລົງສູ່ນິບພານ ຄືກັບຜ້າທີ່ເຕັມຢູ່ໃນຫີບຜ້າ ທີ່ຍ້ອມດ້ວຍສີຕ່າງໆ ຂອງຄະຫະບໍດີ ຫຼື ຄະຫະບໍດີບຸຕ (ເປັນທີ່ໜ້າຍິນດີຢ່າງຍິ່ງ), ເຊັ່ນໃດກໍເຊັ່ນນັ້ນ.

໒. ອະນຸຣຸດທະ ! ເມື່ອໃດ ເຈົ້າຈັກຕຶກຊຶ່ງມະຫາປຸຣິສະວິຕົກທັງ ໘ ປະການເຫຼົ່ານີ້ ດ້ວຍ ແລະ ຈັກເປັນຜູ່ໄດ້ຕາມປາຖນາ ໄດ້ໂດຍບໍ່ຍາກ ໄດ້ໂດຍບໍ່ລໍາບາກຊຶ່ງຊານ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມ ປະກອບດ້ວຍຈິຕອັນຍິ່ງທັງສີ່ເຫຼົ່ານີ້ ດ້ວຍ ດັ່ງນີ້ແລ້ວ ; ອະນຸຣຸດທະ ! ເມື່ອນັ້ນ ກ້ອນເຂົ້າທີ່ເຈົ້າໄດ້ມາດ້ວຍລໍາແຂ່ງ ຈັກປາກົດແກ່ເຈົ້າ ຜູ່ສັນໂດດ ເປັນຢູ່ດ້ວຍຄວາມຍິນດີ ດ້ວຍຄວາມບໍ່ຕື່ນຢ້ານ ດ້ວຍຜາສຸກ

ວິຫາຣອັນກ້າວລົງສູ່ນິບພານ ຄືກັບເຂົ້າສຸກແຫ່ງເຂົ້າສາລີບໍ່ມີເມັດດໍາ ມີແກງ ແລະ ກັບແກ້ມຢ່າງຫຼວງຫຼາຍ ຂອງຄະຫະບໍດີ ຫຼື ຄະຫະບໍດີບຸຕ (ເປັນທີ່ໜ້າຍິນດີຢ່າງຍິ່ງ), ເຊັ່ນໃດກໍເຊັ່ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ