ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(໒) ອີກຢ່າງໜຶ່ງ ພິກຂຸເປັນຜູ່ ສັນໂດດດ້ວຍບິນດະບາຕຕາມມີຕາມໄດ້ ແລະເປັນ ຜູ່ສັນລະເສີນຄວາມສັນໂດດດ້ວຍບິນດະບາຕຕາມມີຕາມໄດ້, ບໍ່ເຮັດອະເນສະນາ (ການສະແຫວງຫາບໍ່ສົມຄວນ) ເພາະບິນດະບາຕເປັນເຫຕ, ບໍ່ໄດ້ບິນດະບາຕກໍບໍ່ທຸລົນທຸລາຍ, ໄດ້ບິນດະບາຕແລ້ວກໍບໍ່ຍິນດີມົວເມົາພົວພັນ, ເຫັນສ່ວນທີ່ເປັນໂທດແຫ່ງ

ສັງສາຣະວັຕ, ມີປັນຍາໃນອຸບາຍທີ່ຈະຖອນຕົນອອກຢູ່ສະເໝີ, ບໍຣິໂພຄບິນດະບາຕ ນັ້ນ. ອີກຢ່າງໜຶ່ງ ບໍ່ຍົກຕົນ ບໍ່ຂົ່ມຜູ່ອື່ນ ຍ້ອນຄວາມສັນໂດດດ້ວຍບິນດະບາຕຕາມມີຕາມໄດ້ນັ້ນ. ກໍພິກຂຸໃດເປັນຜູ່ສະຫຼາດ ບໍ່ຂີ້ຄ້ານ ມີສັມປະຊັນຍະ ມີສະຕິໝັ້ນໃນຄວາມສັນໂດດ ດ້ວຍບິນດະບາຕຕາມມີຕາມໄດ້ນັ້ນ ເຮົາເອີ້ນພິກຂຸນີ້ວ່າ ຜູ່ຕັ້ງຢູ່ໃນອະຣິຍະວົງສ໌ ອັນປາກົດວ່າເປັນທັມເລີດມາແຕ່ເກົ່າກ່ອນ.

(໓) ອີກຢ່າງໜຶ່ງ ພິກຂຸເປັນຜູ່ ສັນໂດດດ້ວຍເສນາສະນະຕາມມີຕາມໄດ້ ແລະເປັນ ຜູ່ສັນລະເສີນຄວາມສັນໂດດດ້ວຍເສນາສະນະຕາມມີຕາມໄດ້, ບໍ່ເຮັດອະເນສະນາ (ການສະແຫວງຫາບໍ່ສົມຄວນ) ເພາະເສນາສະນະເປັນເຫຕ, ບໍ່ໄດ້ເສນາສະນະກໍບໍ່ທຸລົນທຸລາຍ, ໄດ້ເສນາສະນະແລ້ວກໍບໍ່ຍິນດີມົວເມົາພົວພັນ, ເຫັນສ່ວນທີ່ເປັນໂທດແຫ່ງສັງສາຣະວັຕ, ມີປັນຍາໃນອຸບາຍທີ່ຈະຖອນຕົນອອກຢູ່ສະເໝີ,

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໑໐໙

ໃຊ້ສອຍເສນາສະນະນັ້ນ. ອີກຢ່າງໜຶ່ງ ບໍ່ຍົກຕົນ ບໍ່ຂົ່ມຜູ່ອື່ນ ຍ້ອນຄວາມສັນໂດດດ້ວຍເສນາສະນະຕາມມີຕາມໄດ້ນັ້ນ. ກໍພິກຂຸໃດເປັນຜູ່ສະຫຼາດ ບໍ່ຂີ້ຄ້ານ ມີສັມປະ ຊັນຍະ ມີສະຕິໝັ້ນໃນຄວາມສັນໂດດ ດ້ວຍເສນາສະນະຕາມມີຕາມໄດ້ນັ້ນ ເຮົາເອີ້ນພິກຂຸນີ້ວ່າ ຜູ່ຕັ້ງຢູ່ໃນອະຣິຍະວົງສ໌ ອັນປາກົດວ່າເປັນທັມເລີດມາແຕ່ເກົ່າກ່ອນ.

(໔) ອີກຢ່າງໜຶ່ງ ພິກຂຸເປັນຜູ່ມີໃຈຍິນດີໃນການບໍາເພັນສິ່ງທີ່ຄວນບໍາເພັນ ຍິນດີແລ້ວດ້ວຍການບໍາເພັນ, ເປັນຜູ່ມີໃຈໃນການລະສິ່ງທີ່ຄວນລະ ຍິນດີແລ້ວໃນການລະສິ່ງທີ່ຄວນລະ. ອີກຢ່າງໜຶ່ງ ບໍ່ຍົກຕົນ ບໍ່ຂົ່ມຜູ່ອື່ນ ຍ້ອນເຫຕດັ່ງກ່າວນັ້ນ. ກໍພິກຂຸໃດເປັນຜູ່ສະຫຼາດ ບໍ່ຂີ້ຄ້ານ ມີສັມປະຊັນຍະ ມີສະຕິໝັ້ນໃນການບໍາເພັນສິ່ງທີ່ຄວນ ບໍາເພັນ ແລະການລະສິ່ງທີ່ຄວນລະນັ້ນ ເຮົາເອີ້ນພິກຂຸນີ້ວ່າ ຜູ່ຕັ້ງຢູ່ໃນອະຣິຍະວົງສ໌ ອັນປາກົດວ່າເປັນທັມເລີດມາແຕ່ເກົ່າກ່ອນ

ພິກຂຸ ທ. ! ອະຣິຍະວົງສ໌ສີ່ຢ່າງນີ້ແລ ປາກົດວ່າເປັນທັມເລີດ ຍືນຍົງ ເປັນແບບແຜນມາແຕ່ເກົ່າກ່ອນ ບໍ່ຖືກປະຖິ້ມແລ້ວ ບໍ່ເຄີຍຖືກປະຖິ້ມເລີຍ ບໍ່ຖືກປະຖິ້ມຢູ່ ຈະບໍ່ຖືກປະຖິ້ມ ເປັນທັມອັນສະມະນະພຣາມທັງຫຼາຍ ທີ່ເປັນຜູ່ຮູ້ບໍ່ຄັດຄ້ານແລ້ວ.

ພິກຂຸ ທ. ! ນີ້ແລ ພິກຂຸຜູ່ປະກອບພ້ອມແລ້ວ ດ້ວຍອະຣິຍະວົງສ໌ສີ່ຢ່າງເຫຼົ່ານີ້ ເຖິງຈະຢູ່ໃນທິສຕາເວັນອອກ ... ທິສຕາເວັນຕົກ ... ທິສເໜືອ... ທິສໃຕ້ ເຂົາຍ່ອມຢໍ່າຍີຄວາມບໍ່ຍິນດີເສຍໄດ້ຝ່າຍດຽວ ຄວາມບໍ່ຍິນດີກໍບໍ່ອາດຢໍ່າຍີເຂົາໄດ້. ທີ່ເປັນເຊັ່ນນັ້ນ ຍ້ອນຫຍັງ ? ຍ້ອນວ່າ ພິກຂຸຜູ່ມີປັນຍາ ຍ່ອມເປັນຜູ່ຢໍ່າຍີເສຍໄດ້ທັງຄວາມບໍ່ຍິນດີ ແລະ ຄວາມຍິນດີ. ດັ່ງນີ້.

- ຈຕຸກກ. ອັງ. ໒໑/໓໕/໒໘.

໑໑໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ການດໍາຣົງຊີບຖືກຕ້ອງ ໂດຍຫຼັກແຫ່ງມະຫາປຸຣິສະວິຕົກ (ແປດຢ່າງ)

(ຫຼື ການດໍາຣົງຊີວິຕຖືກຕ້ອງຂອງພຣະອະຣິຍະເຈົ້າ)

ດີລະ ດີລະ ອະນຸຣຸດທະ ! ທີ່ເຈົ້າຄິດແລ້ວຊຶ່ງມະຫາປຸຣິສະວິຕົກ ວ່າ :

“໑. ທັມມະນີ້ສໍາລັບຜູ່ມີຄວາມປາຖນາໜ້ອຍ, ທັມມະນີ້ ບໍ່ແມ່ນສໍາລັບຜູ່ມີປາຖນາຫຼາຍ.

໒. ທັມມະນີ້ສໍາລັບຜູ່ສັນໂດດ, ທັມມະນີ້ບໍ່ແມ່ນສໍາລັບຜູ່ບໍ່ສັນໂດດ.

໓. ທັມມະນີ້ສໍາລັບຜູ່ສະງົບງຽບ, ທັມມະນີ້ບໍ່ແມ່ນສໍາລັບຜູ່ຍິນດີດ້ວຍການຄຸກຄີໃນໝູ່.

໔. ທັມມະນີ້ສໍາລັບຜູ່ປາຣົບຄວາມພຽນ, ທັມມະນີ້ບໍ່ແມ່ນສໍາລັບຜູ່ຂີ້ຄ້ານ.

໕. ທັມມະນີ້ ສໍາລັບຜູ່ມີສະຕິອັນເຂົ້າໄປຕັ້ງໄວ້, ທັມມະນີ້ບໍ່ແມ່ນສໍາລັບຜູ່ມີສະຕິອັນຫຼົງລືມ.

໖. ທັມມະນີ້ສໍາລັບຜູ່ມີຈິຕຕັ້ງໝັ້ນ, ທັມມະນີ້ບໍ່ແມ່ນສໍາລັບຜູ່ມີຈິຕບໍ່ຕັ້ງໝັ້ນ.

໗. ທັມມະນີ້ສໍາລັບຜູ່ມີປັນຍາ, ທັມມະນີ້ບໍ່ແມ່ນສໍາລັບຜູ່ດ້ອຍປັນຍາ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ