ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ຄະຫະບໍດີບຸຕ ! ທິສເບື້ອງໜ້າຄືມານດາບິດາ ອັນບຸຕປະຕິບັຕຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະບຸຕໂດຍຖານະ ໕ ປະການຄື : ຫ້າມເສຍຈາກບາບ ໑ ໃຫ້ຕັ້ງຢູ່ໃນຄວາມດີ ໑ ໃຫ້ສຶກສາສິລະປະ ໑ ໃຫ້ມີຄູ່ຄອງທີ່ສົມຄວນ ໑ ມອບມໍລະດົກໃຫ້ຕາມເວລາ ໑.

ເມື່ອເປັນດັ່ງນີ້ ທິສເບື້ອງໜ້ານັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງຂວາ)

ຄະຫະບໍດີບຸຕ ! ທິສເບື້ອງຂວາຄືອາຈາຣຍ໌ ອັນສິສຄວນປະຕິບັຕຕໍ່ໂດຍຖານະ ໕ ປະການຄື : ດ້ວຍການລຸກຂຶ້ນຢືນຮັບ ໑ ດ້ວຍການເຂົ້າໄປຢືນຄອຍຮັບໃຊ້ ໑ ດ້ວຍການເຊື່ອຟັງຢ່າງຍິ່ງ ໑ ດ້ວຍການອຸປັຕຖາກ ໑ ດ້ວຍການສຶກສາສິລະປະວິທະຍາໂດຍເຄົາລົບ ໑.

໑໐໙໖ ອະຣິຍະສັຈຈ໌ຈາກພຣະໂອຖະ

ຄະຫະບໍດີບຸຕ ! ທິສເບື້ອງຂວາຄືອາຈາຣຍ໌ ອັນສິສປະຕິບັຕຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສິສໂດຍຖານະ ໕ ປະການຄື : ແນະນໍາດີ ໑ ໃຫ້ສຶກສາດີ ໑ ບອກສິລະປະວິທະຍາໂດຍບໍ່ປິດບັງ ໑ ເຮັດໃຫ້ເປັນທີ່ຮູ້ຈັກໃນມິຕສະຫາຍ ໑ ເຮັດການຄຸ້ມຄອງໃຫ້ໃນທິສທັງປວງ ໑.

ເມື່ອເປັນດັ່ງນີ້ ທິສເບື້ອງຂວານັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງຫຼັງ)

ຄະຫະບໍດີບຸຕ ! ທິສເບື້ອງຫຼັງຄືພັນລະຍາ ອັນສາມີຄວນປະຕິບັຕຕໍ່ໂດຍຖານະ ໕ ປະການຄື : ດ້ວຍການຍົກຍ້ອງ ໑ ດ້ວຍການບໍ່ດູໝິ່ນ ໑ ດ້ວຍການບໍ່ປະພຶຕນອກໃຈ ໑ ດ້ວຍການມອບຄວາມເປັນໃຫຍ່ໃນໜ້າທີ່ໃຫ້ ໑ ດ້ວຍການໃຫ້ເຄື່ອງປະດັບ ໑.

ຄະຫະບໍດີບຸຕ ! ທິສເບື້ອງຫຼັງຄືພັນລະຍາ ອັນສາມີປະຕິບັຕຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສາມີໂດຍຖານະ ໕ ປະການຄື : ຈັດແຕ່ງການງານດີ ໑ ສົງເຄາະຄົນໃກ້ຄຽງດີ ໑ ບໍ່ປະພຶຕນອກໃຈ ໑ ຕາມຮັກສາຊັບທີ່ມີຢູ່ ໑ ຂະຫຍັນຂັນແຂງໃນການງານທັງປວງ ໑.

ເມື່ອເປັນດັ່ງນີ້ ທິສເບື້ອງຫຼັງນັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໐໙໗

(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງຊ້າຍ)

ຄະຫະບໍດີບຸຕ ! ທິສເບື້ອງຊ້າຍຄືມິຕສະຫາຍ ອັນກຸລະບຸຕຄວນປະຕິບັຕຕໍ່ໂດຍຖານະ ໕ ປະການຄື : ດ້ວຍການແບ່ງປັນ ໑ ດ້ວຍການເວົ້າຈາມ່ວນ ໑ ດ້ວຍການປະພຶຕປະໂຍຊນ໌ ໑ ດ້ວຍການວາງຕົນສະເໝີກັນ ໑ ດ້ວຍການບໍ່ກ່າວຄໍາອັນເປັນເຄື່ອງໃຫ້ແຕກກັນ ໑.

ຄະຫະບໍດີບຸຕ ! ທິສເບື້ອງຊ້າຍຄືມິຕສະຫາຍ ອັນກຸລະບຸຕປະຕິບັຕຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະໃຫ້ມິຕສະຫາຍໂດຍຖານະ ໕ ປະການຄື : ຮັກສາມິຕຜູ່ປະມາດແລ້ວ ໑ ຮັກສາຊັບຂອງມິຕຜູ່ປະມາດແລ້ວ ໑ ເປັນທີ່ເພິ່ງແກ່ມິຕຜູ່ມີພັຍ ໑ ບໍ່ປະຖິ້ມໃນຍາມມີອັນຕະລາຍ ໑ ນັບຖືສະມາຊິກໃນຕະກູນຂອງມິຕ ໑.

ເມື່ອເປັນດັ່ງນີ້ ທິສເບື້ອງຊ້າຍນັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງຕໍ່າ)

ຄະຫະບໍດີບຸຕ ! ທິສເບື້ອງຕໍ່າຄືທາສກັມມະກອນ ອັນເຈົ້ານາຍຄວນປະຕິບັຕຕໍ່ໂດຍຖານະ ໕ ປະການຄື : ດ້ວຍໃຫ້ເຮັດວຽກຕາມກໍາລັງ ໑ ດ້ວຍການໃຫ້ອາຫາຣ ແລະລາງວັນ ໑ ດ້ວຍການຮັກສາພະຍາບານຍາມເຈັບໄຂ້ ໑ ດ້ວຍການແບ່ງຂອງມີຣົສຊາດແປກໃຫ້ ໑ ດ້ວຍການປ່ອຍໃຫ້ອິດສະຫຼະຕາມສະໄໝ ໑.

ຄະຫະບໍດີບຸຕ ! ທິສເບື້ອງຕໍ່າຄືທາສກັມມະກອນ ອັນເຈົ້ານາຍປະຕິບັຕຕໍ່ໂດຍຖານະ ໕ ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະເຈົ້ານາຍໂດຍຖານະ ໕ ປະການຄື : ເປັນຜູ່ລຸກຂຶ້ນເຮັດວຽກກ່ອນນາຍ ໑ ເລີກວຽກລຸນຫຼັງນາຍ ໑ ຖືເອົາແຕ່ຂອງທີ່ນາຍໃຫ້ ໑ ເຮັດການງານໃຫ້ດີທີ່ສຸດ ໑ ນໍາກຽດຕິຄຸນຂອງນາຍໄປເລົ່າລື ໑.

໑໐໙໘ ອະຣິຍະສັຈຈ໌ຈາກພຣະໂອຖະ

ເມື່ອເປັນດັ່ງນີ້ ທິສເບື້ອງຕໍ່ານັ້ນ ເປັນອັນວ່າກຸລະບຸຕນັ້ນປິດກັ້ນແລ້ວ ເປັນທິສກະເສມ ບໍ່ມີພັຍເກີດຂຶ້ນ.

(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງເທິງ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ