ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
- ປັນຈກ. ອັງ. ໒໒/໒໔໕-໒໔໗/໑໘໑-໑໙໐.
ການດໍາຣົງຊີບຖືກຕ້ອງໂດຍທິສຫົກ ຂອງຄະຣາວາສ
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ໃນອະຣິຍະວິນັຍ ມີການນອບນ້ອມທິສທັງຫົກແນວໃດ ຂ້ານ້ອຍ ! ຂໍພຣະອົງຈົ່ງຊົງສະແດງທັມ ທີ່ເປັນການນອບນ້ອມທິສທັງຫົກ ໃນອະຣິຍະວິນັຍເຖີ້ນ”
ຄະຫະບໍດີບຸຕ ! ເມື່ອໃດ ອະຣິຍະສາວົກລະເສຍໄດ້ຊຶ່ງກັມກິເລສ ໔ ປະການ ບໍ່ເຮັດກັມອັນເປັນບາບໂດຍຖານະທັງສີ່ ແລະ ບໍ່ເສບທາງເສື່ອມ (ອະບາຍະມຸກຂ໌) ແຫ່ງໂພຄະ ໖ ທາງ, ເມື່ອນັ້ນ ເຂົາຊື່ວ່າເປັນຜູ່ປາສະຈາກກັມອັນເປັນບາບ ລວມ ໑໔ ຢ່າງ ເປັນຜູ່ປິດກັ້ນທິສທັງຫົກ ໂດຍສະເພາະແລ້ວ ; ດ້ວຍອາການເຊັ່ນນີ້ຊື່ວ່າ ເຂົາປະຕິບັຕແລ້ວເພື່ອຊະນະໂລກທັງສອງ, ທັງໂລກນີ້ແລະໂລກອື່ນ ເປັນອັນເຂົາຕັ້ງໜ້າ ເຮັດຄົບຖ້ວນແລ້ວ (ອາຣັດໂດ), ເຂົາເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ, ດັ່ງນີ້.
໑໐໙໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ກັມກິເລສ ໔ ປະການ ອັນອະຣິຍະສາວົກນັ້ນ ລະເສຍໄດ້ແລ້ວ ເປັນແນວໃດໜໍ ? ຄະຫະບໍດີບຸຕ ! ປານາຕິບາຕ ເປັນກັມກິເລສ, ອະທິນນາທານ ເປັນກັມກິເລສ, ກາເມສຸມິຈສາຈາຣ ເປັນກັມກິເລສ, ມຸສາວາດ ເປັນກັມກິເລສ, ກັມກິເລສ ໔ ປະການເຫຼົ່ານີ້ ເປັນກັມອັນອະຣິຍະສາວົກນັ້ນລະຂາດແລ້ວ.
ອະຣິຍະສາວົກ ບໍ່ເຮັດກັມອັນເປັນບາບ ໂດຍຖານະທັງສີ່ເປັນແນວໃດໜໍ ? ຜູ່ເຖິງຊຶ່ງ ສັນທາຄະຕິ ຊື່ວ່າການເຮັດອັນເປັນບາບ, ຜູ່ເຖິງຊຶ່ງ ໂທສາຄະຕິ ຊື່ວ່າເຮັດກັມອັນເປັນບາບ, ຜູ່ເຖິງຊຶ່ງ ໂມຫະຄະຕິ ຊື່ວ່າເຮັດກັມອັນເປັນບາບ, ຜູ່ເຖິງຊຶ່ງ ພະຢາຄະຕິ ຊື່ວ່າເຮັດກັມອັນເປັນບາບ. ຄະຫະບໍດີບຸຕ ! ເມື່ອໃດອະຣິຍະສາວົກ ບໍ່ເຖິງຊຶ່ງສັນທາຄະຕິ ບໍ່ເຖິງຊຶ່ງສັນທາຄະຕິ ບໍ່ເຖິງຊຶ່ງໂມຫະຄະຕິ ບໍ່ເຖິງຊຶ່ງພະຢາຄະຕິ ; ເມື່ອນັ້ນຊື່ວ່າ ບໍ່ເຮັດກັມອັນເປັນບາບໂດຍຖານະທັງສີ່ເຫຼົ່ານີ້, ດັ່ງນີ້.
ອະຣິຍະສາວົກ ບໍ່ເສບທາງເຊື່ອມແຫ່ງໂພຄະ ໖ ທາງ ເປັນແນວໃດໜໍ ? ຄະຫະບໍດີບຸຕ ! ການຕາມປະກອບໃນທັມ ເປັນທີ່ຕັ້ງແຫ່ງຄວາມປະມາດ ເນື່ອງດ້ວຍຂອງເມົາຄື ສຸຣາແລະເມຣັຍ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນການທ່ຽວຕາມຮ່ອມຊອຍໃນເວລາວິກາລ ເປັນທາງເສື່ອມແຫ່ງໂພຄະ, ການທ່ຽວໄປໃນບ່ອນຊຸມນຸມແຫ່ງຄວາມເມົາ (ສະມັດຊາພິຈະຣະນະ) ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນທັມ ເປັນທີ່ຕັ້ງແຫ່ງຄວາມປະມາດຄືການພະນັນ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນບາບມິຕ ເປັນທາງເສື່ອມແຫ່ງໂພຄະ, ການຕາມປະກອບໃນຄວາມຂີ້ຄ້ານ ເປັນທາງເສື່ອມແຫ່ງໂພຄະ.
(ຕໍ່ໄປນີ້ໄດ້ຕຣັດ ໂທດແຫ່ງອະບາຍະມຸກຂ໌ທັງຫົກ ແລະ ລັກສະນະແຫ່ງມິຕແທ້ ມິຕທຽມ ໂດຍລາຍລະອຽດ, ຜູ່ປະສົງສາມາດຫາເບິ່ງໄດ້ຈາກໜັງສືນະວະໂກວາດ ຫຼັກສູຕນັກທັມຊັ້ນຕຣີ ຊຶ່ງມີຢູ່ທຸກວັດວາອາຮາມ).
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາອາຊີວະ ໑໐໙໕
ຄະຫະບໍດີບຸຕ ! ອະຣິຍະສາວົກ ເປັນຜູ່ປິດກັ້ນທິສທັງຫົກໂດຍສະເພາະແລ້ວ ເປັນແນວໃດໜໍ ? ຄະຫະບໍດີບຸຕ ! ຈົ່ງຮູ້ວ່າທິສທັງຫົກເຫຼົ່ານີ້ມີຢູ່ ຄືຈົ່ງຮູ້ວ່າ ມານດາບິດາ ເປັນປຸຣັຕຖິມະທິສະ (ທິສເບື້ອງໜ້າ), ຈົ່ງຮູ້ວ່າ ອາຈາຣຍ໌ ເປັນທັກຂິນະທິສະ (ທິສເບື້ອງຂວາ), ຈົ່ງຮູ້ວ່າ ບຸຕພັນລະຍາ ເປັນປັຈສິມະທິສະ (ທິສເບື້ອງຫຼັງ), ຈົ່ງຮູ້ວ່າ ມິຕ ສະຫາຍ ເປັນອຸຕຕະຣະທິສະ (ທິສເບື້ອງຊ້າຍ), ຈົ່ງຮູ້ວ່າ ທາສກັມມະກອນ ເປັນເຫຕຖິມະທິສະ (ທິສເບື້ອງຕໍ່າ), ຈົ່ງຮູ້ວ່າ ສະມະນະພຣາມ ເປັນອຸປະຣິມະທິສະ (ທິສເບື້ອງເທິງ).
(ໜ້າທີ່ທີ່ຄວນປະຕິບັຕຕໍ່ທິສເບື້ອງໜ້າ)
ຄະຫະບໍດີບຸຕ ! ທິສເບື້ອງໜ້າຄືມານດາບິດາ ອັນບຸຕຄວນປະຕິບັຕຕໍ່ ໂດຍຖານະ ໕ ປະການ ດັ່ງນີ້ວ່າ : ເພິ່ນລ້ຽງເຮົາແລ້ວ ເຮົາຈັກລ້ຽງເພິ່ນ ໑ ເຮົາຈັກເຮັດກິຈຈ໌ຂອງເພິ່ນ ໑ ເຮົາຈັກດໍາຣົງວົງຕະກຸນ ໑ ເຮົາຈັກປະຕິບັຕຕົນເປັນທາຍາດ ໑ ເມື່ອເພິ່ນທັມການລະລ່ວງລັບໄປແລ້ວ ເຮົາຈັກເຮັດທັກຂິນາອຸທິສຫາເພິ່ນ ໑.








