ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້າພະເຈົ້າມີວາທະ ມີຄວາມເຫັນແນວນີ້ວ່າ ສິ່ງທັງປວງບໍ່ຄວນແກ່ຂ້າພະເຈົ້າ”.
ອັຄຄິເວສສະນະ ! (ຖ້າເຊັ່ນນັ້ນ) ຄວາມເຫັນຂອງທ່ານເອງທີ່ວ່າ “ສິ່ງທັງປວງບໍ່ຄວນແກ່ຂ້າພະເຈົ້າ” ດັ່ງນີ້ ນັ້ນກໍຕ້ອງບໍ່ຄວນແກ່ທ່ານ (ດ້ວຍເໝືອນກັນ).
“ຂ້າແຕ່ພຣະໂຄດົມຜູ່ຈະເຣີນ ! ຄວາມເຫັນແມ່ນວ່ານັ້ນຂອງຂ້າພະເຈົ້າ ຕ້ອງຄວນແກ່ຂ້າພະເຈົ້າ ວ່າຄວາມເຫັນຂອງຂ້າພະເຈົ້ານັ້ນເປັນເຊັ່ນນັ້ນແລ, ຄວາມເຫັນຂອງຂ້າພະເຈົ້ານັ້ນ ເປັນເຊັ່ນນັ້ນແລ (ຄືຖືກຕ້ອງ) ດັ່ງນີ້”.
໑. ຂໍ້ນີ້ໝາຍຄວາມວ່າ ພຣະຜູ່ມີພຣະພາຄເຈົ້າ ສາມາດສ້າງປະໂຍຊນ໌ໃຫ້ແກ່ບຸຄຄົນອື່ນ ຈົນໄດ້ບັນລຸມັຄຄ໌ຜົລ
ຫຼືເຂົ້າສູ່ໂລກອັນເປັນທິບໄດ້ ເປັນຫຍັງຈຶ່ງມີມິຈສາທິຕຖິກ່າວວ່າ ໃຜອື່ນຈັກເຮັດຫຍັງໃຫ້ແກ່ຜູ່ໃດໄດ້ ;
ຜູ່ກ່າວແນວນັ້ນ ຈຶ່ງຖືວ່າເປັນຜູ່ເຮັດອັນຕະລາຍຕໍ່ບຸຄຄົນອື່ນ ຈຶ່ງຈັດວ່າເປັນມິຈສາທິຕຖິ ຄວນແກ່ຄະຕິ
ຢ່າງໃດຢ່າງໜຶ່ງໃນບັນດາຄະຕິທັງສອງ, ນີ້ເອີ້ນວ່າ ໂທດທີ່ເກີດຈາກມິຈສາທິຕຖິໃນການເວົ້າ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໐໓
ອັຄຄິເວສສະນະເອີຍ ! ມັນມີຫຼາຍໆ ກວ່ານີ້ຍິ່ງແທ້ ໃນໂລກນີ້ ຄືພວກທີ່ກ່າວຢູ່ວ່າ “ຄວາມເຫັນຂອງຂ້າພະເຈົ້ານັ້ນ ເປັນເຊັ່ນນັ້ນແລ ຄວາມເຫັນຂອງຂ້າພະເຈົ້ານັ້ນ ເປັນເຊັ່ນນັ້ນແລ (ຄືຖືກຕ້ອງ)” ແລ້ວເຂົາບໍ່ລະຄວາມເຫັນນັ້ນເສຍ ແຕ່ໄປສ້າງຄວາມເຫັນອື່ນໃຫ້ເກີດຂຶ້ນອີກ. ອັຄຄິເວສສະນະເອີຍ ! ມັນມີໜ້ອຍໆ ກວ່ານີ້ຍິ່ງແທ້ ໃນໂລກນີ້ ຄືພວກທີ່ກ່າວຢູ່ວ່າ “ຄວາມເຫັນຂອງຂ້າພະເຈົ້ານັ້ນ ເປັນເຊັ່ນນັ້ນແລ ຄວາມເຫັນຂອງຂ້າພະເຈົ້ານັ້ນ ເປັນເຊັ່ນນັ້ນແລ (ຄືຖືກຕ້ອງ)” ແລ້ວເຂົາລະຄວາມເຫັນນັ້ນເສຍໄດ້ ແລະ ບໍ່ສ້າງຄວາມເຫັນອື່ນໃຫ້ເກີດຂຶ້ນອີກ.
ອັຄຄິເວສສະນະ ! ມີສະມະນະພຣາມພວກໜຶ່ງ ມີວາທະ ມີຄວາມເຫັນເຊັ່ນນີ້ວ່າ “ສິ່ງທັງປວງ ຄວນແກ່ຂ້າພະເຈົ້າ” ດັ່ງນີ້ກໍມີ. ມີສະມະນະພຣາມພວກໜຶ່ງ ມີວາທະ ມີຄວາມເຫັນເຊັ່ນນີ້ວ່າ “ສິ່ງທັງປວງ ບໍ່ຄວນແກ່ຂ້າພະເຈົ້າ” ດັ່ງນີ້ກໍມີ. ມີສະມະນະ ພຣາມພວກໜຶ່ງ ມີວາທະ ມີຄວາມເຫັນເຊັ່ນນີ້ວ່າ “ສິ່ງບາງສິ່ງຄວນແກ່ຂ້າພະເຈົ້າ
ສິ່ງບາງສິ່ງບໍ່ຄວນແກ່ຂ້າພະເຈົ້າ” ດັ່ງນີ້ກໍມີ.
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ທິຕຖິຂອງສະມະນະພຣາມພວກທີ່ມີວາທະ ມີຄວາມເຫັນວ່າ “ສິ່ງທັງປວງຄວນແກ່ຂ້າພະເຈົ້າ” ດັ່ງນີ້ນັ້ນ ເປັນທິຕຖິທີ່ວອງໄປໃນທາງມີຄວາມກໍາໜັດຍ້ອມໃຈ ວອງໄປໃນທາງປະກອບຕົນ (ຢູ່ໃນພົບ) ວອງໄປໃນທາງເພີດເພີນ (ຕໍ່ສິ່ງເປັນທີ່ຕັ້ງແຫ່ງຄວາມເພີນ) ວອງໄປໃນທາງຫຼົງໄຫຼມົວເມົາ ແລະ ວອງໄປໃນທາງເຂົ້າໄປຢຶດໝັ້ນຖືໝັ້ນ.
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ທິຕຖິຂອງສະມະນະ ພຣາມພວກທີ່ມີວາທະ ມີຄວາມເຫັນວ່າ “ສິ່ງທັງປວງບໍ່ຄວນແກ່ຂ້າພະເຈົ້າ” ດັ່ງນີ້ນັ້ນ ເປັນທິຕຖິທີ່ວອງໄປໃນທາງບໍ່ມີຄວາມກໍາໜັດຍ້ອມໃຈ ວອງໄປໃນທາງບໍ່ປະກອບຕົນ (ຢູ່ໃນພົບ) ວອງໄປໃນທາງບໍ່ເພີດເພີນ (ຕໍ່ສິ່ງເປັນທີ່ຕັ້ງແຫ່ງຄວາມເພີນ) ວອງໄປໃນທາງບໍ່ຫຼົງໄຫຼມົວເມົາ ແລະ ວອງໄປໃນທາງບໍ່ເຂົ້າໄປຢຶດໝັ້ນຖືໝັ້ນ.
໑໐໐໔ ອະຣິຍະສັຈຈ໌ຈາກພຣະໂອຖະ
ເມື່ອພຣະຜູ່ມີພຣະພາຄ ຕຣັດດັ່ງນີ້ທໍ່ນັ້ນ ທີຄະນະຂະປະຣິບພາຊົກ ໄດ້ຮ້ອງຂຶ້ນສະເພາະ ພຣະພັກພຣະຜູ່ມີພຣະພາຄວ່າ “ພຣະໂຄດົມສະໜັບສະໜູນຄວາມເຫັນຂອງຂ້າພະເຈົ້າ.
ພຣະໂຄດົມເຊີດຊູຄວາມເຫັນຂອງຂ້າພະເຈົ້າ”.








