ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

- ສລາ. ສັງ. ໑໘/໔໒໗ - ໔໒໙/໖໖໔ - ໖໗໓.

(ສັມມາທິຕຖິແຫ່ງພຣະບາລີນີ້ ເປັນສັມມາທິຕຖິຊະນິດເປັນສັນທິຕຖິໂກ ຄືເຫັນໄດ້ດ້ວຍຕົນເອງ ເປັນຢ່າງຍິ່ງ ຈຶ່ງເຮັດໃຫ້ຕັດສິນຄວາມຜິດ-ຖືກໄດ້ດ້ວຍຕົນເອງ).

ສະຫຼຸບອານິສົງສ໌ຂອງສັມມາທິຕຖິ

ພິກຂຸ ທ. ! ເຮົາບໍ່ເຫັນທັມອື່ນແມ່ນແຕ່ຢ່າງໜຶ່ງ ທີ່ເປັນເຫຕໃຫ້ກຸສົລທັມທີ່ຍັງບໍ່ເກີດ ເກີດຂຶ້ນ ຫຼືກຸສົລທັມທີ່ເກີດຢູ່ແລ້ວ ຍ່ອມເປັນໄປເພື່ອຄວາມຈະເຣີນໄພບູນໂດຍຍິ່ງ ເໝືອນດັ່ງ ສັມມາທິຕຖິນີ້. ພິກຂຸ ທ. ! ເມື່ອບຸຄຄົນມີສັມມາທິຕຖິແລ້ວ ກຸສົລທັມທີ່ຍັງບໍ່ເກີດ ກໍເກີດຂຶ້ນ ແລະກຸສົລທັມທີ່ເກີດຢູ່ແລ້ວ ກໍເປັນໄປເພື່ອຄວາມຈະເຣີນໄພບູນໂດຍຍິ່ງ.

- ເອກ. ອັງ. ໒໐/໔໐/໑໘໒.

(ໃນສູຕອື່ນສະແດງອານິສົງສ໌ແຫ່ງສັມມາທິຕຖິ ວ່າເຮັດໃຫ້ ອະກຸສົລທັມທີ່ຍັງບໍ່ເກີດ ບໍ່ເກີດຂຶ້ນ ອະກຸສົລທັມທີ່ເກີດຢູ່ແລ້ວ ເສື່ອມສິ້ນໄປ. - ໒໐/໔໑/໑໘໔.

ໃນສູຕອື່ນຊົງສະແດງວ່າ ເປັນເຫຕເຮັດໃຫ້ຜູ່ທີ່ສະມາທານປະພຶຕບໍລິບູນ ມີກາຢະກັມ ວະຈີກັມ ມະໂນກັມ ເຈຕະນາ ປັຕຖະນາ ປະນິທິ ແລະ ສັງຂາຣ ທີ່ລ້ວນແຕ່ເປັນໄປເພື່ອປະໂຍຊນ໌ເກື້ອກູນ ແລະ ຄວາມສຸຂທີ່ໜ້າ

ປາຖນາຮັກໃຄ່ພໍໃຈ. - ໒໐/໔໓/໑໙໐.

ໃນສູຕອື່ນຊົງສະແດງວ່າ ເປັນເຫຕໃຫ້ຫຼຸດພົ້ນຈາກທຸກຂ໌ທັງປວງ. - ໒໑/໖໘/໔໙.)

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໐໑

ໝວດ ສ. ວ່າດ້ວຍ ໂທດຂອງການຂາດສັມມາທິຕຖິ

ໂທດທີ່ເກີດຈາກມິຈສາທິຕຖິໃນການເວົ້າ

ໂລຫິຕຈະ ! ຜູ່ໃດກ່າວວ່າ “ໂລຫິຕຈະພຣາມ ປົກຄອງບ້ານສາລະວະຕິກະຄາມ ຜົລປະໂຍຊນ໌ໃດເກີດຂຶ້ນ ທະວີຂຶ້ນໃນບ້ານສາລະວະຕິກະຄາມ ໂລຫິຕຈະພຣາມຜູ່ດຽວຄວນບໍຣິໂພຄຜົລປະໂຍຊນ໌ນັ້ນ ບໍ່ຄວນໃຫ້ແກ່ຊົນເຫຼົ່າອື່ນເລີຍ” ດັ່ງນີ້. ຜູ່ກ່າວຢູ່ເຊັ່ນນີ້ນັ້ນ ຊື່ວ່າເປັນຜູ່ເຮັດອັນຕະລາຍແກ່ໝູ່ຊົນ ທີ່ອາໄສໂລຫິຕຈະພຣາມນັ້ນເປັນຢູ່ (ຄືທໍາລາຍສິດທິອັນຊອບທັມ ທີ່ປະຊາຊົນເຫຼົ່ານັ້ນຄວນຈະໄດ້ຮັບ) ; ເມື່ອເປັນຜູ່ເຮັດອັນຕະລາຍຢູ່ ຊື່ວ່າເປັນຜູ່ບໍ່ເອັນດູດ້ວຍປະໂຍຊນ໌ເກື້ອກູນ ຊື່ວ່າເຂົ້າໄປຕັ້ງໄວ້ຊຶ່ງຈິຕອັນເປັນຂ້າເສິກ ; ເມື່ອເຂົ້າໄປຕັ້ງໄວ້ຊຶ່ງຈິຕອັນເປັນຂ້າເສິກ ຊື່ວ່າເປັນຜູ່ມີມິຈສາ

ທິຕຖິ ; ນີ້ເຊັ່ນໃດ ;

ໂລຫິຕຈະ ! ຂໍ້ນີ້ກໍເປັນເຊັ່ນນັ້ນ ຄື ຜູ່ໃດກ່າວວ່າ “ສະມະນະ ຫຼື ພຣາມ ໃນໂລກນີ້ ເຖິງທັບຊຶ່ງທັມອັນເປັນກຸສົລ ເມື່ອເຖິງທັບຊຶ່ງທັມອັນເປັນກຸສົລແລ້ວ ບໍ່ຄວນບອກແກ່ຜູ່ອື່ນ ຍ້ອນໃຜອື່ນຈັກເຮັດອັນໃດແກ່ຜູ່ໃດໄດ້, ປຽບເໝືອນບຸຣຸສຕັດເຄື່ອງຜູກມັດອັນເກົ່າແລ້ວ ບໍ່ຄວນເຮັດເຄື່ອງຜູກມັດອັນອື່ນຂຶ້ນມາໃໝ່. ຂ້າພະເຈົ້າກ່າວສັມປະທາແນວນີ້ ນີ້ ວ່າເປັນກັມອັນລາມົກ ຄືສິ່ງທີ່ເຮັດດ້ວຍຄວາມໂລບ, ເພາະໃຜອື່ນຈັກເຮັດອັນໃດໃຫ້ແກ່ຜູ່ໃດໄດ້” ດັ່ງນີ້. (ຂໍ້ນີ້ຜູ່ກ່າວໝາຍຄວາມວ່າ ເປັນການກະແດະໄປເຮັດສິ່ງນອກໜ້າທີ່ດ້ວຍຄວາມໂລບ ແລ້ວເຮັດຄວາມຜູກມັດໃໝ່ໃຫ້ແກ່ຕົນ). ບຸຄຄົນຜູ່ກ່າວຢູ່ເຊັ່ນນີ້ນັ້ນ ຊື່ວ່າເປັນຜູ່ເຮັດອັນຕະລາຍແກ່ບັນດາກຸລະບຸຕ ຜູ່ອາໄສທັມວິນັຍ ອັນຕະຖາຄົຕປະກາດໄວ້ແລ້ວ ເຖິງທັບຊຶ່ງຄຸນວິເສດອັນໂອລານ ມີແນວນີ້ເປັນຮູບ, ຄືການເຮັດໃຫ້ແຈ້ງຊຶ່ງໂສຕາປັຕຕິຜົລແດ່, ເຮັດໃຫ້ແຈ້ງຊຶ່ງສະກະທາຄາມິຜົລແດ່, ເຮັດໃຫ້ແຈ້ງຊຶ່ງອະນາຄາມິຜົລແດ່, ເຮັດໃຫ້ແຈ້ງຊຶ່ງອະຣະຫັຕຕະຜົລແດ່ ລວມຈົນເຖິງຄົນຈໍາພວກທີ່ສະສົມທັມເພື່ອຄັນອັນເປັນທິບ

໑໐໐໒ ອະຣິຍະສັຈຈ໌ຈາກພຣະໂອຖະ

ເພື່ອບັງເກີດໃນພົບອັນເປັນທິບທັງຫຼາຍ ເຂົ້າໄປດ້ວຍກັນ. ເມື່ອເປັນຜູ່ເຮັດ ອັນຕະລາຍ ຢູ່ ຊື່ວ່າເປັນຜູ່ບໍ່ເອັນດູດ້ວຍປະໂຍຊນ໌ເກື້ອກູນ ; ເມື່ອບໍ່ເອັນດູດ້ວຍ

ປະໂຍຊນ໌ເກື້ອກູນ ຊື່ວ່າເຂົ້າໄປຕັ້ງໄວ້ຊຶ່ງຈິຕອັນເປັນຂ້າເສິກ ; ເມື່ອເຂົ້າໄປຕັ້ງໄວ້ ຊຶ່ງຈິຕອັນເປັນຂ້າເສິກ ຊື່ວ່າ ເປັນຜູ່ມີມິຈສາທິຕຖິ.

ໂລຫິຕຈະເອີຍ ! ເຮົາກ່າວຄະຕິຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງຄື : ນະຣົກ ຫຼື ກໍາເນີດເດຣັດສານ ວ່າເປັນຄະຕິສໍາລັບບຸຄຄົນ ຜູ່ມີມິຈສາທິຕຖິນັ້ນ.໑

- ສີ. ທີ. ໙/໒໘໙/໓໕໘.

ທິຕຖິຊຶ່ງເປັນທີ່ຕັ້ງແຫ່ງການຜິດຖຽງ

(ສາມຈໍາພວກ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ