ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ຄາມະນິ ! ທັມມະສະມາທິ ໃນກໍລະນີນີ້ຄື ອະຣິຍະສາວົກ ລະຂາດ ເວັ້ນຂາດຈາກປານາຕິບາຕ ລະຂາດເວັ້ນຂາດຈາກອະທິນນາທານ ລະຂາດ ເວັ້ນຂາດຈາກ
ກາເມສຸມິຈສາຈາຣ ລະຂາດ ເວັ້ນຂາດຈາກມຸສາວາດ ລະຂາດ ເວັ້ນຂາດຈາກປິສຸນະວາດ ລະຂາດ ເວັ້ນຂາດຈາກຜະຣຸສະວາດ ລະຂາດ ເວັ້ນຂາດຈາກສັມຜັປປະລາປະ ວາດ ລະອະພິຊຊາແລ້ວ ເປັນຜູ່ບໍ່ມີອະພິຊຊາ ລະໂທດຄືພະຍາບາດແລ້ວ ເປັນຜູ່ມີຈິຕບໍ່ພະຍາບາດ ລະມິຈສາທິຕຖິແລ້ວ ເປັນຜູ່ມີສັມມາທິຕຖິ.
ຄາມະນິ ! ອະຣິຍະສາວົກນັ້ນ ປາສະຈາກອະພິຊຊາ ປາສະຈາກພະຍາບາດ ເປັນຜູ່ບໍ່ຫຼົງ ມີສັມປະຊັນຍະ ມີສະຕິ ເຊັ່ນນີ້ແລ້ວ ມີຈິຕສະຫະຣະຄະຕະດ້ວຍ ເມຕຕາ ແຜ່ໄປສູ່ທິສທີໜຶ່ງແລ້ວແລຢູ່, ໃນທິສທີສອງກໍເຊັ່ນດຽວກັນ, ໃນທິສທີສາມກໍເຊັ່ນດຽວກັນ, ທິສທີສີ່ກໍເຊັ່ນດຽວກັນ ; ຄືມີຈິຕສະຫະຣະຄະຕະດ້ວຍເມຕຕາ ເປັນຈິຕອັນໄພບູນ ເປັນມະຫັຄຄະຕະຈິຕ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດ ແຜ່ໄປແລ້ວສູ່ໂລກມີທີ່ສຸດໃນທິສທັງປວງ ເພາະການແຜ່ໄປສູ່ທີ່ທັງປວງໃນທິສທັງປວງ ທັງໂດຍເບື້ອງເທິງ ເບື້ອງຕໍ່າ ເບື້ອງຂວາງ ແລ້ວແລຢູ່. (ໃນຕອນທີ່ກ່າວເຖິງການແຜ່ຈິຕອັນ
ສະຫະຣະຄະຕະດ້ວຍ ກະຣຸນາ ມຸທິຕາ ແລະ ອຸເປກຂາ ໃນຕອນຕໍ່ໄປກໍໄດ້ຕຣັດໂດຍຂໍ້ຄວາມແນວດຽວກັນນີ້) ອະຣິຍະສາວົກນັ້ນຍ່ອມພິຈາຣະນາເຫັນຢູ່ວ່າ :
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໙໙໙
“ແມ່ນວ່າຈະມີສາສດາຜູ່ມີວາທະມີທິຕຖິ ວ່າ ‘ທານທີ່ໃຫ້ແລ້ວ ບໍ່ມີ (ຜົລ), ຍັນທີ່ບູຊາແລ້ວ ບໍ່ມີ (ຜົລ), ການບູຊາທີ່ບູຊາແລ້ວ ບໍ່ມີ (ຜົລ), ຜົລວິບາກແຫ່ງກັມທີ່ສັຕເຮັດດີ
ເຮັດຊົ່ວ ບໍ່ມີ, ໂລກນີ້ ບໍ່ມີ, ໂລກອື່ນ ບໍ່ມີ, ມານດາ ບໍ່ມີ, ບິດາ ບໍ່ມີ : ໂອປະປາຕິກະສັຕ ບໍ່ມີ, ສະມະນະພຣາມທີ່ໄປແລ້ວ ປະຕິບັຕແລ້ວໂດຍຖືກຕ້ອງ ກໍບໍ່ມີ’ ດັ່ງນີ້ຢູ່ກໍຕາມ ; ແມ່ນວ່າຄໍາຂອງສາສດານັ້ນ ເປັນຄໍາຈິງ ຄວາມຜິດກໍບໍ່ໄດ້ມີແກ່ເຮົາ (ຜູ່ປະຕິບັຕຢູ່ເຊັ່ນນີ້) ຜູ່ບໍ່ໄດ້ບຽດບຽນໃຜໆ ທັງທີ່ເປັນສັຕຕົກໃຈຕື່ນຫວັ່ນໄຫວ ແລະ ສັຕທີ່ໝັ້ນຄົງ
ບໍ່ຕົກໃຈຕື່ນຫວັ່ນໄຫວ ແລະເຮົາເປັນຜູ່ຖືເອົາໄດ້ ຊຶ່ງຄວາມສໍາເລັດປະໂຍຊນ໌ທັງສອງຝ່າຍ ໃນກໍລະນີນີ້ຄື ເປັນຜູ່ສັງລວມແລ້ວ ດ້ວຍກາຍ ດ້ວຍວາຈາດ້ວຍໃຈ ແລະຈະເຂົ້າເຖິງສຸຄະຕິໂລກສະຫວັນ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍດ້ວຍ” ດັ່ງນີ້. (ເມື່ອພິຈາຣະນາເຫັນແນວນີ້ແລ້ວ) ຄວາມປາໂມດຍ່ອມເກີດແກ່
ອະຣິຍະສາວົກນັ້ນ ປີຕິຍ່ອມເກີດແກ່ຜູ່ປາໂມດແລ້ວ ກາຍຂອງຜູ່ມີໃຈປີຕິຍ່ອມລະງັບ ຜູ່ມີກາຍສະງົບລະງັບແລ້ວ ຍ່ອມສະເຫວີຍສຸຂ ຈິຕຂອງຜູ່ມີສຸຂຍ່ອມຕັ້ງໝັ້ນ. ຄາມະນິເອີຍ ! ນີ້ແຫຼະ ຄືທັມມະສະມາທິ ແລ. ຖ້າທ່ານໄດ້ຈິຕຕະສະມາທິ ໃນທັມມະສາມະທິນັ້ນແລ້ວ ທ່ານກໍຈະລະເສຍໄດ້ ຊຶ່ງທັມເປັນທີ່ກັງຂານັ້ນ.
(ຕໍ່ໄປນີ້ ໄດ້ຕຣັດຜາຣົບທິຕຖິ ຂອງສະມະນະພຣາມ ສາສດາຈໍາພວກທີສອງ ຊຶ່ງກ່າວອັຕຖິກະ ທິຕຖິ ແລະ ຜາຣົບສາສດາຈໍາພວກທີສາມ ຊຶ່ງກ່າວອະກິຣິຢະທິຕຖິ, ແລ້ວຕຣັດຜາຣົບສາສດາຈໍາພວກທີສີ່ ຊຶ່ງກ່າວກິຣິຢະທິຕຖິ, ໂດຍຂໍ້ຄວາມແນວດຽວກັນທັງສີ່ພວກ ; ໝາຍຄວາມວ່າ
ສາສດານັ້ນໆ ຈະກ່າວແນວໃດກໍຕາມໃຈ ອະຣິຍະສາວົກນີ້ຍັງຄົງມີທັມມະສະມາທິ ບໍ່ມີຄວາມຜິດໃດໆກ່ຽວກັບທິຕຖິເຫຼົ່ານັ້ນ ແຖມຍັງໄດ້ຮັບຄວາມສໍາເລັດປະໂຍຊນ໌ທັງສອງຝ່າຍ ທັງໃນໂລກນີ້ແລະໂລກອື່ນ ດັ່ງທີ່ກ່າວແລ້ວເບື້ອງຕົ້ນ. ນີ້ສະແດງວ່າ ອະຣິຍະສາວົກນັ້ນ ຮູ້ຄວາມຜິດ-ຖືກຂອງທິຕຖິນັ້ນໆ ໄດ້ດ້ວຍຕົນເອງ ຫຼັງຈາກທີ່ໄດ້ປະຕິບັຕທັມມະສະມາທິ ຈົນໄດ້ຮັບຜົລປາກົດແກ່ໃຈຂອງຕົນ ; ເຮົາຈຶ່ງຖືວ່າ ຄວາມແນ່ໃຈຫຼັງຈາກການໄດ້ຮັບຜົລ ແຫ່ງການປະຕິບັຕ ເປັນເຄື່ອງຕັດສິນຄວາມຜິດ-ຖືກຂອງທັມອັນເປັນເຄື່ອງກັງຂາທັງປວງໄດ້.
໑໐໐໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ຕໍ່ຈາກນີ້ ໄດ້ຕຣັດຂໍ້ຄວາມທີ່ຜາຣົບ ການແຜ່ຈິຕ ອັນສະຫະຣະຄະຕະດ້ວຍກະຣຸນາ ດ້ວຍມຸທິຕາ ດ້ວຍອຸເປກຂາ ໂດຍແນວດຽວກັນກັບໃນກໍລະນີແຫ່ງເມຕຕາ ຈົນຄົບຖ້ວນທັງສີ່ພຣົມມະວິຫາຣະທັມ ໃນທີ່ສຸດແຫ່ງເທສນາ ນາຍບ້ານຊື່ ປາຕະລິຢະ ໄດ້ສັນລະເສີນພຣະທັມມະເທສນາ ແລະ ປະກາດຕົນເປັນອຸປາສົກໃນພຣະພຸດທະສາສນາ).








