ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຈຶ່ງເຂົ້າໄປຫາພິກຂຸອົງໜຶ່ງ ເຖິງທີ່ຢູ່ແລ້ວໄດ້ຖາມວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕພຽງເທົ່າໃດ ເມື່ອຂ້ານ້ອຍຖາມເຊັ່ນນີ້ແລ້ວ ພິກຂຸນັ້ນໄດ້ກ່າວກັບຂ້ານ້ອຍວ່າ ດູຣາທ່ານຜູ້ມີອາຍຸ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕທີ່ ພິກຂຸຮູ້ແຈ່ມແຈ້ງຕາມຄວາມເປັນຈິງ ວ່າສິ່ງໃດສິ່ງໜຶ່ງມີຄວາມເກີດຂຶ້ນເປັນທັມມະດາ ສິ່ງນັ້ນທັງມວນລ້ວນມີຄວາມດັບໄປເປັນທັມມະດາ ເທື່ອນັ້ນແລ ຂ້ານ້ອຍບໍ່ຍິນດີດ້ວຍການພະຍາກອນປັນຫາຂອງພິກຂຸນັ້ນ ຈຶ່ງເຂົ້າມາເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຂໍທູນຖາມພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທັສສະນະຂອງພິກຂຸ ເປັນອັນໝົດຈົດດີດ້ວຍເຫຕພຽງເທົ່າໃດໜໍແລ ພຣະຜູ້ມີພຣະພາຄຕຣັດວ່າ ດູຣາພິກຂຸ ! ບຸຣຸສຍັງບໍ່ເຄີຍເຫັນຕົ້ນດອກຈານ ບຸຣຸສນັ້ນ ຈຶ່ງເຂົ້າໄປຫາບຸຣຸສຄົນໃດຄົນໜຶ່ງ ຜູ້ເຄີຍເຫັນຕົ້ນດອກຈານເຖິງທີ່ຢູ່ ແລ້ວຖາມດັ່ງນີ້ວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານ ເປັນແນວໃດ ບຸຣຸສນັ້ນຍ່ອມຕອບວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານດໍາຄືຕໍໄມ້ໄໝ້ ກໍສະໄໝນັ້ນແລ ຕົ້ນດອກຈານເປັນດັ່ງທີ່ບຸຣຸສນັ້ນເຫັນ ເທື່ອນັ້ນແລບຸຣຸສນັ້ນ ບໍ່ຍິນດີດ້ວຍການພະຍາກອນປັນຫາຂອງບຸຣຸສນັ້ນ ຈຶ່ງເຂົ້າໄປຫາບຸຣຸສຄົນໜຶ່ງ ຜູ້ເຄີຍເຫັນຕົ້ນດອກຈານເຖິງທີ່ຢູ່ແລ້ວຖາມວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານເປັນແນວໃດ ບຸຣຸສນັ້ນຍ່ອມຕອບວ່າ ຕົ້ນດອກຈານແດງເໝືອນຊີ້ນແດງ ກໍສະໄໝນັ້ນ ຕົ້ນດອກຈານ ເປັນດັ່ງທີ່ບຸຣຸສນັ້ນເຫັນ ເທື່ອນັ້ນແລ ບຸຣຸສນັ້ນບໍ່ຍິນດີດ້ວຍການພະຍາກອນປັນຫາຂອງບຸຣຸສນັ້ນ ຈຶ່ງເຂົ້າໄປຫາບຸຣຸສຄົນໜຶ່ງ ຜູ້ເຄີຍເຫັນຕົ້ນດອກຈານເຖິງທີ່ຢູ່ ແລ້ວຖາມດັ່ງນີ້ວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານເປັນແນວໃດ ບຸຣຸສນັ້ນຍ່ອມຕອບດັ່ງນີ້ວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານທີ່ເກີດດົນ ມີຝັກເໝືອນຕົ້ນຖ່ອນ ກໍສະໄໝນັ້ນແລ ຕົ້ນດອກຈານ ເປັນດັ່ງທີ່ບຸຣຸສນັ້ນເຫັນ ເທື່ອນັ້ນແລ ບຸຣຸສນັ້ນບໍ່ຍິນດີດ້ວຍການພະຍາກອນປັນຫາຂອງບຸຣຸສນັ້ນ ຈຶ່ງເຂົ້າໄປຫາບຸຣຸສຄົນໜຶ່ງ ຜູ້ເຄີຍເຫັນຕົ້ນດອກຈານ ເຖິງທີ່ຢູ່

(໑໐) ອະຣິຍະສັຈຈ໌ຈາກພຣະໂອຕຖະ

ແລ້ວຖາມດັ່ງນີ້ວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານເປັນແນວໃດ ບຸຣຸສນັ້ນຍ່ອມຕອບວ່າ ດູຣາບຸຣຸສຜູ້ຈະເຣີນ ! ຕົ້ນດອກຈານ ມີໃບແກ່ ແລະໃບອ່ອນ ໜາ ແໜ້ນ ມີຫົ່ມຕຶບເໝືອນຕົ້ນໄຊ ກໍສະໄໝນັ້ນ ຕົ້ນດອກຈານເປັນດັ່ງທີ່ບຸຣຸສນັ້ນເຫັນ ແມ່ນວ່າເຊັ່ນໃດ ດູຣາພິກຂຸ ! ທັສສະນະຂອງສັຕບຸຣຸສເຫຼົ່ານັ້ນ ຜູ້ນ້ອມໄປແລ້ວ ເປັນອັນໝົດຈົດດີ ດ້ວຍປະການໃດໆ ເປັນອັນສັຕບຸຣຸສທັງຫຼາຍ ຜູ້ສະຫຼາດພະຍາກອນແລ້ວ ດ້ວຍປະການນັ້ນໆ ເຊັ່ນນັ້ນແລ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ